ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ຮັບປະກັນ ຄວາມຖືກຕ້ອງ-ວ່ອງໄວ ໂປ່ງໃສ ໃສ່ໃຈ ພັດທະນາບຸກຄະລາກອນ-ການຈັດຕັ້ງ ໃຫ້ເຂັ້ມແຂງ, ມີປະສິດທິພາບ

ກອງປະຊຸມສະຫຼຸບວຽກງານຮາກຖານປະຈໍາ 06 ເດືອນຕົ້ນປີ ແລະ ວາງທິດທາງແຜນການ 06 ເດືອນທ້າຍປີ 2026 ຂອງກອງກໍ່ສ້າງຮາກຖານ 914

Photoໃນຕອນເຊົ້າ ເວລາ 8 ໂມງ 00 ນາທີ ຂອງວັນທີ 16 ພະຈິກ 2026 ຢູ່ສະໂມສອນຫ້ອງການປົກຄອງຕາແສງ, ກອງກໍ່ສ້າງຮາກຖານ 914 ໄດ້ຈັດກອງປະຊຸມສະຫຼຸບວຽກງານຮາກຖານປະຈໍາ 06 ເດືອນຕົ້ນປີ ແລະ ວາງທິດທາງແຜນການ 06 ເດືອນທ້າຍປີ 2026 ຂຶ້ນຢ່າງເປັນທາງການ ຢູ່ທີ່ເມືອງລອງ ແຂວງຫຼວງນ້ຳທາ. ໂດຍການເປັນປະທານຂອງ ທ່ານ ພັອ ປອ ອາຄົມ ວົງພະຈັນ ຮອງຫົວໜ້າກອງບັນຊາການ ປກສ ແຂວງຫຼວງນ້ຳທາ, ມີ ທ່ານ ພັທ ຫັດສະດີ ສີລິວົງ ຫົວໜ້າກອງກໍ່ສ້າງຮາກຖານ 914, ກອງປະຊຸມຄັ້ງນີ້ ຍັງມີບັນດາແຂກຖືກເຊີນຈາກ ປກສ ແຂວງ, ປກສ ເມືອງລອງ, ຄະນະຕາແສງ, ທະຫານຊາຍແດນຄໍ 133, ທະຫານຊາຍແດນ 135, ປກສ ກຸ່ມບ້ານ, ຕມໍ (ຕວດຄົນເຂົ້າ-ອອກເມືອງ) ປະຈຳດ່ານຊຽງກົກ, ຕຳຫຼວດສູນປະສານງານລາວ-ຈີນ ພ້ອມດ້ວຍພະນັກງານນັກຮົບກອງກໍ່ສ້າງຮາກຖານ 914 ເຂົ້າຮ່ວມຢ່າງພ້ອມພຽງ.PhotoPhoto

ທ່ານ ພັທ ສີແກ້ວ ສຸນິວົງ ຮອງເລຂາໜ່ວຍພັກ, ຮອງຫົວໜ້າກອງກໍ່ສ້າງຮາກຖານ 914 ໄດ້ຂຶ້ນຜ່ານບົດສະຫຼຸບການເຄື່ອນໄຫວວຽກງານ 06 ເດືອນຕົ້ນປີ 2026 ເຊິ່ງໄດ້ຍົກໃຫ້ເຫັນຜົນງານອັນພົ້ນເດັ່ນໃນຫຼາຍດ້ານ ເປັນຕົ້ນແມ່ນ:

