ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ຮັບປະກັນ ຄວາມຖືກຕ້ອງ-ວ່ອງໄວ ໂປ່ງໃສ ໃສ່ໃຈ ພັດທະນາບຸກຄະລາກອນ-ການຈັດຕັ້ງ ໃຫ້ເຂັ້ມແຂງ, ມີປະສິດທິພາບ

ພິທີຝຶກອົບຮົມວຽກງານກໍ່ສ້າງຮາກຖານການເມືອງ ຕິດພັນກັບວຽກງານ 3 ສ້າງ ແລະ ແກ້ໄຂປະກົດການຫຍໍ້ທໍ້ໃນສັງຄົມ

ໃນວັນທີ 8 ມິຖຸນາ 2026 ຢູ່ເມືອງໜອງບົກ ແຂວງຄຳມ່ວນ ໄດ້ຈັດພິທີເປີດຝຶກອົບຮົມວຽກງານກໍ່ສ້າງຮາກຖານການເມືອງ ຕິດພັນກັບວຽກງານ 3 ສ້າງ ແລະ ແກ້ໄຂປະກົດການຫຍໍ້ທໍ້ໃນສັງຄົມ ໂດຍໄດ້ຮັບກຽດເປັນປະທານຂອງ ພັອ ຄຳ ນັນທະວົງ ຮອງຫົວໜ້າກອງບັນຊາການ ປກສ ແຂວງຄຳມ່ວນ ມີບັນດາ ຄະນະຫ້ອງ 509 ປກສ ແຂວງ, ຄະນະກອງບັນຊາການ ປກສ ເມືອງ, ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ, ກອງກໍ່ສ້າງຮາກຖານການເມືອງ 922 ແລະ ພະນັກງານທີ່ກໍ່ສ້າງຮາກຖານການເມືອງເຂົ້າຮ່ວມ.

ການຝຶກອົບຮົມຄັ້ງນີ້ ມີຈຸດປະສົງເພື່ອຍົກລະດັບຄວາມຮູ້, ຄວາມເຂົ້າໃຈ ແລະ ຄວາມສາມາດໃຫ້ແກ່ພະນັກງານຜູ້ຮັບຜິດຊອບວຽກງານກໍ່ສ້າງຮາກຖານການເມືອງ, ຕິດພັນກັບວຽກງານ 3 ສ້າງ ແລະ ວຽກງານແກ້ໄຂປະກົດການຫຍໍ້ທໍ້ໃນສັງຄົມ, ເປັນການຜັນຂະຫຍາຍແນວທາງ, ນະໂຍບາຍ ແລະ ນິຕິກຳຕ່າງໆຂອງພັກ-ລັດ ໃຫ້ເຂົ້າເຖິງພະນັກງານຮາກຖານ ເພື່ອນຳໄປຈັດຕັ້ງປະຕິບັດໃຫ້ເກີດຜົນສຳເລັດຕົວຈິງ, ການຝືກວຽກງານດັ່ງກ່າວ ຜູ້ເຂົ້າຝຶກອົບຮົມຈະໄດ້ຮັບການຖ່າຍທອດບົດຮຽນສຳຄັນ ກ່ຽວກັບວຽກງານກໍ່ສ້າງຮາກຖານການເມືອງ, ເພື່ອໃຫ້ພະນັກງານຜູ້ປະຕິບັດວຽກງານຕົວຈິງໄດ້ຮັບຮູ້ເຖິງບົດບາດ, ໜ້າທີ່, ສິດ, ຄວາມຮັບຜິດຊອບ ແລະ ມາດຕະການໃນການປ້ອງກັນ, ແກ້ໄຂປະກົດການຫຍໍ້ທໍ້ຕ່າງໆທີ່ເກີດຂຶ້ນໃນສັງຄົມຢູ່ຮາກຖານໃຫ້ມີປະສິດທິຜົນ.

ພັອ ຄຳ ນັນທະວົງ ໄດ້ກ່າວເປີດພິທີຝືກອົບຮົມ ແລະ ໄດ້ເນັ້ນໜັກໃຫ້ນັກຝືກອົບຮົມໃຫ້ຮູ້ວ່າວຽກງານກໍ່ສ້າງຮາກຖານການເມືອງໃຫ້ເຂັ້ມແຂງ ແມ່ນປັດໄຈສຳຄັນຕໍ່ການຮັບປະກັນສະຖຽນລະພາບທາງການເມືອງ, ຄວາມສະຫງົບຮຽບຮ້ອຍ ແລະ ການພັດທະນາເສດຖະກິດ-ສັງຄົມຂອງທ້ອງຖິ່ນ. ດັ່ງນັ້ນ ພະນັກງານທຸກຄົນຕ້ອງຕັ້ງໃຈສຶກສາຮຽນຮູ້, ເພີ່ມພູນຄວາມຮູ້, ຄວາມສາມາດ ແລະ ນຳເອົາບົດຮຽນທີ່ໄດ້ຮັບ ໄປປັບໃຊ້ໃນໜ້າວຽກຕົວຈິງ ເພື່ອຮ່ວມກັນສ້າງຮາກຖານໃຫ້ມີຄວາມເຂັ້ມແຂງ ແລະ ຫຼຸດຜ່ອນບັນຫາຫຍໍ້ທໍ້ຕ່າງໆໃນສັງຄົມ, ການຈັດຝຶກອົບຮົມໃນຄັ້ງນີ້ ນັບເປັນໂອກາດສຳຄັນໃນການສ້າງ ແລະ ພັດທະນາພະນັກງານໃຫ້ມີຄວາມຮູ້ຄວາມສາມາດຮອບດ້ານ ທີ່ເປັນກຳລັງສຳຄັນໃນການຜັນຂະຫຍາຍນະໂຍບາຍຂອງພັກ-ລັດລົງສູ່ຮາກຖານ ແລະ ຮ່ວມກັນສ້າງເມືອງໜອງບົກໃຫ້ມີຄວາມສະຫງົບ, ປອດໄພ.

ພາບ, ຂ່າວ : ຮອ ພິລະພົນ ວົງພັກດີ