ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ເປີດຝຶກອົບຮົມວຽກງານໂຄສະນາຕ້ານການຄ້າມະນຸດ
ໃນວັນທີ 21 ກໍລະກົດ 2026, ຢູ່ທີ່ຫ້ອງປະຊຸມຊັ້ນ IV ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ, ໄດ້ມີພິທີເປີດຊຸດຝຶກອົບຮົມວຽກງານໂຄສະນາຕ້ານການຄ້າມະນຸດ ເຊິ່ງຈະດຳເນີນໄປເປັນເວລາ 3 ວັນ (ວັນທີ 21 ຫາ 23 ກໍລະກົດ 2026) ໂດຍການເປັນປະທານຂອງ ທ່ານ ພົຈວ ແກ່ນຈັນ ພົມມະຈັກ ຄະນະພັກກະຊວງ, ເລຂາຄະນະພັກກົມ, ຫົວໜ້າກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ. ເຂົ້າຮ່ວມພິທີມີ ຄະນະກົມ, ຄູອາຈານ/ຄູຝຶກ (ຈາກກົມ 312/ກົມຕຳຫຼວດສະກັດກັ້ນ ແລະ ຕ້ານການຄ້າມະນຸດ), ພະແນກການກ່ຽວຂ້ອງ ແລະ ນັກສຳມະນາກອນຈາກກອງກໍ່ສ້າງຮາກຖານ 11 ກອງ ເຂົ້າຮ່ວມ.
.jpeg)
ໃນພິທີ, ທ່ານ ພັນເອກ ສົມພູ ອິນທີຈັກ ຫົວໜ້າພະແນກສຳມະໂນລາວ ໄດ້ກ່າວຈຸດປະສົງ ແລະ ຜ່ານຂໍ້ຕົກລົງວ່າດ້ວຍການອະນຸມັດເປີດຝຶກອົບຮົມ. ຈາກນັ້ນ, ທ່ານ ພັນເອກ ສີບຸນເຮືອງ ໄຊຍະເພັດ ໄດ້ຂຶ້ນລາຍງານແຜນການຝຶກອົບຮົມ ເຊິ່ງມີຈຸດປະສົງເພື່ອຈັດຕັ້ງຜັນຂະຫຍາຍແນວທາງນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດ ແລະ ສົນທິສັນຍາສາກົນ ເຂົ້າໃນວຽກງານສະກັດກັ້ນ ແລະ ຕ້ານການຄ້າມະນຸດໃຫ້ປະກົດຜົນເປັນຈິງ; ແນໃສ່ເພີ່ມທະວີຄວາມຮັບຮູ້, ຄວາມໝາຍ ແລະ ຄວາມສຳຄັນຂອງວຽກງານດັ່ງກ່າວ ໃຫ້ແກ່ພະນັກງານກໍ່ສ້າງຮາກຖານທີ່ປະຈຳຢູ່ຈຸດຫຼໍ່ແຫຼມບັນດາທ້ອງຖິ່ນ; ພ້ອມທັງປົກປ້ອງສິດຜົນປະໂຫຍດອັນຊອບທຳຂອງຜູ້ຖືກເຄາະຮ້າຍ ໂດຍສະເພາະແມ່ຍິງ ແລະ ເດັກນ້ອຍ ເພື່ອບໍ່ໃຫ້ປະຊາຊົນບັນດາເຜົ່າຕົກເປັນເຫຍື່ອຂອງການຄ້າມະນຸດ. .jpeg)
.jpeg)
.jpeg)
ເນື້ອໃນສຳຄັນທີ່ຈະນຳມາຝຶກອົບຮົມ: ປະກອບມີການໂຄສະນາສຶກສາອົບຮົມໃຫ້ແກ່ກຸ່ມສ່ຽງ ແລະ ຜູ້ທີ່ມີຄວາມສ່ຽງ; ການໂຄສະນາໃຫ້ແກ່ພະນັກງານ, ລັດຖະກອນ, ພາກສ່ວນທີ່ກ່ຽວຂ້ອງ ແລະ ພະນັກງານນຳພາບັນຊາ; ລວມທັງການໂຄສະນາໃນໂອກາດສະເຫຼີມສະຫຼອງວັນສຳຄັນຕ່າງໆ ແລະ ເອກະສານອື່ນໆ ທີ່ກ່ຽວຂ້ອງ.
ເປົ້າໝາຍເຂົ້າຮ່ວມ: ຊຸດຝຶກອົບຮົມຄັ້ງນີ້ມີຜູ້ເຂົ້າຮ່ວມທັງໝົດ 48 ທ່ານ, ປະກອບມີ ຄະນະກົມ 6 ທ່ານ, ນັກສຳມະນາກອນ 11 ທ່ານ, ກອງເລຂາ 18 ທ່ານ, ຄະນະວິທະຍາກອນ 8 ທ່ານ, ພ້ອມດ້ວຍພະນັກງານຮັບໃຊ້ ແລະ ນັກຂ່າວ 5 ທ່ານ, ໂດຍໄດ້ຮັບການສະໜັບສະໜູນດ້ານງົບປະມານຈາກກອງເລຂາຄະນະກຳມະການຕ້ານການຄ້າມະນຸດລະດັບຊາດ. .jpeg)
ໃນໂອກາດດັ່ງກ່າວ, ທ່ານ ພົຈວ ແກ່ນຈັນ ພົມມະຈັກ ໄດ້ໃຫ້ກຽດກ່າວເປີດຊຸດຝຶກອົບຮົມ ແລະ ມີຄຳເຫັນຊີ້ນຳ, ໂດຍໄດ້ເນັ້ນໃຫ້ຄະນະຮັບຜິດຊອບ, ຄູຝຶກ ແລະ ນັກສຳມະນາກອນທຸກທ່ານ ເອົາໃຈໃສ່ຄົ້ນຄວ້າຮໍ່າຮຽນ, ເກັບກຳເອົາເນື້ອໃນບົດຮຽນ ບໍ່ວ່າຈະເປັນດ້ານກົດໝາຍ, ການວິເຄາະສະພາບການ, ການກຳນົດກຸ່ມສ່ຽງ ເພື່ອນຳໄປຈັດຕັ້ງຜັນຂະຫຍາຍເຂົ້າໃນວຽກງານຕົວຈິງຢູ່ທ້ອງຖິ່ນໃຫ້ມີປະສິດທິຜົນສູງ.
ສຳລັບເນື້ອໃນການຝຶກອົບຮົມຕະຫຼອດ 3 ວັນ ແມ່ນຈະໄດ້ຮຽນຮູ້ກ່ຽວກັບສະພາບການຄ້າມະນຸດ, ສົນທິສັນຍາ ແລະ ກົດໝາຍທີ່ກ່ຽວຂ້ອງ, ການດຳເນີນຄະດີ, ເຕັກນິກການໂຄສະນາໃຫ້ແກ່ກຸ່ມສ່ຽງ, ພະນັກງານ-ລັດຖະກອນ ແລະ ພະນັກງານນຳພາບັນຊາ. ຊຸດຝຶກອົບຮົມດັ່ງກ່າວຈະດຳເນີນໄປເຖິງວັນທີ 23 ກໍລະກົດ 2026 ຈຶ່ງຈະປິດລົງຢ່າງເປັນທາງການ. .jpeg)
.jpeg)
.jpeg)
.jpeg)
.jpeg)