  • ວຽກງານສຶກສາອົບຮົມການເມືອງ-ແນວຄິດ: ໄດ້ຈັດກອງປະຊຸມລວມສະມາຊິກພັກ ແລະ ພະນັກງານນັກຮົບເປັນປະຈຳ ເພື່ອຮັບຟັງການເຜີຍແພ່ເອກະສານ ມະຕິຄໍາສັ່ງ ແລະ ລະບຽບພັກ ເຮັດໃຫ້ພະນັກງານມີແນວຄິດອຸ່ນອ່ຽງທຸ່ນທ່ຽງ ແລະ ເຊື່ອໝັ້ນຕໍ່ການນໍາພາຂອງຂັ້ນເທິງ.
  • ວຽກງານປ້ອງກັນຄວາມສະຫງົບ ແລະ ການປ່ອນບັດເລືອກຕັ້ງ: ໄດ້ເພີ່ມທະວີການປ້ອງກັນຄວາມສະຫງົບໃນໄລຍະປີໃໝ່ລາວ; ພ້ອມທັງສົມທົບກັບ ປກສ ກຸ່ມບ້ານ ແລະ ປກຊ-ປກສ ບ້ານ ອອກເຄື່ອນໄຫວປ້ອງກັນ ແລະ ຕິດຕາມສະພາບການຢ່າງໃກ້ຊິດ ເຮັດໃຫ້ການປ່ອນບັດເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນແຂວງ ຊຸດທີ V ມີຄວາມສະຫງົບປອດໄພ  100%. ພ້ອມນີ້ ກໍໄດ້ເຂົ້າຮ່ວມຮັບຟັງການເຜີຍແຜ່ຜົນສຳເລັດຂອງກອງປະຊຸມຄັ້ງປະຖົມມະລຶກຂອງສະພາທັງສອງຂັ້ນດັ່ງກ່າວ.
  • ວຽກງານລາດຕະເວນ ແລະ ສະກັດກັ້ນປະກົດການຫຍໍ້ທໍ້: ໄດ້ອອກເຄື່ອນໄຫວລາດຕະເວນທາງບົກ  126 ຄັ້ງ ແລະ ສົມທົບກັບສາກົນ/ຂະແໜງການກ່ຽວຂ້ອງ ເຄື່ອນໄຫວລາດຕະເວນທາງເຮືອ (ຕາມລຳນ້ຳຂອງ) 24 ຄັ້ງ ເພື່ອສະກັດກັ້ນກຸ່ມຄົນບໍ່ຫວັງດີ, ສິນຄ້າເຖື່ອນ ແລະ ການເຂົ້າ-ອອກເມືອງຜິດກົດໝາຍ. ພ້ອມນັ້ນ ໄດ້ກ່າວເຕືອນຮ້ານບັນເທິງ-ກິນດື່ມທີ່ເປີດເກີນໂມງກຳນົດ ແລະ ສ້າງບົດບັນທຶກຮ່ວມກັບຮ້ານກິນດື່ມໃນເຂດປຸ່ງຊາຍເພື່ອຄວາມສະຫງົບ.
  • ການມ້າງຄະດີ ແລະ ກັກຕົວເປົ້າໝາຍ: ສາມາດກັກຕົວເປົ້າໝາຍພົວພັນຢາເສບຕິດໄດ້ຫຼາຍລາຍ (ທ້າວ ໄມພົມ ພ້ອມຢາບ້າ 1 ເມັດ, ທ້າວ ດີ ພ້ອມຢາບ້າ 79 ເມັດ, ແລະ ທ້າວ ຢຶ ໃນຂໍ້ຫາມີຢາເສບຕິດ); ກັກຕົວໄວ້ລຸ່ນກໍ່ເຫດອາລະວາດຕີກັນ  3 ຄົນ (ທ້າວ ຢາໂຕ, ທ້າວ ອາເອີ ຊາເປາະ, ທ້າວ ປ່ກ່ອງ); ກັກຕົວຜູ້ຕ້ອງຫາລັກຊັບ (ລັກລົດຈັກ ທ້າວ ເຄາະທູ່, ລັກເກັບຢາງພາລາ ທ້າວ ກອງຈັນ); ກັກຕົວຜູ້ເມົາສຸລາຈຸດໄຟເຜົາເຮືອນປະຊາຊົນ (ທ້າວ ແຊະເຈາະ ແລມີ); ກັກລົດຍົນທີ່ຖືກລັກມາ ແລະ ກັກຕົວກຸ່ມແກ້ງກວນເມືອງໄດ້ 18 ຄົນ ພ້ອມລົດຈັກ 13 ຄັນ ມອບໃຫ້ ປກສ ເມືອງ ດຳເນີນຄະດີ.
  • ວຽກງານຄຸ້ມຄອງສັງຄົມ, ປ່າໄມ້ ແລະ ສິ່ງແວດລ້ອມ: ໄດ້ລົງເຜີຍແຜ່ຂໍ້ຫ້າມການລ່າເນື້ອຫາປາຜິດກົດໝາຍ ແລະ ການທຳລາຍປ່າ 4 ຄັ້ງ; ສຶກສາອົບຮົມໄວລຸ່ນມົ້ວສຸ່ມນ້ຳກະທ່ອມ ແລະ ຜູ້ລັກຫາປາຜິດກົດໝາຍ (ໃຊ້ຢາເບື່ອປາ); ສ້າງບົດບັນທຶກສຶກສາອົບຮົມຜູ້ເມົາສຸລາອາລະວາດໃນຄອບຄົວ; ສະກັດກັ້ນການລັກລອບຕັດໄມ້ເຂດປ່າສະຫງວນບ້ານຊຽງກົກ ແລະ ຢຶດຂອງກາງໄດ້ຈຳນວນໜຶ່ງ. ນອກນີ້ ໄດ້ລົງກວດກາບໍລິສັດດຸດແຮ່ຊາຍ, ສຶກສາອົບຮົມປະຊາຊົນ 8 ຄອບຄົວທີ່ຈະຍົກຍ້າຍບ້ານຜິດລະບຽບ, ລົງສຳຫຼວດພື້ນທີ່ລັກລອບປູກຝິ່ນ ແລະ ຕິດຕາມການດຸດແຮ່ຊາຍທີ່ບໍ່ຖືກຕ້ອງຂອງບໍລິສັດສິງເໜືອ.
  • ວຽກງານການໄກ່ເກັ່ຍ ແລະ ຊ່ວຍເຫຼືອປະຊາຊົນ: ໄດ້ຊ່ວຍມອດໄຟ ແລະ ເກັບກຳຂໍ້ມູນອັກຄີໄພໄໝ້ຫໍພັກນັກຮຽນ ມໍສໍ ຊຽງກົກ; ໄກ່ເກັ່ຍອຸປະຕິເຫດລົດຈັກຕຳກັນ; ໄກ່ເກັ່ຍກໍລະນີລົດບໍລິສັດໄຟຟ້າໄຫຼຕຳເຮືອນປະຊາຊົນ  2 ຫຼັງ ໃຫ້ໄດ້ຮັບການຊົດເຊີຍ; ໄກ່ເກັ່ຍຂໍ້ຂັດແຍ່ງທີ່ດິນທຳການຜະລິດລະຫວ່າງບ້ານຜາ ແລະ ບ້ານສົມປານເກົ່າ, ພ້ອມທັງຂໍ້ຂັດແຍ່ງລະຫວ່າງບຸກຄົນໄດ້ສຳເລັດ.
  • ວຽກງານການທະຫານ ແລະ ການພັດທະນາ: ເຂົ້າຮ່ວມພິທີປິດຝຶກອົບຮົມຫັດແອບກໍ່ສ້າງບ້ານປ້ອມໝັ້ນກຸ່ມບ້ານສູ້ຮົບຕິດລຽນ ຢູ່ກຸ່ມບ້ານຜາງົວ; ເຂົ້າຮ່ວມປຶກສາຫາລືການສຳປະທານປູກຕົ້ນໄມ້ຂີ້ເຫຼັກ ແລະ ຕົ້ນຕິ້ວ; ລົງສຳຫຼວດຈຸດເອົາຫີນແຮ່-ຊາຍມາປູເສັ້ນທາງລະຫວ່າງບ້ານພະຍາຫຼວງຄຳປີງເໜືອ-ໃຕ້; ແລະ ໄດ້ຮ່ວມປະຊຸມປຶກສາຫາລືການປະເມີນຖອນພະນັກງານຮາກຖານຢູ່ກຸ່ມຜາງົວ ລົງມາປະຈຳຢູ່ກຸ່ມບ້ານສີວິໄລ (ບ້ານຫ້ວຍຫຼວງ ແລະ ບ້ານແດນກາງ).

