ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ຮັບປະກັນ ຄວາມຖືກຕ້ອງ-ວ່ອງໄວ ໂປ່ງໃສ ໃສ່ໃຈ ພັດທະນາບຸກຄະລາກອນ-ການຈັດຕັ້ງ ໃຫ້ເຂັ້ມແຂງ, ມີປະສິດທິພາບ

ຄະນະພັກກົມ 509 ພ້ອມດ້ວຍຄະນະອວຍພອນ ຮອງລັດຖະມົນຕີກະຊວງ ປກສ ເນື່ອງໃນໂອກາດວັນສ້າງຕັ້ງກໍາລັງ ຄົບຮອບ 65 ປີ

ເນື່ອງໃນໂອກາດວັນສ້າງຕັ້ງກໍາລັງປ້ອງກັນຄວາມສະຫງົບ ຄົບຮອບ 65 ປີ ( 5 ເມສາ 1961 - 5 ເມສາ 2026 ) ໃນວັນທີ 09 ເມສາ 2026 ຄະນະພັກກົມຄຸ້ມຄອງສໍາມະໂນຄົວ ແລະ ກໍ່ສ້າງຮາກຖານ, ກະຊວງປ້ອງກັນຄວາມສະຫງົບ ນໍາໂດຍ 

 

Photoທ່ານ ພັອ ສົມສະນິດຈັນທະວົງ ຮອງກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ພ້ອມດ້ວຍຄະນະ ໄດ້ນໍາເອົາກະຕ່າຂອງຂວັນ ເຂົ້າຢ້ຽມຢາມ ແລະ ອວຍພອນ 

Photo

ທ່ານ ພົຕ ແອນ ອຸ່ນອານົງນຸດ ຫົວໜ້າກົມໃຫຍ່ສັນຕິບານ, ຮອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ .

ເນື່ອງໃນໂອກາດທີ່ມີຄວາມໝາຍຄວາມສຳຄັນນີ້ ທ່ານ ພັອ ສົມສະນິດຈັນທະວົງ ຮອງກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ພ້ອມດ້ວຍຄະນະ ຕາງໜ້າຄະນະພັກ-ຄະນະບັນຊາ ນາຍ ແລະ ພົນຕໍາຫຼວດ ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ກໍ່ໄດ້ຂຶ້ນມອບກະຕ່າດອກໄມ້ ແລະ ກ່າວອວຍພອນໄຊອັນປະເສີດມາຍັງທ່ານ ຫົວໜ້າກົມໃຫຍ່ສັນຕິບານ, ຮອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ໂດຍຖືໂອກາດນີ້ອວຍພອນແດ່ທ່ານ ຈົ່ງມີສຸຂະພາບເຂັ້ມແຂງ ແລະ ມີພະລະນາໄມສົມບູນໃນຊີວິດສ່ວນຕົວ ແລະ ຄອບຄົວ ຂອງທ່ານ, ພ້ອມນັ້ນ, ຍັງເປັນການສະແດງເຖິງຄວາມຮູ້ບຸນຄຸນອັນປະເສີດທີ່ໄດ້ທຸ່ມເທເຫື່ອແຮງສະຕິປັນຍາ, ຄວາມຮູ້-ຄວາມສາມາດ ໃນການນໍາພາ-ຊີ້ນໍາກໍາລັງປ້ອງກັນຄວາມສະຫງົບປະຊາຊົນລາວ ໃຫ້ເຕີບໃຫຍ່ເຂັ້ມແຂງ, ເດັດດຽວ, ກ້າຫານ ແລະ ເຮັດສໍາເລັດໜ້າທີ່ຢ່າງໂດດເດັ່ນ ສະຫງ່າຜ່າເຜີຍ, ກາຍເປັນກໍາລັງປ້ອງກັນຄວາມສະຫງົບ ຂອງປະຊາຊົນຢ່າງແທ້ຈິງ. 

 

