ກົມ 509 ເຊື່ອມຊຶມກົດລະບຽບຂອງພັກ ແລະ ປາຖະກະ ຖາມູນເຊື້ອ 3 ວັນ ປະຫວັດສາດ
ໃນວັນທີ 2 ກໍລະກົດ 2026 ຢູ່ທີ່ ກົມຄຸ້ມຄອງສຳມະ ໂນຄົວ ແລະ ກໍ່ສ້າງຮາກຖານ ( 509 ) ໄດ້ຈັດກອງປະຊຸມເຊື່ອມຊຶມກົດລະບຽບຂອງພັກປະຊາຊົນ ປະຕິວັດລາວ ສະໄໝທີ XII, ພ້ອມທັງເຜີຍແຜ່ເອກະສານມູນເຊື້ອ 3 ວັນປະຫວັດສາດສໍາຄັນ, ໂດຍການເປັນປະທານ ແລະ ເຜີຍ ແຜ່ຂອງ ພົຈວ ແກ່ນຈັນ ພົມມະຈັກ ຄະນະພັກກະຊວງ ເລຂາພັກກົມ ຫົວໜ້າກົມ 509,ມີບັນດາສະຫາຍໃນຄະນະ ໜ່ວຍພັກ, ພ້ອມດ້ວຍສະມາຊິກພັກ ພາຍໃນກົມ 509 ເຂົ້າຮ່ວມ.
ກອງປະຊຸມໃນຄັ້ງນີ້ຈັດຂຶ້ນ ເພື່ອແນໃສ່ຍົກສູງຄຸນທາດການເມືອງ, ສ້າງຄວາມຮັບຮູ້-ເຂົ້າໃຈຢ່າງເປັນເອກະ ພາບ ໃຫ້ແກ່ຄະນະໜ່ວຍພັກ ແລະ ສະມາຊິກພັກທຸກສະຫາຍ ໄດ້ກໍາແໜ້ນເນື້ອໃນຈິດໃຈ,ຫຼັກການ ແລະ ກົດລະບຽບຂອງພັກ, ທັງເປັນການສຶກສາອົບຮົມແນວຄິດ, ສ້າງຄວາມພາກພູມໃຈ ແລະ ທົບທວນມູນເຊື້ອແຫ່ງການຕໍ່ສູ້ປະຕິວັດອັນລໍ້າຄ່າຂອງຊາດ, ພົຈວ ແກ່ນຈັນ ພົມມະຈັກ ໄດ້ໃຫ້ກຽດຂຶ້ນນໍາພາເຊື່ອມຊຶມ ກົດລະບຽບພັກປະ ຊາຊົນ ປະຕິວັດລາວ ສະໄໝທີ XII ເຊິ່ງເປັນບ່ອນອີງ ແລະ ເປັນກົດໝາຍພື້ນຖານໃນການເຄື່ອນໄຫວ,ກໍ່ສ້າງ ແລະປັບ ປຸງພັກ, ພ້ອມທັງໄດ້ຜ່ານຄໍາແນະນໍາກ່ຽວກັບການຈັດຕັ້ງປະຕິບັດກົດລະບຽບພັກ ເພື່ອໃຫ້ສະມາຊິກພັກທຸກສະ ຫາຍ ໄດ້ກໍາແໜ້ນ, ໄປຈັດຕັ້ງປະຕິບັດໃຫ້ຖືກຕ້ອງ, ເຂັ້ມງວດ, ຍົກສູງຄວາມເປັນແບບຢ່າງນຳໜ້າ ແລະ ເຮັດໃຫ້ການຈັດຕັ້ງພັກພາຍໃນກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ມີຄວາມປອດໃສ ເຂັ້ມແຂງ ແລະ ໜັກແໜ້ນ ໃນທຸກດ້ານ.
ໃນກອງປະຊຸມ, ຍັງໄດ້ຮ່ວມກັນຮັບຟັງການເຜີຍແຜ່ ແລະ ເຊື່ອມຊຶມເອກະສານ 3 ວັນປະຫວັດສາດທີ່ສໍາຄັນ ທີ່ມີຄວາມໝາຍຍຸດທະສາດ ຕໍ່ປະເທດຊາດ, ໃຫ້ກຽດເຊື່ອມຊຶມ ໂດຍ ພັອ ລໍາໄພ ຍົດປະໄພ ຄະນະປະຈໍາພັກ ປະທານກວດກາພັກ ຮອງກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ; ເຊີ່ງໄດ້ເຊື່ອມຊຶມເອກະສານ ວັນຜ່າວົງປິດລ້ອມຂອງກອງພັນທີ 2 ວິລະຊົນ ທີ່ທົ່ງໄຫຫີນ ຊຽງຂວາງ ຄົບຮອບ 67 ປີ ເຊິ່ງໄດ້ຫວນຄືນເຫດການປະຫວັດ ສາດອັນອົງອາດກ້າຫານ, ຄວາມສະຫຼາດສ່ອງໃສ ຂອງຄະ ນະພັກ-ຄະນະບັນຊາ ແລະ ນ້ໍາໃຈເດັດດ່ຽວໜັກແໜ້ນ, ເສຍສະຫຼະອັນສູງສົ່ງຂອງກອງທັບ ແລະ ປະຊາຊົນ ເຮັດໃຫ້ກອງພັນທີ 2 ສາມາດຜ່າວົງປິດລ້ອມຂອງສັດຕູທີ່ມີກໍາລັງເໜືອກວ່າຫຼາຍເທົ່າຕົວ ໄປສູ່ເຂດທີ່ໝັ້ນປະຕິວັດໄດ້ຢ່າງມີໄຊ, ທັງເປັນບົດຮຽນອັນລໍ້າຄ່າໃນການປົກປັກຮັກສາ ແລະ ສ້າງສາປະເທດຊາດໃນປັດຈຸບັນ.