ຈາກນັ້ນ, ທ່ານຮອງຫົວໜ້າກອງກໍ່ສ້າງຮາກຖານ 914 ກໍໄດ້ຜ່ານທິດທາງແຜນການ 06 ເດືອນທ້າຍປີ 2026 ເພື່ອສືບຕໍ່ຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດວຽກງານຈຸດສຸມໃຫ້ມີຄວາມຮັດກຸມ, ຮັບປະກັນຄວາມສະຫງົບ ແລະ ລະບຽບຮຽບຮ້ອຍໃນຂອບເຂດຮັບຜິດຊອບ.Photo

ຕອນທ້າຍຂອງພິທີ, ທ່ານ ພັອ ປອ ອາຄົມ ວົງພະຈັນ ຮອງຫົວໜ້າກອງບັນຊາການ ປກສ ແຂວງຫຼວງນ້ຳທາ ໄດ້ມີຄຳເຫັນໂອ້ລົມ ແລະ ໃຫ້ທິດຊີ້ນຳຕໍ່ກອງປະຊຸມ. ທ່ານໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ກອງກໍ່ສ້າງຮາກຖານ 914 ຍາດມາໄດ້ໃນໄລຍະຜ່ານມາ, ພ້ອມທັງເນັ້ນໜັກໃຫ້ຄະນະພັກ-ຄະນະບັນຊາ ແລະ ພະນັກງານນັກຮົບທຸກສະຫາຍ ສືບຕໍ່ຍົກສູງຄວາມຮັບຜິດຊອບການເມືອງ, ເພີ່ມທະວີຄວາມສາມັກຄີພາຍໃນ-ພາຍນອກ, ສຸມໃສ່ແກ້ໄຂປະກົດການຫຍໍ້ທໍ້, ຄຸ້ມຄອງຊາຍແດນ ແລະ ຮາກຖານປະຊາຊົນຢ່າງໃກ້ຊິດ ເພື່ອເຮັດໃຫ້ຂອບເຂດຮັບຜິດຊອບມີຄວາມສະຫງົບໂດຍພື້ນຖານ ແລະ ຈັດຕັ້ງປະຕິບັດແຜນການ 06 ເດືອນທ້າຍປີໃຫ້ປາກົດຜົນເປັນຈິງ.PhotoPhotoPhotoPhoto