ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ຮັບປະກັນ ຄວາມຖືກຕ້ອງ-ວ່ອງໄວ ໂປ່ງໃສ ໃສ່ໃຈ ພັດທະນາບຸກຄະລາກອນ-ການຈັດຕັ້ງ ໃຫ້ເຂັ້ມແຂງ, ມີປະສິດທິພາບ

ພິທີປະກາດຍົກຍ້າຍ, ຊັບຊ້ອນ ແຕ່ງຕັ້ງພະນັກງານ

 

Photoໃນວັນທີ 7 ພຶດສະພາ 2026 ຢູ່ທີ່ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ໄດ້ຈັດພິທີປະກາດກົງຈັກການຈັດຕັ້ງໃຫ້ນາຍ-ພົນຕໍາຫຼວດ ທີ່ຂື້ນກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ໂດຍການເປັນປະທານຂອງ ພົຈວ ແກ່ນຈັນ ພົມມະຈັກ ຄະນະພັກກະຊວງ, ເລຂາຄະນະພັກກົມ, ຫົວໜ້າກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ, ມີຄະນະພັກ-ຄະນະບັນຊາກົມ, ຫ້ອງການ, ບັນດາພະແນກ, ສູນຂໍ້ມູນພົນລະເມືອງ ແລະ ບັດປະຈຳຕົວ ຕະຫຼອດຮອດພະນັກງານ ທົ່ວກົມເຂົ້າຮ່ວມ. 

 

Photoພັອ ນາງ ເຂັມຄຳ ໄຊຍະເພັດ ຫົວໜ້າພະແນກການເມືອງ ໄດ້ຜ່ານຂໍ້ຕົກລົງຂອງ ຫົວໜ້າກົມໃຫຍ່ການເມືອງປ້ອງກັນຄວາມສະຫງົບ ສະບັບເລກທີ 1738, 1739/ກມປສ, ລົງວັນທີ 20 ເມສາ 2026 ວ່າດ້ວຍການ ຍົກຍ້າຍ,ແຕ່ງຕັ້ງນາຍຕຳຫຼວດທີ່ຂຶ້ນກັບກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ໃນນີ້: ພັອ ສີທັດ ຄຳມະນີວົງ ຈາກຫ້ອງການກົມ ໄປຮັບໜ້າທີ່ໃໝ່ຢູ່ພະແນກຄຸ້ມຄອງອາຊີບ-ພາຫະນະພິເສດ, ພັອ ຫົງຄຳ ພັນທະລັງສີ ຈາກພະແນກຄຸ້ມຄອງອາຊີບ-ພາຫະນະພິເສດ ໄປຮັບໜ້າທີ່ໃໝ່ ເປັນຫົວໜ້າພະແນກ ພະລາທິການ, ພັທ ນ ແກ່ນຈັນ ໄຊຍະລາດ ຈາກພະແນກ ພະລາທິການ ໄປຮັບໜ້າທີ່ໃໝ່ ເປັນຫົວໜ້າພະແນກ ປ້ອງກັນຄວາມສະຫງົບກຸ່ມບ້ານ, ພັທ ສີພະຈັນ ໝັ້ນສຸລິດ ຈາກກອງກໍ່ສ້າງຮາກຖານ 921 ໄປຮັບໜ້າທີ່ໃໝ່ ເປັນຫົວໜ້າຫ້ອງການກົມ. ພັທ ຫຍຸຍ ເພັງເມືອງຄູນ ຈາກພະແນກປ້ອງກັນຄວາມສະຫງົບກຸ່ມບ້ານ ໄປຮັບໜ້າທີ່ໃໝ່ ເປັນຫົວໜ້າກອງກໍສ້າງຮາກຖານ 921, ພັທ ສົມພັນ ແກ້ວມີໄຊ ຈາກກອງກໍ່ສ້າງຮາກຖານ 917 ໄປຮັບໜ້າທີ່ໃໝ່ ເປັນຮອງພະແນກ ພະລາທິການ, ພັທ ບຸນເຮືອງ ວົງສາ ຈາກສູນຂໍ້ມູນພົນລະເມືອງ ແລະ ບັດປະຈຳຕົວ ໄປຮັບໜ້າທີ່ໃໝ່ ເປັນຮອງພະແນກຄຸ້ມຄອງອາຊີບ - ພາຫະນະພິເສດ, ພັທ ສຸລິຍາ ແກ້ວວິໄລ ຈາກກອງກໍ່ສ້າງຮາກຖານ 913 ໄປຮັບໜ້າທີ່ໃໝ່ ເປັນຮອງສູນຂໍ້ມູນພົນລະເມືອງ ແລະ ບັດປະຈຳຕົວ, ພັທ ຈັນມາ ສີສຸພາ ຈາກພະແນກ ອອກບັດປະຈຳຕົວຄົນລາວ ຄົນຕ່າງດ້າວ ໄປຮັບໜ້າທີ່ໃໝ່ ເປັນຮອງກອງກໍ່ສ້າງຮາກຖານ 913, ພັທ ບຸນຮັງ ໄຊຍະແສງ ຈາກພະແນກ ອອກບັດປະຈຳຕົວຄົນລາວ ຄົນຕ່າງດ້າວ ໄປຮັບໜ້າທີ່ໃໝ່ ຢູ່ກອງກໍ່ສ້າງຮາກຖານ 915, ພັທ ສົມພາວັນ ພັນດານຸວົງ ຈາກພະແນກພະລາທິການ ໄປຮັບໜ້າທີ່ໃໝ່ ເປັນຮອງກອງກໍ່ສ້າງຮາກຖານ 917, ພັທ ກອງແກ້ວ ທຳມະວົງ ຈາກພະແນກ ອອກບັດປະຈຳຕົວ ຄົນລາວ ຄົນຕ່າງດ້າວ ໄປຮັບໜ້າທີ່ໃໝ່ ເປັນຮອງກອງກໍ່ສ້າງຮາກຖານ 918. ຈາກນັ້ນໄດ້ຜ່ານຂໍ້ຕົກລົງຂອງກົມຄຸ້ມຄອງສໍາມະໂນຄົວ ແລະ ກໍ່ສ້າງຮາກຖານ ສະບັບເລກທີ 2952/ຄກຖລົງວັນທີ 27 ເມສາ 2026 ແລະ ຂໍ້ຕົກລົງສະບັບເລກທີ໋ 3270/ຄກຖ. ວ່າດ້ວຍການ ແຕ່ງຕັ້ງຫົວໜ້າ ແລະ ຮອງໜ່ວຍງານຂອງຫ້ອງການກົມ,ບັນດາພະແນກ,ສູນຂໍ້ມູນພົນລະເມືອງ ແລະ ບັດປະຈໍາຕົວ,ກອງກໍ່ສ້າງຮາກຖານ ທີ່ຂຶ້ນກັບກົມຄູ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ຈຳນວນ 36 ສະຫາຍ, ຍິງ 04ສະຫາຍ. 

