ກອງປະຊຸມຊຸກຍູ້ຕິດຕາມເຜີຍແຜ່ວຽກງານກໍ່ສ້າງຮາກຖານການເມືອງຮອບດ້ານ ຂອງກອງກໍ່ສ້າງຮາກຖານ 914
ໃນທ້າຍອາທິດ ຜ່ານມານີ້ກອງກໍ່ສ້າງຮາກຖານ 914 ໄດ້ສົມທົບກັບ ປກສ ກຸ່ມບ້ານ,ຕາແສງ, ການຈັດຕັ້ງບ້ານ,ປກສ,ປກຊ ຈັດກອງປະຊຸມເຊື້່ອມຊຶມ 02 ເອກະສານ ຢູ່ທີບ້ານ ຫ້ວຍກຸ່ມ ແລະ ບ້ານ ຫ້ວຍຫຼວງ,ເມືອງ ລອງ ,ແຂວງ ຫຼວງນ້ຳທາ ໂດຍເປັນປະທານ ຂອງ ທ່ານ ພັທ ຫັດສະດີ ສີລິວົງ ຫົວໜ້າກອງກໍ່ສ້າງຮາກຖານ 914, ມີພະນັກງານຮາກຖານ ແລະ ນາຍບ້ານສອງ ບ້ານ ພ້ອມດ້ວຍພໍ່ແມ່ປະຊາຊົນທັງສອງບ້ານເຂົ້າຮ່ວມ.
ໃນກອງປະຊຸມ 
ທ່ານ ພັທ ຫັດສະດີ ສີລິວົງ ໄດ້ເຜີຍແຜ່ ສານ ສະບັບ ເລກທີ 11 /ນຍ ລົງ ວັນທີ 07.08.2024 ວ່າດ້ວຍ ການເກັບກູ້ອາວຸດປືນ ແລະ ວັດຖຸລະເບີດ ແລະ ເອກະສານສະບັບ ເລກທີ 11/ຈມ ລົງວັນທີ 21 ກັນຍາ 2024. ວ່າດ້ວຍການ ສັດກັ້ນ,ການພະລິດ,ຄອບຄອງ,ຄ້າຂາຍ,ເສບສິ່ງເສດຕິດປະເພດຕ່າງໆ,ການຖາງປ່າສະຫງວນ,ປ່າຫວງຫ້າມ ແລະ ການລ່າສັດນ້ຳ-ລັດປ່າ ທີ່ຫວງຫ້າມ, ຈາກນັ້ນທ່ານ ພັທ ຫັດສະດີ ສິລິວົງ ຍັງໄດ້ເນັ້ນໜັກໃຫ້ອ້າຍນ້ອງພະນັກງານທີປະຈໍາຢູ່ແຕ່ລະບ້ານໃຫ້ມີຄວາມຮັບຜິດຊອບສູງ,ໃນການປະຕິບັດໜ້າທີວຽກງານວິຊາສະເພາະຕົວຈິງ, ປຸກລະດົມຂົນຂວາຍແນວຄິດຈິດໃຈຂອງພໍ່ແມ່ປະຊາຊົນໃນການປົກປັກຮັກສາຄວາມສະຫງົບສຸກ, ຄວາມເປັນລະບຽບຮ້ອຍຮຽບຂອງສັງຄົມ, ປົກປັກຮັກສາສິ່ງແວດລ້ອມຫ້າມບໍ່ໃຫ້ລ່າສັດ-ສັດປ່າທີ່ຫວງຫ້າມ ແລະ ເອົາອາວຸດລ່າເນື້ອມາມອບໃຫ້ພະນັກງານຮາກຖານປະຈຳບ້ານເພື່ອທຳລາຍ.