ກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດໂຄງການ ຈົດທະບຽນ ແລະ ສະຖິຕິພົນລະເມືອງ (CRVS) ແຕ່ປີ 2020-2026
ກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດໂຄງການຈົດທະ ບຽນ ແລະ ສະຖິຕິພົນລະເມືອງ (CRVS) ແຕ່ປີ 2020- 2026 ໄດ້ຈັດໃນວັນທີ 26 ມິຖຸນາ 2026 ນີ້, ທີ່ໂຮງແຮມໂຮລິເດອິນ(Holiday in ) ນະຄອນຫຼວງວຽງຈັນ ໂດຍການເປັນປະທານຮ່ວມຂອງ ທ່ານ ພົນຕີ ຄອນສະຫວັນ ສົມພາໄຊ ກໍາມະການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ແລະ ທ່ານ ມານັຟ ບັດຕະໄລ ຫົວໜ້າທີມແຜນການໂຄງການຈົດທະບຽນ ແລະ ສິຖິຕິພົນລະເມືອງ CRVS, ມີຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ, ຮອງລັດຖະມົນຕີ, ຫົວໜ້າສູນ ຈາກ ບັນດາກະຊວງ, ແຂວງ, ນະຄອນຫຼວງ, ນະຄອນ, ເມືອງ, ທະນາ ຄານໂລກ, ອົງການຈັດຕັ້ງສາກົນ, ຄູ່ຮ່ວມພັດທະນາເຂົ້າ ຮ່ວມ.
ໃນວາລະດໍາເນີນກອງປະຊຸມ ທ່ານ ພົນຕີ ຄອນສະຫວັນ ສົມພາໄຊ ກໍາມະການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ໄດ້ມີຄໍາເຫັນກ່າວເປີດກອງປະຊຸມໃນຄັ້ງນີ້ວ່າ: ວຽກງານຈົດທະບຽນ ແລະ ສະຖິຕິພົນລະເມືອງ ແມ່ນວຽກງານໜຶ່ງທີ່ມີຄວາມໝາຍຄວາມສໍາຄັນ, ຍ້ອນ ເປັນສິດ ແລະ ຜົນປະໂຫຍດຂອງພົນລະເມືອງ, ຊຶ່ງພັກ-ລັດຖະບານ ໄດ້ເອົາໃຈໃສ່ ແລະ ຖືເອົາວຽກງານດັ່ງກ່າວ ເປັນໜ້າທີ່ຮີບດ່ວນ ແລະ ຈຳເປັນ, ຈຶ່ງໄດ້ກຳນົດວິໄສທັດ ແລະ ວາງຄາດໝາຍສູ້ຊົນ ເພື່ອບັນລຸເປົ້າໝາຍ ຄື: ວິໄສທັດ ຮອດປີ 2030 ສິດທິຂອງພົນລະເມືອງ ມີການຮັບປະກັນ ດ້ວຍການຄຸ້ມຄອງລັດ ຕາມກົດ ໝາຍທີ່ສັກສິດ, ຍຸດທະສາດແຫ່ງຊາດ 2016- 2025: ພົນລະເມືອງລາວໃນເກນອາຍຸ ໄດ້ສໍາເລັດການສຶກສາຂັ້ນ ມັດທະຍົມຕົ້ນ; ປະຊາຊົນ ໄດ້ຮັບການບໍລິການດ້ານສາທາລະນະສຸກທີ່ມີຄຸນນະພາບຢ່າງທົ່ວເຖິງ ແລະ ມີ ອາຍຸຍືນສະເລ່ຍສູງກວ່າ 73 ປີ; ກໍາລັງແຮງງານ ໄດ້ຮັບການພັດທະນາ ທັງທາງດ້ານປະລິມານ ແລະ ຄຸນນະພາບ ແລະ ເປົ້າໝາຍການພັດທະນາທີ່ຍືນຍົງ (SDGs), ສົນທິສັນຍາວ່າດ້ວຍສິດທິເດັກ, ສິດທິມະນຸດ ແລະ ອື່ນໆ ແລະ ຮອດປີ 2024 ສປປ ລາວ ຈະສູ້ຊົນໃຫ້ພົນລະເມືອງ ແລະ ເດັກເກີດໃໝ່ ໃຫ້ໄດ້ຮັບການຈົດທະ ບຽນ ແລະ ມີໃບຢັ້ງຢືນການເກີດເປັນທາງການ ຢ່າງໜ້ອຍໃຫ້ໄດ້ 70%.
ລະບົບການຈົດທະບຽນ ແລະ ສະຖິຕິພົນລະເມືອງ (CRVS) ມີຄວາມຈໍາເປັນ ສໍາລັບການປັບປຸງການ ກຳນົດເປົ້າໝາຍ ແລະ ການສະໜອງການບໍລິການ; ຄຽງຄູ່ກັບການຮັບໃຊ້ຈຸດປະສົງພື້ນຖານ ໃນການໃຫ້ ສະຖານະຕາມກົດໝາຍ ແລະ ສະໜອງເອກະສານທີ່ກ່ຽວຂ້ອງ ເພື່ອພິສູດສະຖານະ, ການຈົດທະບຽນພົນລະເມືອງ ທີ່ເຊື່ອມໂຍງກັບລະບົບການຄຸ້ມຄອງເອກະລັກສ່ວນບຸກຄົນ ຍັງອໍານວຍຄວາມສະດວກໃຫ້ແກ່ ການເຂົ້າເຖິງການບໍລິການທາງສັງຄົມ ແລະ ທາງການເງິນ; ນອກຈາກນັ້ນ, ການເກັບກຳ ແລະ ວິເຄາະສະຖິຕິຢ່າງເປັນລະບົບ ກ່ຽວກັບເຫດການສໍາຄັນ ໃນຊີວິດພົນລະເມືອງ ເຊັ່ນ: ການເກີດ, ການເສຍຊີວິດ, ການແຕ່ງດອງ, ການຢ່າຮ້າງ ແລະ ການເອົາເດັກເປັນລູກລ້ຽງ ແມ່ນມີຄວາມສໍາຄັນ ຕໍ່ການວາງແຜນ ແລະ ການຕິດຕາມບັນດາແຜນງານໃນລະດັບຊາດ ແລະ ລະດັບທ້ອງຖິ່ນ.