ວັນວິລະກໍາໂຕນຄຸກຢ່າງມະຫັດສະຈັນຂອງບັນດາທ່ານຜູ້ນໍາຂອງພັກ ຄົບ ຮອບ 66 ປີ, ເຊິ່ງເປັນເຫດການມະຫັດສະຈັນ ທີ່ບັນດາທ່ານຜູ້ນໍາປະຕິວັດ ໄດ້ໂຕນອອກຈາກຄຸກໂພນເຄັງຂອງພວກສັດຕູຢ່າງປອດໄພ, ວິລະກໍານີ້ສະແດງໃຫ້ເຫັນເຖິງຄວາມສະຫຼາດສ່ອງໃສ, ຄວາມເດັດດ່ຽວໜັກແໜ້ນ, ນ້ຳໃຈຮັກຊາດອັນດູດດື່ມ ແລະ ຄວາມສາມັກຄີຮັກແພງລະຫວ່າງກອງທັບ ກັບ ປະຊາຊົນ ທີ່ບໍ່ມີສັດຕູໂຕໃດສາ ມາດທຳລາຍໄດ້ ແລະ ເອກະສານມູນເຊື້ອວັນກໍາມະກອນສາກົນ ຄົບຮອບ 140 ປີ ( 1 ພຶດສະພາ 1886 - 1 ພຶດສະພາ 2026) ເພື່ອສະແດງໃຫ້ເຫັນເຖິງປະຫວັດສາດແຫ່ງການຕໍ່ສູ້,ມູນເຊື້ອອັນສະຫງ່າລາສີ ແລະ ບົດບາດສໍາຄັນຂອງຊົນຊັ້ນກໍາມະກອນ ກໍຄື ຜູ້ອອກແຮງ ງານໃນທົ່ວໂລກ ທີ່ໄດ້ຕໍ່ສູ້ເພື່ອສິດຜົນປະໂຫຍດອັນຊອບທໍາ, ພ້ອມທັງເປັນການຊຸກຍູ້ໃຫ້ພະນັກງານ-ລັດຖະກອນ ພາຍໃນກົມ ເພີ່ມທະວີຄວາມຮັບຜິດຊອບໃນການອອກແຮງງານສ້າງສາພັດທະນາກົມກອງໃຫ້ຈະເລີນກ້າວໜ້າ.
ໃນຕອນທ້າຍກອງປະຊຸມ, ພັອ ລໍາໄພ ຍົດປະໄພ ໄດ້ໃຫ້ກຽດໂອ້ລົມ ແລະ ເນັ້ນໜັກໃຫ້ຄະນະໜ່ວຍພັກ ແລະ ສະມາຊິກພັກທຸກສະຫາຍ ຈົ່ງພ້ອມກັນນໍາເອົາເນື້ອໃນຈິດ ໃຈຫຼັກການຂອງກົດລະບຽບພັກ ສະໄໝທີ XII ແລະ ມູນເຊື້ອອັນດີງາມ, ບົດຮຽນອັນລໍ້າຄ່າຈາກ 3 ວັນປະຫວັດ ສາດນີ້ ໄປຜັນຂະຫຍາຍ ແລະ ຫັນປ່ຽນເຂົ້າໃນການປະຕິ ບັດໜ້າທີ່ວິຊາສະເພາະຕົວຈິງ ໃຫ້ມີຄວາມຮັບຜິດຊອບສູງ, ມີລະບຽບວິໄນເຂັ້ມງວດ, ຮັກສາໄດ້ຈັນຍາບັນ,ເຊີດຊູຄວາມເປັນແບບຢ່າງນຳໜ້າ ເພື່ອເຮັດໃຫ້ກົມ 509 ມີຄວາມເຕີບໃຫຍ່ຂະຫຍາຍຕົວ ແລະ ເຂັ້ມແຂງຂຶ້ນຢ່າງບໍ່ຢຸດຢັ້ງ.