ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ຮັບປະກັນ ຄວາມຖືກຕ້ອງ-ວ່ອງໄວ ໂປ່ງໃສ ໃສ່ໃຈ ພັດທະນາບຸກຄະລາກອນ-ການຈັດຕັ້ງ ໃຫ້ເຂັ້ມແຂງ, ມີປະສິດທິພາບ

ກອງກໍ່ສ້າງຮາກຖານການເມືອງ 915 ຈັດຕັ້ງເຜີຍແຜ່, ເຊື່ອມຊຶມກົດລະບຽບພັກປະຊາຊົນປະຕິວັດລາວ ສະໄໝທີ XII

Photoໃນວັນທີ 17 ກໍລະກົດ 2026, ຢູ່ທີ່ຫ້ອງປະຊຸມເສນາກອງ 915, ກອງກໍ່ສ້າງຮາກຖານການເມືອງ 915 ໄດ້ຈັດຕັ້ງພິທີເຜີຍແຜ່ ແລະ ເຊື່ອມຊຶມເອກະສານກົດລະບຽບຂອງ ພັກປະຊາຊົນປະຕິວັດລາວ ສະໄໝທີ XII ຂຶ້ນຢ່າງເປັນທາງການ. ໂດຍການເປັນປະທານ ແລະ ນຳສະເໜີເຜີຍແຜ່ເອກະສານຂອງ ສະຫາຍ ພັນໂທ ບຸນເພັງ ຈັນທະລັງສີ ເລຂາໜ່ວຍພັກຮາກຖານ, ຫົວໜ້າກອງກໍ່ສ້າງຮາກຖານ 915, ໂດຍມີ ຄະນະພັກ-ຄະນະກອງ, ພ້ອມດ້ວຍພະນັກງານກໍ່ສ້າງຮາກຖານການເມືອງ 915 ເຂົ້າຮ່ວມຢ່າງພ້ອມພຽງ. Photo

ໃນພິທີ, ສະຫາຍ ພັນໂທ ບຸນເພັງ ຈັນທະລັງສີ ໄດ້ໃຫ້ກຽດນຳສະເໜີເນື້ອໃນກົດລະບຽບຂອງພັກປະຊາຊົນປະຕິວັດລາວ ສະໄໝທີ XII ເຊິ່ງແມ່ນກົດລະບຽບສະບັບປັບປຸງໃໝ່, ໂດຍໄດ້ເນັ້ນໃຫ້ເຫັນເຖິງບັນດາເນື້ອໃນພື້ນຖານອັນສຳຄັນ ເປັນຕົ້ນແມ່ນ ທາດແທ້, ວັດຖຸປະສົງ, ອຸດົມການ, 5 ຫຼັກການ ແລະ 3 ທິດນຳ ຂອງພັກ. ພ້ອມດຽວກັນນັ້ນ, ຍັງໄດ້ເຜີຍແຜ່ຢ່າງເລິກເຊິ່ງກ່ຽວກັບມາດຕະຖານ, ເງື່ອນໄຂ, ໜ້າທີ່, ສິດ ແລະ ຂໍ້ຫ້າມສຳລັບສະມາຊິກພັກ; ຫຼັກການຈັດຕັ້ງລວມສູນປະຊາທິປະໄຕ; ການປັບປຸງກົງຈັກການຈັດຕັ້ງພັກແຕ່ລະຂັ້ນ; ວຽກງານກວດກາ, ວິໄນ ແລະ ການຍ້ອງຍໍ-ລົງວິໄນພາຍໃນພັກ ເພື່ອໃຫ້ສະມາຊິກພັກ-ພະນັກງານກຳແໜ້ນ ແລະ ນຳໄປຈັດຕັ້ງປະຕິບັດໃຫ້ຖືກຕ້ອງດຳເນີນພາລະກິດປ່ຽນແປງໃໝ່ຮອບດ້ານທີ່ມີຫຼັກການຂອງພັກ, ປົກປັກຮັກສາປະເທດຊາດໄວ້ໃຫ້ໝັ້ນຄົງ, ກໍ່ສ້າງລະບອບປະຊາທິປະໄຕ ໃຫ້ບັນລຸຕາມຈຸດໝາຍສັງຄົມນິຍົມ. ຜົນສຳເລັດການນຳພາ່ປະຊາຊົນລາວບັນດາເຜົ່າ ດຳເນີນການປະຕິວັດຊາດປະຊາທິປະໄຕ ເຮັດສຳເລັດພາລະກິດປົດປ່ອຍຊາດ, ລົບລ້າງລະບອບລ່າເມືອງຂຶ້ນ ແລະ ສັກດີນາ, ສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຂຶ້້ນໃນວັນທີ 02 ທັນວາ 1975. Photo

