ຄະນະພັກກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ຈັດກອງປະຊຸມຄົບຄະນະພັກກົມ ສະໄໝທີ III ຄັ້ງທີ 4
ໃນວັນທີ 15 ກໍລະກົດ 2026 ທີ່ຫ້ອງປະຊຸມກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ, ຄະນະບໍລິຫານງານພັກກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ໄດ້ຈັດກອງປະຊຸມຄົບຄະນະພັກກົມ ສະໄໝທີ III ຄັ້ງທີ 4 ຂຶ້ນຢ່າງເປັນທາງການ. ໂດຍໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ສະຫາຍ ພົນຈັດຕະວາ ແກ່ນຈັນ ພົມມະຈັກ ຄະນະພັກກະຊວງ, ເລຂາຄະນະພັກກົມ, ຫົວໜ້າກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ, ມີບັນດາສະຫາຍເລຂາ, ຮອງເລຂາ, ຄະນະປະຈຳພັກກົມ ແລະ ຄະນະບໍລິຫານງານພັກກົມເຂົ້າຮ່ວມຢ່າງພ້ອມພຽງ.
ທ່ານ ພັອ ສົມສະນິດ ຈັນທະວົງ ຮອງເລຂາຄະນະພັກກົມ ໄດ້ກ່າວວ່າ: ກອງປະຊຸມໃນຄັ້ງນີ້ ໄດ້ດຳເນີນໄປບົນຈິດໃຈຍົກສູງຄວາມຮັບຜິດຊອບການເມືອງ ເຊິ່ງບັນດາຜູ້ເຂົ້າຮ່ວມໄດ້ຮ່ວມກັນຮັບຟັງການຜ່ານບົດສະຫຼຸບຕີລາຄາການເຄື່ອນໄຫວນຳພາ-ຊີ້ນຳ ວຽກງານສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ປະຈຳ 06 ເດືອນຕົ້ນປີ 2026 ແລະ ທິດທາງແຜນການວຽກງານຈຸດສຸມ 6 ເດືອນທ້າຍປີ 2026. ໃນໄລຍະ 6 ເດືອນຕົ້ນປີຜ່ານມາ, ເຖິງວ່າສະພາບການສາກົນ ແລະ ພາຍໃນມີຄວາມຜັນແປຢ່າງສັບສົນ, ແຕ່ພາຍໃຕ້ການນຳພາ-ຊີ້ນຳຢ່າງໃກ້ຊິດ, ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ສາມາດຍາດໄດ້ຜົນງານພົ້ນເດັ່ນຫຼາຍດ້ານ ເປັນຕົ້ນແມ່ນ: ວຽກງານສຶກສາອົບຮົມການເມືອງ-ແນວຄິດ, ວຽກງານກໍ່ສ້າງພັກ-ພະນັກງານ, ວຽກງານການຫັນພະນັກງານລົງກໍ່ສ້າງຮາກຖານການເມືອງ, ວຽກງານສູນຂໍ້ມູນພົນລະເມືອງ ແລະ ການອອກບັດປະຈຳຕົວດິຈິຕ໋ອນ, ວຽກງານຄຸ້ມຄອງອາຊີບ-ພາຫານະພິເສດ ແລະ ເກັບກູ້ອາວຸດປືນເສິກ. ພ້ອມກັນນັ້ນ, ກອງປະຊຸມກໍໄດ້ກົງໄປກົງມາຄົ້ນຄວ້າຕີລາຄາດ້ານອ່ອນ ແລະ ຂໍ້ຄົງຄ້າງ ເພື່ອຮ່ວມກັນຊອກຫາວິທີການແກ້ໄຂໃນຕໍ່ໜ້າ. 

ນອກຈາກນີ້, ກອງປະຊຸມຍັງໄດ້ຜ່ານ ແລະ ຄົ້ນຄວ້າປຶກສາຫາລືເອກະສານທີ່ສຳຄັນຈຳນວນໜຶ່ງ ຄື:
- ຮ່າງແຜນການຈັດຕັ້ງດຳເນີນຊີວິດການເມືອງສຳຫຼວດກວດກາ, ຕີລາຄາແບ່ງປະເພດສະມາຊິກພັກ ແລະ ຄັດເລືອກໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2026.
- ຮ່າງຂໍ້ຕົກລົງ ວ່າດ້ວຍການແບ່ງຄວາມຮັບຜິດຊອບຊີ້ນຳ-ບັນຊາ ຂອງຄະນະກົມ.
- ຮ່າງມະຕິຕົກລົງ ວ່າດ້ວຍການແບ່ງຄວາມຮັບຜິດຊອບໃຫ້ຄະນະບໍລິຫານງານພັກກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ.
- ຄົ້ນຄວ້າການປະຕິບັດນະໂຍບາຍໃຫ້ພະນັກງານຮາກຖານ ແລະ ກໍ່ສ້າງຮາກຖານ ສະໄໝທີ III.
ໃນຕອນທ້າຍຂອງກອງປະຊຸມ, ສະຫາຍ ພົນຈັດຕະວາ ແກ່ນຈັນ ພົມມະຈັກ ໄດ້ໃຫ້ກຽດກ່າວໂອ້ລົມຕໍ່ກອງປະຊຸມ ໂດຍສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ຍາດມາໄດ້, ພ້ອມທັງໄດ້ເນັ້ນໜັກ ແລະ ຮຽກຮ້ອງໃຫ້ຄະນະພັກແຕ່ລະຂັ້ນ, ສະມາຊິກພັກ, ນາຍ ແລະ ພົນຕຳຫຼວດທຸກສະຫາຍ ຈົ່ງຍົກສູງຄວາມຮັບຜິດຊອບທາງດ້ານການເມືອງ, ເພີ່ມທະວີຄວາມສາມັກຄີພາຍໃນໃຫ້ເປັນເອກະພາບ, ປັບປຸງແບບແຜນວິທີເຮັດວຽກໃຫ້ມີວິທະຍາສາດ ແລະ ຫັນເປັນທັນສະໄໝ, ສືບຕໍ່ຫັນລົງກໍ່ສ້າງຮາກຖານການເມືອງຢ່າງແຂງແຮງ, ແລະ ສຸມໃສ່ຈັດຕັ້ງປະຕິບັດໂຄງການສ້າງຖານຂໍ້ມູນພົນລະເມືອງ ກໍຄືການອອກບັດປະຈຳຕົວດິຈິຕ໋ອນໃຫ້ບັນລຸຜົນສຳເລັດຕາມແຜນການທີ່ວາງໄວ້ຢ່າງມີປະສິດທິພາບ.