ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ຮັບປະກັນ ຄວາມຖືກຕ້ອງ-ວ່ອງໄວ ໂປ່ງໃສ ໃສ່ໃຈ ພັດທະນາບຸກຄະລາກອນ-ການຈັດຕັ້ງ ໃຫ້ເຂັ້ມແຂງ, ມີປະສິດທິພາບ

ພິທີມອບ-ຮັບໜ້າທີ່ຫົວໜ້າພະແນກ ທີຂື້ນກັບກົມ 509 ລະຫວ່າງ ຜູ້ເກົ່າ ແລະ ຜູ້ໃໝ່

ໃນຕອນເຊົ້າວັນທີ 21 ພຶດສະພາ 2026 ຢູ່ທີ່ຫ້ອງປະຊຸມຊັ້ນ 4 ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ໄດ້ຈັດພິທີມອບ-ຮັບ ໜ້າທີ່ຫົວໜ້າພະແນກອາຊີບ ແລະ ພາຫະນະພິເສດ, ພະແນກພາລາທິການ, ພະແນກຄຸ້ມຄອງຄວາມສະຫງົບ ກຸ່ມບ້ານ ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ໂດຍການເປັນກຽດເຂົ້າຮ່ວມ ຂອງ 

Photoທ່ານ ພັອ ສົມສະນິດ ຈັນທະວົງ  ຮອງເລຂາຄະນະພັກກົມ, ຫົວໜ້າກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ, ມີຄະນະພັກ-ຄະນະບັນຊາກົມ, ບັນດາພະແນກ, ສູນຂໍ້ມູນພົນລະເມືອງ ແລະ ບັດປະຈຳຕົວ ຕະຫຼອດຮອດພະນັກງານ ພາຍໃນພະແນກເຂົ້າຮ່ວມ. 

Photoໃນພິທີ ບັນດາທ່ານ ທີ່ໄດ້ຖືກຍົກຍ້າຍໄດ້ຂື້ນຜ່ານບົດສະຫຼຸບໃນໄລຍະຜ່ານມາໃຫ້ເຫັນຜົນສຳເລັດ ຈັດຕັ້ງປະຕິບັດໜ້າທີ່ໃນໄລຍະຜ່ານມາ ໂດຍສະເພາະແມ່ນການເພີ່ມທະວີເອົາໃຈໃສ່ ແລະ ຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງ ໃນການນໍາພາ-ຊີ້ນໍາປັບປຸງຫ້ອງການກົມໃຫ້ມີຄວາມກ້າວໜ້າ, ປະຕິບັດຕາມພາລະບົດບາດ, ສິດໜ້າທີ່ຂອງຕົນເອງຢ່າງເປັນເຈົ້າການ ເປັນຕົ້ນແມ່ນສຸມໃສ່ເປັນເສນາທິການຮັບໃຊ້ ໃຫ້ແກ່ການເຄື່ອນໄຫວພົວພັນປະສານສົມທົບວຽກງານຕ່າງໆ ເພື່ອອຳນວຍຄວມສະດວກໃຫ້ແກ່ການນຳກົມ ນັບທັງສູນກາງລົງຮອດທ້ອງຖີ່ນ, ເຂົ້າຮ່ວມປະຊຸມສ່ອງແສງ, ສຳມະນາ, ປຶກສາຫາລື ແລະ ອື່ນໆ ຕາມການມອບໝາຍຂອງກົມ ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດ, ເຄື່ອນໄຫວວຽກງານວິຊາສະເພາະ ແລະ ວຽກງານດ້ານຕ່າງໆອ້ອມຂ້າງກົມ ວຽກງານເສນາທິການໃຫ້ຄະນະພັກ, ຄະນະກົມ ແລະ ໃຫ້ທ່ວງທັນກັບຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ວຽກງານ ໃນສະເພາະໜ້າ ແລະ ຍາວນານ, ຈະຕັ້ງໜ້າເອົາໃຈໃສ່ສຸມທຸກເຫື່ອແຮງ, ສະຕິປັນຍາ ແລະ ຄວາມຮູ້ຄວາມສາມາດຂອງຕົນທີ່ມີ ເພື່ອນຳພາ-ຊີ້ນໍາ, ຈັດຕັ້ງປະຕິບັດວຽກງານຂອງຫ້ອງການກົມໃຫ້ມີການເຕີບໃຫ່ຍຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ.