ຈາກນັ້ນ ສະຫາຍ ພັຕ ລໍາພອນ ໄຊຍະວົງ ຍັງໄດ້ມີການຜ່ານເອກະສານ ຄຳແນະນຳຂອງຄະນະຈັດຕັ້ງສູນກາງພັກ ເລກທີ 303/ສພ ກ່ຽວກັບການຈັດຕັ້ງປະຕິບັດກົດລະບຽບຂອງພັກປະຊາຊົນປະຕິວັດລາວ ສະໄໝທີ Xll ເພື່ອແນະນໍາ, ອະທິບາຍ ບາງເນື້ອໃນສໍາຄັນ ແລະ ບາງປະໂຫຍກຄໍາເວົ້າທີ່ກຳນົດຢູ່ໃນກົດລະບຽບພັກຢ່າງຈະແຈ້ງ, ເຂົ້າໃຈງ່າຍ; ເພື່ອເຮັດໃຫ້ຄະນະພັກ, ສະມາຊິກພັກ ໜ່ວຍພັກກອງກໍ່ສ້າງຮາກຖານ 915 ທຸກສະຫາຍ ສາມາດຮັບຮູ້, ເຂົ້າໃຈ, ເອການພາບ ແລະ ກຳແໜ້ນຢ່າງເລິກເຊິ່ງ, ເປັນເຈົ້າການໃນການເຄົາລົບ ແລະ ປະຕິບັດລະບຽບຂອງພັກ ປະຊາຊົນ ປະຕິວັດລາວ ສະໄໝທີ Xll ໄດ້ຢ່າງເຂັ້ມງວດ ແລະ ເພື່ອຮັບປະກັນໃຫ້ໄດ້ຮັບການຈັດຕັ້ງເຜີຍແຜ່ເຊື່ອມຊຶມ, ພ້ອມທັງເປັນບ່ອນອີງໃນການຈັດຕັ້ງຜັນຂະຫຍາຍຢ່າງເປັນເຈົ້າການ. Photo

ການຈັດຕັ້ງເຜີຍແຜ່-ເຊື່ອມຊຶມເອກະສານໃນຄັ້ງນີ້ ມີຄວາມໝາຍຄວາມສຳຄັນຢ່າງຍິ່ງ ແນໃສ່ເຮັດໃຫ້ຄະນະພັກ, ຄະນະກອງ ແລະ ພະນັກງານ-ສະມາຊິກພັກ ກອງກໍ່ສ້າງຮາກຖານການເມືອງ 915 ທຸກສະຫາຍ ມີຄວາມຮັບຮູ້, ເຂົ້າໃຈຢ່າງເລິກເຊິ່ງ, ເຊື່ອມຊຶມຢ່າງທົ່ວເຖິງ, ເພີ່ມທະວີຄວາມສາມັກຄີເປັນເອກະພາບທາງດ້ານການເມືອງ, ແນວຄິດ ແລະ ການຈັດຕັ້ງ, ເພື່ອຍົກສູງຄວາມສາມາດນຳພາ, ເປັນແບບຢ່າງນຳໜ້າ ແລະ ນຳເອົາເນື້ອໃນກົດລະບຽບພັກໄປຜັນຂະຫຍາຍເຂົ້າໃນການປະຕິບັດໜ້າທີ່ວຽກງານກໍ່ສ້າງຮາກຖານການເມືອງຢູ່ທ້ອງຖິ່ນໃຫ້ມີປະສິດທິພາບ ແລະ ໄດ້ຮັບຜົນສຳເລັດສູງ. PhotoPhotoPhotoPhotoPhoto