ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ຈັດພິທີປະກາດ ອອກພັກການຮັບອຸດໜຸນບຳນານ
ໃນວັນທີ 22 ກໍລະກົດ 2026 ນີ້, ຢູ່ທີ່ ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ກະຊວງປ້ອງກັນຄວາມສະຫງົບ ໄດ້ຈັດພິທີປະກາດ ທ່ານ ພັນໂທ ຂຸນແກ້ມ ວົງປະດິດ ຮອງຫົວໜ້າພະແນກອາຊີບ-ພາຫະນະພິເສດ ອອກພັກການຮັບອຸດໜຸນບຳນານ ໂດຍການເປັນປະທານຂອງ ທ່ານ ພົນຈັດຕະວາ ແກ່ນຈັນ ພົມມະຈັກ ຫົວໜ້າກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ. ໃຫ້ກຽດເຂົ້າຮ່ວມມີ ຄະນະພັກ-ຄະນະກົມ, ຄະນະພະແນກອ້ອມຂ້າງກົມ, ພ້ອມດ້ວຍນາຍ ແລະ ພົນຕຳຫຼວດ ພາຍໃນກົມເຂົ້າຮ່ວມຢ່າງພ້ອມພຽງ..jpeg)
ໃນພິທີ, ທ່ານ ພັອ ນາງ ເຂັມຄຳ ໄຊຍະເພັດ ຄະນະພັກກົມ ເລຂາໜ່ວຍພັກຮາກຖານ, ຫົວໜ້າພະແນກການເມືອງ ໄດ້ຂຶ້ນຜ່ານຂໍ້ຕົກລົງຂອງ ກະຊວງປ້ອງກັນຄວາມສະຫງົບ ເລກທີ 2036/ປກສ, ລົງວັນທີ 06 ກໍລະກົດ 2026 ວ່າດ້ວຍການອະນຸມັດໃຫ້ນາຍຕຳຫຼວດ ອອກພັກການຮັບອຸດໜຸນບຳນານ. ເຊິ່ງໃນຂໍ້ຕົກລົງໄດ້ລະບຸ ອະນຸມັດໃຫ້ ທ່ານ ພັນໂທ ຂຸນແກ້ມ ວົງປະດິດ ຮອງຫົວໜ້າພະແນກອາຊີບ-ພາຫະນະພິເສດ ອອກພັກການຮັບອຸດໜຸນບຳນານ ຕາມອາຍຸກະສຽນ 60 ປີ, ເຊິ່ງທ່ານມີອາຍຸການປະຕິວັດ ລວມທັງໝົດ 44 ປີ. ຕະຫຼອດໄລຍະເວລາການຮັບໃຊ້ຊາດ, ທ່ານໄດ້ສຸມສະຕິປັນຍາ, ເຫື່ອແຮງ ແລະ ຄວາມຮູ້ຄວາມສາມາດ ເຂົ້າໃນການຈັດຕັ້ງປະຕິບັດໜ້າທີ່ ດ້ວຍຄວາມຮັບຜິດຊອບສູງ.
ໂອກາດທີ່ມີຄວາມໝາຍຄວາມສໍາຄັນນີ້, ທ່ານ ພົນຈັດຕະວາ ແກ່ນຈັນ ພົມມະຈັກ ໄດ້ໃຫ້ກຽດໂອ້ລົມ ແລະ ກ່າວສະແດງຄວາມຊົມເຊີຍຢ່າງສຸດອກສຸດໃຈ, ພ້ອມທັງສະແດງຄວາມຂອບໃຈ ຕໍ່ຜົນງານ, ຄຸນງາມຄວາມດີ ແລະ ການທຸ່ມເທຂອງ ທ່ານ ພັນໂທ ຂຸນແກ້ມ ວົງປະດິດ ທີ່ໄດ້ປະກອບສ່ວນຢ່າງຕັ້ງໜ້າ ເຂົ້າໃນພາລະກິດປ້ອງກັນຄວາມສະຫງົບ ເວົ້າລວມ, ເວົ້າສະເພາະ ກໍຄືການສ້າງສາ ແລະ ພັດທະນາວຽກງານຂອງກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ໃຫ້ມີຄວາມເຕີບໃຫຍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ..jpeg)
ພ້ອມນີ້, ທ່ານປະທານ ຍັງໄດ້ເນັ້ນກຳຊັບໃຫ້ພະນັກງານ-ນາຍຕຳຫຼວດລຸ້ນຫຼັງ ຈົ່ງເອົາແບບຢ່າງອັນດີງາມ, ຄວາມຮັບຜິດຊອບຕໍ່ໜ້າທີ່ ແລະ ຄວາມຈົ່ງຮັກພັກດີຂອງ ທ່ານ ພັນໂທ ຂຸນແກ້ມ ວົງປະດິດ ໄປສືບຕໍ່ປະຕິບັດ ແລະ ພັດທະນາໜ້າທີ່ວຽກງານຂອງຕົນໃຫ້ມີຜົນງານດີເດັ່ນຍິ່ງໆຂຶ້ນໄປ. ໃນຕອນທ້າຍ, ທ່ານປະທານ ໄດ້ອວຍພອນໃຫ້ ທ່ານ ພັນໂທ ຂຸນແກ້ມ ວົງປະດິດ ຈົ່ງມີສຸຂະພາບແຂງແຮງ, ມີຄວາມສຸກໃນຊີວິດການເປັນຢູ່ ແລະ ປະສົບຜົນສຳເລັດໃນຊີວິດສ່ວນຕົວ ພາຍຫຼັງອອກພັກການຮັບອຸດໜຸນບຳນານ..jpeg)
.jpeg)
.jpeg)
.jpeg)