ຈາກນັ້ນ,ທ່ານ ພັນເອກ ຫົງຄໍາ ພັນທະລັງສີ ຫົວໜ້າພະແນກອາຊີບ ແລະ ພາຫະນະພິເສດ (ຜູ້ເກົ່າ) ແລະ ພັນເອກ ສີທັດ ຄໍາມະນີວົງ (ຜູ້ໃໝ່),  ພັນໂທ ນາງ ແກ່ນຈັນ ໄຊຍະລາດ ຫົວໜ້າພະແນກພາລາທິການ (ຜູ້ເກົ່າ) ແລະ ພັນເອກ ຫົງຄໍາ ພັນທະລັງສີ  (ຜູ້ໃໝ່),  ພັນໂທ ຫຍຸຍ ເພັງເມືອງຄູນ ຫົວໜ້າພະແນກຄຸ້ມຄອງຄວາມສະຫງົບ ກຸ່ມບ້ານ (ຜູ້ເກົ່າ)  ແລະ ພັນໂທ ນາງ ແກ່ນຈັນ ໄຊຍະລາດ (ຜູ້ໃໝ່) ກໍ່ໄດ້ພ້ອມກັນລົງນາມເຊັນບົດບັນທຶກມອບ-ຮັບໜ້າທີ່ຮ່ວມກັນຢ່າງເປັນທາງການ ໂດຍການເປັນກຽດຂອງ ທ່ານ ພັອ ສົມສະນິດ ຈັນທະວົງ ຮອງເລຂາຄະນະພັກກົມ, ຫົວໜ້າກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ , ມີຄະນະພັກ-ຄະນະບັນຊາກົມ, ບັນດາພະແນກ, ສູນຂໍ້ມູນພົນລະເມືອງ ແລະ ບັດປະຈຳຕົວ ຕະຫຼອດຮອດພະນັກງານ, ພ້ອມດ້ວຍແຂກຖືກເຊີນເຂົ້າຮ່ວມເປັນສັກຂີພິຍານ.

ໃນໂອກາດນີ້ ທ່ານ ພັອ ສົມສະນິດ ຈັນທະວົງ   ໄດ້ໃຫ້ກຽດໂອ້ລົມ ແລະ ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານ ແລະ ໄຊຊະນະທີ່ບັນດາສະຫາຍຍາດມາໄດ້ ໃນໄລຍະຜ່ານມາ; ພ້ອມທັງເນັ້ນໜັກໃຫ້ ອົດທົນ, ຜ່ານຜ່າທຸກຄວາມຫຍຸ້ງຍາກ, ທຸກອຸປະສັກສິ່ງທ້າຍທາຍຕ່າງໆ, ຕັ້ງໜ້າປັບປຸງແບບແຜນວິທີເຮັດວຽກ, ປະຕິບັດຫຼັກການລວມສູນປະຊາທິປະໄຕ, ສຸມຫົວຄິດປະດິດສ້າງ, ສືບຕໍ່ເອົາໃຈໃສ່ສຶກສາອົບຮົມການເມືອງ-ແນວຄິດໃຫ້ນາຍ ແລະ ພົນຕຳຫຼວດທີ່ຕົນຮັບຜິດຊອບ, ເອົາໃຈໃສ່ຈັດຕັ້ງປະຕິບັດເຮັດໜ້າທີ່ວິຊາສະເພາະທີ່ການຈັດຕັ້ງມອບໝາຍໃຫ້ມີຜົນສໍາເລັດ.