ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ຮັບປະກັນ ຄວາມຖືກຕ້ອງ-ວ່ອງໄວ ໂປ່ງໃສ ໃສ່ໃຈ ພັດທະນາບຸກຄະລາກອນ-ການຈັດຕັ້ງ ໃຫ້ເຂັ້ມແຂງ, ມີປະສິດທິພາບ

ພິທີ ມອບ-ຮັບ ໜ້າທີ່ຫົວໜ້າກອງກໍ່ສ້າງຮາກຖານການເມືອງ 921 ຜູ້ເກົ່າ ແລະ ຜູ້ໃໝ່

ພິທີ ມອບ-ຮັບ ໜ້າທີ່ຫົວໜ້າກອງກໍ່ສ້າງຮາກຖານການ ເມືອງ 921 ປະຈຳເມືອງ ທ່າໂທມ ແຂວງ ໄຊສົມບູນ ລະຫວ່າງ  ພັທ ສີພະຈັນ ໝັ້ນສຸລິດ ເລຂາໜ່ວຍພັກຮາກຖານ, ຫົວໜ້າກອງກໍ່ສ້າງຮາກຖານການເມືອງ 921 ( ຜູ້ເກົ່າ ) ແລະ ພັທ ຫຍຸຍ ເພັງເມືອງຄູນ ເລຂາໜ່ວຍພັກຮາກຖານ, ຫົວໜ້າກອງກໍ່ສ້າງຮາກຖານການເມືອງ 921 ( ຜູ້ໃໝ່ ) ໄດ້ຈັດຂຶ້ນໃນວັນທີ 10 ມິຖຸນາ 2026 ທີ່ຫ້ອງປະຊຸມຕາແສງແກ້ວມີໄຊ ເມືອງ ທ່າໂທມ ແຂວງ ໄຊສົມບູນ ເຂົ້າຮ່ວມເປັນປະທານໂດຍ