 

Photoໃນໂອກາດນີ້ ພົຈວ ແກ່ນຈັນ ພົມມະຈັກ ໄດ້ໃຫ້ກຽດໂອ້ລົມ ແລະ ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜູ້ທີ່ໄດ້ຮັບການຍົກຍ້າຍ, ແຕ່ງຕັ້ງ ແລະ ສັບຊ້ອນ ໃນຄັ້ງນີ້ ເຊິ່ງມັນສະແດງເຖິງຜົນງານ ແລະ ໄຊຊະນະທີ່ບັນດາສະຫາຍຍາດມາໄດ້ ໃນໄລຍະຜ່ານມາ; ພ້ອມທັງເນັ້ນໜັກໃຫ້ ອົດທົນ, ຜ່ານຜ່າທຸກຄວາມຫຍຸ້ງຍາກ, ທຸກອຸປະສັກສິ່ງທ້າຍທາຍຕ່າງໆ, ຕັ້ງໜ້າປັບປຸງແບບແຜນວິທີເຮັດວຽກ, ປະຕິບັດຫຼັກການລວມສູນປະຊາທິປະໄຕ, ສຸມຫົວຄິດປະດິດສ້າງ, ກ້າຄິດກ້າເຮັດ ແລະ ກ້າຮັບຜິດຊອບຕໍ່ວຽກງານ ແລະ ຕໍ່ກົມກອງ, ສືບຕໍ່ເອົາໃຈໃສ່ສຶກສາອົບຮົມການເມືອງ-ແນວຄິດໃຫ້ນາຍ ແລະ ພົນຕຳຫຼວດທີ່ຕົນຮັບຜິດຊອບ, ເອົາໃຈໃສ່ຈັດຕັ້ງປະຕິບັດເຮັດໜ້າທີ່ວິຊາສະເພາະ ທີ່ການຈັດຕັ້ງມອບໝາຍໃຫ້ມີຜົນສໍາເລັດ.