ການນຳກົມ 509 ນຳກະຕ່າຂອງຂັວນ ເຂົ້າອວຍພອນຮອງລັດຖະມົນຕີ ກະຊວງ ປກສ
ໃນວັນທີ 8 ເມສາ 2026 ທ່ານ ພັອ ທອງຂັນ ສີສຸພັນທອງ ຄະນະພັກກົມ, ຮອງກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ພ້ອມດ້ວຍຄະນະ ໄດ້ນຳເອົາກະຕ່າຂອງຂວັນ ເຂົ້າອວຍພອນ, ທ່ານ ພົຕ ກອງສະຫວັດ ບຸນລ້ຽງ ຮອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ຫົວໜ້າກົມໃຫຍ່ຕຳຫຼວດ ເນື່ອງໃນໂອກາດວັນສ້າງຕັ້ງ ກຳລັງປ້ອງກັນຄວາມສະຫງົບ ຄົບຮອບ 65 ປີ ( 5 ເມສາ 1961 - 5 ເມສາ 2026 ).
ໃນໂອກາດນີ້ ທ່ານ ພັອ ທອງຂັນ ສີສຸພັນທອງ ອວຍພອນໄຊອັນປະເສີດ ຄະນະພັກກະຊວງ, ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ເນື່ອງໃນໂອກາດວັນສ້າງຕັ້ງກໍາລັງປ້ອງກັນຄວາມສະ ຫງົບ ຄົບຮອບ 65 ປີ ແລະ ອວຍພອນໄຊໃຫ້ ທ່ານມີສຸຂະພາບແຂງແຮງ, ມີຄວາມສຸກທາງກາຍ ແລະ ໃຈ, ມີຄວາມສຸກໃນຊີວິດສ່ວນຕົວ ແລະ ຄອບຄົວ. ພ້ອມນັ້ນ, ຍັງເປັນການສະແດງເຖິງຄວາມຮູ້ບຸນຄຸນ ທີ່ໄດ້ທຸ່ມເທເຫື່ອແຮງ ສະຕິປັນຍາ, ຄວາມຮູ້-ຄວາມສາມາດ ໃນການນໍາພາ-ຊີ້ນໍາ ກົມ ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານໃຫ້ເຕີບໃຫຍ່ເຂັ້ມແຂງ, ກາຍເປັນກໍາລັງປ້ອງກັນຄວາມສະຫງົບ ຂອງປະຊາຊົນຢ່າງແທ້ຈິງ.
ພ້ອມດຽວກັນ, ທ່ານ ພົຕ ກອງສະຫວັດ ບຸນລ້ຽງ ໄດ້ກ່າວຄໍາຂອບໃຈຕໍ່ການເຂົ້າອວຍພອນຂອງ ທ່ານ ພົຈວ ແກ່ນຈັນ ພົມມຈັກ ພ້ອມດ້ວຍຄະນະກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ເຂົ້າມາອວຍພອນໃນຄັ້ງນີ້ ພ້ອມທັງອວຍພອນໃຫ້ຄະນະພັກ-ຄະນະນຳຕະຫຼອດຮອດພະນັກງານກໍາລັງປ້ອງກັນຄວາມສະຫງົບທຸກທ່ານ ຈົ່ງມີສຸຂະພາບແຂງແຮງ ພ້ອມກັນເຮັດສໍາເລັດໜ້າທີ່ການເມືອງຂອງຕົນຢ່າງມີໄຊຊະນະ ກ້າວໜ້າຢ່າງບໍ່ຢຸດຢັ້ງ.