ພິທີມອບ-ຮັບໜ້າທີ່ ຫົວໜ້າຫ້ອງການກົມ509 ຜູ້ເກົ່າ ແລະ ຜູ້ໃໝ່
ໃນຕອນບ່າຍວັນທີ 14 ພຶດສະພາ 2026 ຢູ່ທີ່ຫ້ອງປະຊຸມຊັ້ນ 4 ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ໄດ້ຈັດພິທີມອບ-ຮັບ ຫົວໜ້າຫ້ອງການກົມກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ທີ່ຂື້ນ ລະຫວ່າງ ພັນເອກ ສີທັດ ຄໍາມະນີວົງ (ຜູ້ເກົ່າ) ແລະ ພັນໂທ ສີພະຈັນ ໝັ້ນສຸລິດ (ຜູ້ໃໝ່) ໂດຍການເປັນກຽດເຂົ້າຮ່ວມ ຂອງ ພົຈວ ແກ່ນຈັນ ພົມມະຈັກ ຄະນະພັກກະຊວງ, ເລຂາຄະນະພັກກົມ, ຫົວໜ້າກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ, ມີຄະນະພັກ-ຄະນະບັນຊາກົມ, ບັນດາພະແນກ, ສູນຂໍ້ມູນພົນລະເມືອງ ແລະ ບັດປະຈຳຕົວ ຕະຫຼອດຮອດແຂກຖືກເຊີນ ແລະ ພະນັກງານ-ນັກຮົບພາຍໃນຫ້ອງການກົມເຂົ້າຮ່ວມ.
ໃນພິທີ ທ່ານ ພັນເອກ ສີທັດ ຄໍາມະນີວົງ ຫົວໜ້າຫ້ອງການກົມຜູ້ເກົ່າໄດ້ຍົກໃຫ້ເຫັນຜົນສຳເລັດ ຈັດຕັ້ງປະຕິບັດໜ້າທີ່ໃນໄລຍະຜ່ານມາ ໂດຍສະເພາະແມ່ນການເພີ່ມທະວີເອົາໃຈໃສ່ ແລະ ຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງ ໃນການນໍາພາ-ຊີ້ນໍາປັບປຸງຫ້ອງການກົມໃຫ້ມີຄວາມກ້າວໜ້າ, ປະຕິບັດຕາມພາລະບົດບາດ, ສິດໜ້າທີ່ຂອງຕົນເອງຢ່າງເປັນເຈົ້າການ ເປັນຕົ້ນແມ່ນສຸມໃສ່ເປັນເສນາທິການຮັບໃຊ້ ໃຫ້ແກ່ການເຄື່ອນໄຫວພົວພັນປະສານສົມທົບວຽກງານຕ່າງໆ ເພື່ອອຳນວຍຄວມສະດວກໃຫ້ແກ່ການນຳກົມ ນັບທັງສູນກາງລົງຮອດທ້ອງຖີ່ນ, ມີໜ້າທີ່ເຂົ້າຮ່ວມປະຊຸມສ່ອງແສງ, ສຳມະນາ, ປຶກສາຫາລື ແລະ ອື່ນໆ ຕາມການມອບໝາຍຂອງກົມ ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດ, ເຄື່ອນໄຫວວຽກງານວິຊາສະເພາະ ແລະ ວຽກງານດ້ານຕ່າງໆອ້ອມຂ້າງກົມ ວຽກງານເສນາທິການໃຫ້ຄະນະພັກ, ຄະນະກົມ ແລະ ໃຫ້ທ່ວງທັນກັບຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ວຽກ ງານ ໃນສະເພາະໜ້າ ແລະ ຍາວນານ.
ຈາກນັ້ນ ທ່ານ ພັນໂທ ສີພະຈັນ ໝັ້ນສຸລິດ ກໍ່ໄດ້ກ່າວຮັບໜ້າທີ່ ແລະ ປະຕິຍານຕົນວ່າ: ຈະຕັ້ງໜ້າເອົາໃຈໃສ່ສຸມທຸກເຫື່ອແຮງ, ສະຕິປັນຍາ ແລະ ຄວາມຮູ້ຄວາມສາມາດຂອງຕົນທີ່ມີ ເພື່ອນຳພາ-ຊີ້ນໍາ, ຈັດຕັ້ງປະຕິບັດວຽກງານຂອງຫ້ອງການກົມໃຫ້ມີການເຕີບໃຫຍ່ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ.
ຈາກນັ້ນ, ທ່ານ ພັນເອກ ສີທັດ ຄໍາມະນີວົງ (ຜູ້ເກົ່າ) ແລະ ພັນໂທ ສີພະຈັນ ໝັ້ນສຸລິດ (ຜູ້ໃໝ່) ກໍ່ໄດ້ພ້ອມກັນລົງນາມເຊັນບົດບັນທຶກມອບ-ຮັບໜ້າທີ່ຮ່ວມກັນຢ່າງເປັນທາງການ ໂດຍມີທ່ານ ພົຈວ ແກ່ນຈັນ ພົມມະຈັກ ຄະນະພັກກະຊວງ, ເລຂາຄະນະພັກກົມ, ຫົວໜ້າກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ, ມີຄະນະພັກ-ຄະນະບັນຊາກົມ, ມີຄະນະພັກ-ຄະນະບັນຊາກົມ, ບັນດາພະແນກ, ສູນຂໍ້ມູນພົນລະເມືອງ ແລະ ບັດປະຈຳຕົວ ຕະຫຼອດຮອດພະນັກງານ, ພ້ອມດ້ວຍແຂກຖືກເຊີນເຂົ້າຮ່ວມເປັນສັກຂີພະຍານ.
ໃນໂອກາດນີ້ ພົຈວ ແກ່ນຈັນ ພົມມະຈັກ ໄດ້ໃຫ້ກຽດໂອ້ລົມ ແລະ ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານ ແລະ ໄຊຊະນະທີ່ບັນດາສະຫາຍຍາດມາໄດ້ ໃນໄລຍະຜ່ານມາ; ພ້ອມທັງເນັ້ນໜັກໃຫ້ ອົດທົນ, ຜ່ານຜ່າທຸກຄວາມຫຍຸ້ງຍາກ, ທຸກອຸປະສັກສິ່ງທ້າຍທາຍຕ່າງໆ, ຕັ້ງໜ້າປັບປຸງແບບແຜນວິທີເຮັດວຽກ, ປະຕິບັດຫຼັກການລວມສູນປະຊາທິປະໄຕ, ສຸມຫົວຄິດປະດິດສ້າງ, ສືບຕໍ່ເອົາໃຈໃສ່ສຶກສາອົບຮົມການເມືອງ-ແນວຄິດໃຫ້ນາຍ ແລະ ພົນຕຳຫຼວດທີ່ຕົນຮັບຜິດຊອບ, ເອົາໃຈໃສ່ຈັດຕັ້ງປະຕິບັດເຮັດໜ້າທີ່ວິຊາສະເພາະທີ່ການຈັດຕັ້ງມອບໝາຍໃຫ້ມີຜົນສໍາເລັດ.