Photo ທ່ານ ພັອ ລຳໄພ ຍົດປະໄພ ຄະນະປະຈຳພັກກົມ, ຮອງຫົວໜ້າກົມ ຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ, ມີຄະນະກອງບັນຊາການ ປກສ ແຂວງ ໄຊສົມບູນ, ຄະນະກອງບັນຊາການ ປກສ ເມືອງ ທ່າໂທມ,  ປກສ ກຸ່ມບ້ານ, ພ້ອມດ້ວຍນາຍຕຳຫຼວດກອງກໍ່ສ້າງຮາກຖານ 921 ເຂົ້າຮ່ວມ.
… ໃນພິທີ ພັທ ສີພະຈັນ ໝັ້ນສຸລິດ ໄດ້ຜ່ານບົດລາຍງານໂດຍຫຍໍ້ ເຊິ່ງໄດ້ຍົກໃຫ້ເຫັນຜົນງານ ແລະ ຜົນສຳເລັດໃນບາງດ້ານຕະຫຼອດໄລຍະຜ່ານມາທີ່ໄດ້ຮັບດຳລົງຕຳແໜ່ງເປັນຫົວໜ້າກອງກໍ່ສ້າງຮາກຖານການເມືອງ921, ເປັນຕົ້ນແມ່ນໄດ້ເພີ່ມທະວີຄວາມເອົາໃຈໃສ່ ແລະ ຍົກສູງຄວາມຮັບຜິດຊອບໃນໜ້າທີ່ການເມືອງ, ເຄື່ອນໄຫວນຳພາ-ຊີ້ນຳ, ປັບປຸງ, ຄົ້ນຄ້ວາ,ວາງແຜນ ແລະ ເປັນເສນາທິການດ້ານວຽກງານກໍ່ສ້າງພັກ- ກໍ່ສ້າງກຳລັງປ້ອງກັນຄວາມສະຫງົບ ໂດຍສະເພາະແມ່ນວຽກງານຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ໃຫ້ຄະນະກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານຢ່າງຕັ້ງໜ້າ. ພ້ອມທັງປະກອບສ່ວນສຳຄັນໃນການປັບປຸງກໍ່ສ້າງກຳລັງປ້ອງກັນຄວາມສະຫງົບໃຫ້ມີຄວາມປອດໃສ, ເຂັ້ມແຂງ, ໜັກແໜ້ນເປັນກ້າວໆມາ ແລະ ສາມາດຍາດໄດ້ຜົນງານທີ່ພົ້ນເດັ່ນໃນຫຼາຍດ້ານເຊິ່ງສະແດງໃຫ້ເຫັນໄດ້ດັ່ງນີ້:
1. ດ້ານວຽກງານການເມືອງແນວຄິດ
    ໄດ້ເອົາໃຈໃສ່ຈັດຕັ້ງຜັນຂະຫຍາຍແນວທາງນະໂຍບາຍຂອງພັກ, ບັນດານິຕິ, ຄໍາສັ່ງ, ກົດໝາຍລະບຽບ ການຕ່າງໆ ແລະ ປະວັດມູນເຊື້ອຂອງພັກ, ຂອງຊາດ,ແຜ່ນພັດທະນາເສດຖະກິດສັ່ງຄົມຢ່າງເລິກເຊິ່ງ ຫັນເອົາມະຕິ ກອງປະຊຸມໄຫຍ່ຄັ້ງ ທີ VI ມະຕິກອງປະຊຸມໄຫຍ່ ຄັ້ງທີ່ III ຂອງອົງຄະນະພັກກົມຄຸ້ມຄອງສາມະໂນຄົວ ແລະ ກໍສ້າງຮາກຖານ ມາຈັດຕັ້ງຜັນຂະຫຍາຍເຂົ້າໃນການປະຕິບັດວຽກງານໂຕຈິງ ຕິດພັນກັບການນໍາພາຮ່ວມຊີວິດພັກ ແລະ ການດໍາເນີນຊີການເມືອງຂອງກອງ,ເປັນເຈົ້າການຈັດຕັ້ງປະຕິບັດກໍ່ສ້າງໜ່ວຍພັກປອດໃສເຂັ້ມແຂງໜັກແໜ້ນ ໃຫ້ປະກົດຜົນເປັນຈິງ.
2. ດ້ານວຽກງານວິຊາສະເພາະ
   ໄດ້ນຳພາຈັດຕັ້ງປະຕິບັດວຽກງານກໍ່ສ້າງຮາກຖານການ ເມືອງຕາມ 4 ເນື້ອໃນ 4 ຄາດໝາຍ ຕິດພັນກັບວຽກງານ 3 ສ້າງ.
…. ໂອກາດດຽວກັນນີ້, ພັທ ຫຍຸຍ ເພັງເມືອງຄູນ ໄດ້ຂຶ້ນກ່າວຮັບໜ້າທີ່ ຊຶ່ງທ່ານໄດ້ກ່າວວ່າ: ຕໍ່ພາລະກິດ ແລະ ໜ້າທີ່ອັນມີກຽດສະຫງ່ານີ້, ຈະໄດ້ນໍາພາສືບຕໍ່ຜັນຂະຫຍາຍທາດແທ້ມູນເຊື້ອ ແລະ  ຜົນງານທີ່ຫົວໜ້າກອງກໍ່ສ້າງຮາກຖານການເມືອງ 921 ຜູ້ເກົ່າຍາດມາໄດ້ ພ້ອມທັງຈະສືບຕໍ່ສຶກສາອົບຮົມການເມືອງ-ແນວຄິດ ໃຫ້ພະນັກງານພາຍໃນກອງເປັນປົກກະຕິຕໍ່ເນື່ອງຫ້າວຫັນ ໃນການປະຕິບັດໜ້າທີ່ວິຊາສະເພາະ ເພີ່ມທະວີຄວາມສາມັກຄີພາຍໃນໃຫ້ແໜ້ນແຟ້ນ, ສືບຕໍ່ປັບປຸງກໍ່ສ້າງໜ່ວຍພັກໃຫ້ປອດໃສ, ເຂັ້ມແຂງ, ໜັກແໜ້ນ ສຸມໃສ່ແກ້ໄຂຂໍ້ຄົງຄ້າງໃຫ້ດີຂຶ້ນກວ່າເກົ້າ.
…. ຈາກນັ້ນ, ທັງສອງກໍ່ໄດ້ລົງນາມເຊັນບົດບັນທຶກ ມອບ-ຮັບໜ້າທີ່ຮ່ວມກັນຢ່າງເປັນທາງການ, ໂດຍເປັນສັກຂີພະຍານຂອງ ພັອ ລຳໄພ ຍົດປະໄພ ຄະນະປະຈຳພັກກົມ, ຮອງຫົວໜ້າກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ  ພ້ອມດ້ວຍຄະນະກອງບັນຊາການ ປກສ ແຂວງ ໄຊສົມບູນ, ຄະນະກອງບັນຊາການ ປກສ ເມືອງ ທ່າໂທມ, ປກສ ກຸ່ມບ້ານ ແລະ ນາຍຕຳຫຼວດກອງກໍ່ສ້າງຮາກຖານ 921 ເຂົ້າຮ່ວມ.
….ໃນໂອກາດທີ່ມີຄວາມໝາຍສໍາຄັນນີ້, ພັອ ລຳໄພ ຍົດປະໄພ ຄະນະປະຈຳພັກກົມ, ຮອງຫົວໜ້າກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ໄດ້ເນັ້ນໜັກໃຫ້ຫົວໜ້າກອງກໍ່ສ້າງຮາກຖານການເມືອງ921 ຜູ້ໃໝ່ ຈົ່ງສືບຕໍ່ເພີ່ມທະວີການນໍາພາບັນຊາວຽກງານວິຊາສະເພາະ ໃຫ້ເປັນລະບົບ, ເອົາໃຈໃສ່ເພີ່ມທະວີຄວາມສາມັກຄີເປັນເອກະພາບພາຍໃນຄະນະ, ພາຍໃນກົມກອງບົນພື້ນຖານແນວທາງນະໂຍບາຍ ແລະ ລະບຽບການຂອງພັກ ເພື່ອຮັບປະກັນຄວາມເປັນເອກະພາບທາງດ້ານການເມືອງ-ແນວຄິດ, ການຈັດຕັ້ງ ແລະ ທັງເປັນເງື່ອນໄຂເຮັດໃຫ້ການຈັດຕັ້ງປະຕິບັດໜ້າທີ່ວິຊາສະເພາະ ໃຫ້ມີຄວາມຮັບຜິດຊອບ ແລະ ມີປະສິດທິພາບ; ພ້ອມນີ້ ຕ້ອງໄດ້ເພີ່ມທະວີການປັບປຸງ-ກໍ່ສ້າງກໍາລັງໃຫ້ເຂັ້ມແຂງຮອບດ້ານ ໂດຍຖືເອົາຄຸນນະພາບການເມືອງແນວຄິດເປັນກົກ, ຄວາມສາມາດດ້ານວິຊາສະເພາະໃຫ້ດີຂຶ້ນກວ່າເກົ້າ ແລະ ພ້ອມກັນເຮັດສໍາເລັດໜ້າທີການເມືອງທີພັກ-ລັດ ແລະ ປະຊາຊົນມອບໝາຍໃຫ້