ນອກຈາກນີ້ກໍເພື່ອຈັດຕັ້ງປະຕິບັດຄໍາໝັ້ນສັນຍາອື່ນໆ ຂອງ ສປປ ລາວ ຕໍ່ພາກພື້ນ ແລະ ສາກົນ ເປັນຕົ້ນ ສົນທິສັນຍາວ່າດ້ວຍສິດທິມະນຸດ, ສິດທິເດັກ, ສິດທິຂອງພົນລະເມືອງ, ສິດທິທາງການເມືອງ, ການປົກປ້ອງແຮງງານ ແລະ ຄອບຄົວ ແລະ ຕາມການຕົກລົງຮ່ວມ ໃນການປັບປຸງລະບົບການຈົດທະບຽນ ແລະ ສະຖິຕິພົນລະເມືອງ ໃນກອງປະຊຸມພາກພື້ນອາຊີ-ປາຊີຟິກ ໃນເດືອນທັນວາ ປີ 2012 ແລະ ຖະແຫຼງການລັດຖະມົນຕີອາຊີ-ປາຊີຟິກ ທ້າຍປີ 2014 ຮອດປີ 2030 ລັດຖະບານ ສປປ ລາວ ຈະສູ້ຊົນ ໃຫ້ພົນລະເມືອງທຸກຄົນ ແລະ ເດັກນ້ອຍເກີດໃໝ່ ຕ້ອງໄດ້ຮັບການຈົດທະບຽນ ແລະ ມີໃບຢັ້ງຢືນການ ເກີດເປັນທາງການ ໃຫ້ໄດ້ເຈັດສິບສ່ວນຮ້ອຍ (70%) ໃນຂອບເຂດທົ່ວປະເທດ.
ກອງປະຊຸມຄັ້ງນີ້ ຈະໄດ້ດໍາເນີນເປັນເວລາເຄິ່ງວັນ ທຽບໃສ່ບັນດາເນື້ອໃນທີ່ຈະນໍາສະເໜີຢູ່ໃນ ກອງປະຊຸມຄັ້ງນີ້ແມ່ນມີຫຼາຍ ສະນັ້ນ, ຈຶ່ງຮຽກຮ້ອງມາຍັງບັນດາທ່ານທີ່ເຂົ້າຮ່ວມກອງປະຊຸມ ຈົ່ງໄດ້ພ້ອມກັນຍົກສູງຄວາມຮັບຜິດ ຊອບ ແລະ ເປັນເຈົ້າການຮ່ວມກັນ, ພ້ອມທັງເອົາໃຈໃສ່ຕິດຕາມການສະເໜີເອກະສານຕ່າງໆ ຂອງກອງປະຊຸມ, ຕີລາຄາ, ປະກອບຄໍາຄິດເຫັນຕໍ່ບັນດາເນື້ອໃນດັ່ງກ່າວ ຢ່າງກົງໄປກົງມາ, ພາວະວິໄສ ເພື່ອຖອດຖອນກາຍເປັນບົດ ຮຽນໃຫ້ການຈັດຕັ້ງປະຕິບັດໂຄງການ, ເສີມຂະຫຍາຍຜົນສໍາເລັດ ແລະ ແກ້ໄຂຂໍ້ຄົງຄ້າງ, ສິ່ງທ້າທາຍໃນການຈັດຕັ້ງປະຕິບັດໂຄງການ ໃນຕໍ່ໜ້າ.
ຫຼັງຈາກນັ້ນ, ຜູ້ແທນກອງປະຊຸມຍັງໄດ້ຮັບຟັງການຜ່ານບົດສະຫຼຸບການຈັດຕັ້ງປະຕິບັດໂຄງການຈົດທະບຽນ ສະຖິຕິພົນລະເມືອງ (CRVS) ແຕ່ປີ 2020-2026 ທີ່ສະເໜີໂດຍ ທ່ານ ນາງ ກົມມະລີ ວິລະພັນ ຫົວໜ້າໂຄງການຈົດທະ ບຽນ ແລະ ສະຖິຕິ ພົນລະເມືອງ (CRVS), ບົດນໍາສະເໜີການພັດທະນາລະບົບຖານຂໍ້ມູນຈົດທະບຽນ ສະຖິຕິພົນ ລະເມືອງ ເອເລັກໂຕຼນິກ (eCRVS) ແລະ ຜູ້ແທນກອງປະຊຸມໄດ້ພ້ອມກັນປະກອບຄໍາເຫັນຕໍ່ການປະຕິບັດໂຄງ ການຈົດທະບຽນ ແລະ ສະຖິຕິພົນລະເມືອງ (CRVS) ແຕ່ປີ 2020-2026 ດ້ວຍຄວາມຮັບຜິດຊອບສູງ.