Photoໂອກາດນີ້, ທ່ານ ພົຕ ແອນ ອຸ່ນອານົງນຸດ ຫົວໜ້າກົມໃຫຍ່ສັນຕິບານ ຮອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ໄດ້ກ່າວສະແດງຄວາມຂອບໃຈ ແລະ ຊົມເຊີຍຢ່າງຈິງໃຈ ຕໍ່ຄະນະພັກ-ຄະນະບັນຊາທຸກຂັ້ນ ເວົ້າລວມເວົ້າສະເພາະໃນທົ່ວກໍາລັງກົມຄຸ້ມຄອງສຳມໂນຄົວ ແລະ ກໍ່ສ້າງຮາກຖານຕະຫຼອດຮອດບັນດານາຍ ແລະ ພົນຕໍາຫຼວດທີ່ພວມປະຕິບັດໜ້າທີ່ ຢູ່ແຕ່ລະຂົງເຂດຮາກຖານ ຈົ່ງພ້ອມກັນສືບຕໍ່ເສີມຂະຫຍາຍທາດແທ້, ມູນເຊື້ອອັນຫງ່າງາມຂອງກໍາລັງປ້ອງກັນຄວາມສະຫງົບ ຕະຫຼອດໄລຍະ 65 ປີ ໃຫ້ນັບມື້ເຕີບໃຫ່ຍເຂັ້ມແຂງຢ່າງບໍ່ຢຸດຢັ້ງ, ເຮັດສໍາເລັດໜ້າທີ່ການເມືອງຕາມລະດັບຄາດໝາຍທີ່ວາງໄວທຸກປະການ; ສືບຕໍ່ພ້ອມກັນກໍ່ສ້າງກໍາລັງໃຫ້ມີຄວາມເຕີບໃຫຍ່ເຂັ້ມແຂງ.ເນື່ອງໃນໂອກາດວັນສ້າງຕັ້ງກໍາລັງປ້ອງກັນຄວາມສະຫງົບ ຄົບຮອບ 65 ປີ ( 5 ເມສາ 1961 - 5 ເມສາ 2026 ) ໃນວັນທີ 09 ເມສາ 2026 ຄະນະພັກກົມຄຸ້ມຄອງສໍາມະໂນຄົວ ແລະ ກໍ່ສ້າງຮາກຖານ, ກະຊວງປ້ອງກັນຄວາມສະຫງົບ ນໍາໂດຍ ທ່ານ ພັອ ສົມສະນິດຈັນທະວົງ ຮອງກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ພ້ອມດ້ວຍຄະນະ ໄດ້ນໍາເອົາກະຕ່າຂອງຂວັນ ເຂົ້າຢ້ຽມຢາມ ແລະ ອວຍພອນ ທ່ານ ພົຕ ແອນ ອຸ່ນອານົງນຸດ ຫົວໜ້າກົມໃຫຍ່ສັນຕິບານ, ຮອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ .

ເນື່ອງໃນໂອກາດທີ່ມີຄວາມໝາຍຄວາມສຳຄັນນີ້ ທ່ານ ພັອ ສົມສະນິດຈັນທະວົງ ຮອງກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ພ້ອມດ້ວຍຄະນະ ຕາງໜ້າຄະນະພັກ-ຄະນະບັນຊາ ນາຍ ແລະ ພົນຕໍາຫຼວດ ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ກໍ່ໄດ້ຂຶ້ນມອບກະຕ່າດອກໄມ້ ແລະ ກ່າວອວຍພອນໄຊອັນປະເສີດມາຍັງທ່ານ ຫົວໜ້າກົມໃຫຍ່ສັນຕິບານ, ຮອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ໂດຍຖືໂອກາດນີ້ອວຍພອນແດ່ທ່ານ ຈົ່ງມີສຸຂະພາບເຂັ້ມແຂງ ແລະ ມີພະລະນາໄມສົມບູນໃນຊີວິດສ່ວນຕົວ ແລະ ຄອບຄົວ ຂອງທ່ານ, ພ້ອມນັ້ນ, ຍັງເປັນການສະແດງເຖິງຄວາມຮູ້ບຸນຄຸນອັນປະເສີດທີ່ໄດ້ທຸ່ມເທເຫື່ອແຮງສະຕິປັນຍາ, ຄວາມຮູ້-ຄວາມສາມາດ ໃນການນໍາພາ-ຊີ້ນໍາກໍາລັງປ້ອງກັນຄວາມສະຫງົບປະຊາຊົນລາວ ໃຫ້ເຕີບໃຫຍ່ເຂັ້ມແຂງ, ເດັດດຽວ, ກ້າຫານ ແລະ ເຮັດສໍາເລັດໜ້າທີ່ຢ່າງໂດດເດັ່ນ ສະຫງ່າຜ່າເຜີຍ, ກາຍເປັນກໍາລັງປ້ອງກັນຄວາມສະຫງົບ ຂອງປະຊາຊົນຢ່າງແທ້ຈິງ. 

ໂອກາດນີ້, ທ່ານ ພົຕ ແອນ ອຸ່ນອານົງນຸດ ຫົວໜ້າກົມໃຫຍ່ສັນຕິບານ ຮອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ໄດ້ກ່າວສະແດງຄວາມຂອບໃຈ ແລະ ຊົມເຊີຍຢ່າງຈິງໃຈ ຕໍ່ຄະນະພັກ-ຄະນະບັນຊາທຸກຂັ້ນ ເວົ້າລວມເວົ້າສະເພາະໃນທົ່ວກໍາລັງກົມຄຸ້ມຄອງສຳມໂນຄົວ ແລະ ກໍ່ສ້າງຮາກຖານຕະຫຼອດຮອດບັນດານາຍ ແລະ ພົນຕໍາຫຼວດທີ່ພວມປະຕິບັດໜ້າທີ່ ຢູ່ແຕ່ລະຂົງເຂດຮາກຖານ ຈົ່ງພ້ອມກັນສືບຕໍ່ເສີມຂະຫຍາຍທາດແທ້, ມູນເຊື້ອອັນຫງ່າງາມຂອງກໍາລັງປ້ອງກັນຄວາມສະຫງົບ ຕະຫຼອດໄລຍະ 65 ປີ ໃຫ້ນັບມື້ເຕີບໃຫ່ຍເຂັ້ມແຂງຢ່າງບໍ່ຢຸດຢັ້ງ, ເຮັດສໍາເລັດໜ້າທີ່ການເມືອງຕາມລະດັບຄາດໝາຍທີ່ວາງໄວທຸກປະການ; ສືບຕໍ່ພ້ອມກັນກໍ່ສ້າງກໍາລັງໃຫ້ມີຄວາມເຕີບໃຫຍ່ເຂັ້ມແຂງ.