ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ຮັບປະກັນ ຄວາມຖືກຕ້ອງ-ວ່ອງໄວ ໂປ່ງໃສ ໃສ່ໃຈ ພັດທະນາບຸກຄະລາກອນ-ການຈັດຕັ້ງ ໃຫ້ເຂັ້ມແຂງ, ມີປະສິດທິພາບ

ກົມ 509 ຈັດພິທີປາຖະກະຖາເຜີຍແຜ່ເຊື່ອມຊຶມມະຕິກອງປະຊຸມຄັ້ງປະຖົມມະລຶກຂອງສະພາແຫ່ງຊາດ ຊຸດທີ X ພ້ອມປະກາດເລື່ອນຊັ້ນໃຫ້ນາຍ ແລະ ພົນຕຳຫຼວດ

Photoໃນວັນທີ 7 ກັນຍາ 2026 ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ໄດ້ຈັດພິທີປາຖະກະຖາເຜີຍແຜ່ເຊື່ອມຊຶມມະຕິກອງປະຊຸມຄັ້ງປະຖົມມະລຶກຂອງສະພາແຫ່ງຊາດ ຊຸດທີ X ແລະ ປະກາດເລື່ອນຊັ້ນໃຫ້ນາຍ ແລະ ພົນຕຳຫຼວດຢ່າງສົມກຽດ. ໂດຍການໃຫ້ກຽດເປັນປະທານ ແລະ ເຜີຍແຜ່ເອກະສານຂອງທ່ານ ພົນຈັດຕະວາ ແກ່ນຈັນ ພົມມະຈັກ ຄະນະພັກກະຊວງ, ເລຂາຄະນະພັກກົມ, ຫົວໜ້າກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ, ເຂົ້າຮ່ວມພິທີໃນຄັ້ງນີ້ ມີຄະນະພັກ-ຄະນະກົມ, ຫ້ອງການກົມ, ສູນຂໍ້ມູນພົນລະເມືອງ ແລະ ບັດປະຈຳຕົວ, ບັນດາພະແນກອ້ອມຂ້າງກົມ, ສະມາຊິກພັກສຳຮອງ-ສົມບູນ, ພ້ອມດ້ວຍນາຍ ແລະ ພົນຕຳຫຼວດທີ່ໄດ້ຮັບການເລື່ອນຊັ້ນເຂົ້າຮ່ວມ.Photo

ໃນພິທີ, ທ່ານ ພົນຈັດຕະວາ ແກ່ນຈັນ ພົມມະຈັກ ໄດ້ໃຫ້ກຽດເຜີຍແຜ່ເຊື່ອມຊຶມບັນດາມະຕິ ແລະ ເອກະສານສຳຄັນຈາກກອງປະຊຸມຄັ້ງປະຖົມມະລຶກຂອງສະພາແຫ່ງຊາດ ຊຸດທີ X ເພື່ອໃຫ້ຄະນະພັກ-ຄະນະບັນຊາ ແລະ ພະນັກງານ-ນາຍຕຳຫຼວດໄດ້ຮັບຮູ້ ແລະ ເຂົ້າໃຈຢ່າງເລິກເຊິ່ງ, ເຊິ່ງປະກອບມີ 3 ເອກະສານທີ່ມີເນື້ອໃນສຳຄັນເປັນຕົ້ນ: 1. ມະຕິກອງປະຊຸມຄັ້ງປະຖົມມະລຶກ ຂອງສະພາແຫ່ງຊາດ ວ່າດ້ວຍການຮັບຮອງແຜນການເຄື່ອນໄຫວວຽກງານ 5 ປີ (2026-2030) ຂອງອົງການກວດກາແຫ່ງລັດ (ສະບັບເລກທີ 15/ຫສຊ, ລົງວັນທີ 26 ມີນາ 2026); 2, ມະຕິກອງປະຊຸມຄັ້ງປະຖົມມະລຶກ ຂອງສະພາແຫ່ງຊາດ ວ່າດ້ວຍການຮັບຮອງແຜນການເຄື່ອນໄຫວວຽກງານ 5 ປີ (2026-2030) ຂອງອົງການກວດສອບແຫ່ງລັດ (ສະບັບເລກທີ 16/ຫສຊ, ລົງວັນທີ 26 ມີນາ 2026); 3, ມະຕິກອງປະຊຸມຄັ້ງປະຖົມມະລຶກ ຂອງສະພາແຫ່ງຊາດ ວ່າດ້ວຍການຮັບຮອງເອົາແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ X (2026-2030) (ສະບັບເລກທີ 19/ຫສຊ, ລົງວັນທີ 27 ມີນາ 2026

ການຈັດຕັ້ງເຜີຍແຜ່ເຊື່ອມຊຶມເອກະສານສຳຄັນໃນຄັ້ງນີ້ ມີຈຸດປະສົງລະດັບຄາດໝາຍເພື່ອປຸກຈິດສຳນຶກ ແລະ ເພີ່ມທະວີຄວາມຮັບຮອງ-ຄວາມเข้าใจຂອງສະມາຊິກພັກ, ນາຍ ແລະ ພົນຕຳຫຼວດ. ທັງເປັນການຜັນຂະຫຍາຍມະຕິກອງປະຊຸມສະພາແຫ່ງຊາດ ຊຸດທີ X ເຂົ້າໃນວຽກງານຕົວຈິງຂອງກົມ, ໂດຍສະເພາະວຽກງານຄຸ້ມຄອງສຳມະໂນຄົວ, ສູນຂໍ້ມູນພົນລະເມືອງ, ບັດປະຈຳຕົວ (Digital ID) ແລະ ວຽກງານກໍ່ສ້າງຮາກຖານ ໃຫ້ມີປະສິດທິພາບ, ໂປ່ງໃສ ແລະ ມີຜົນສັກສິດ. PhotoPhoto

ຄຽງຄູ່ກັນນັ້ນ, ໃນວາລະພິທີທ່ານ ພັອ ນາງ ເຂັມຄຳ ໄຊຍະເພັດ ຄະນະພັກກົມ, ຫົວໜ້າພະແນການເມືອງ ຍັງໄດ້ມີການຜ່ານ ຂໍ້ຕົກລົງຂອງກະຊວງປ້ອງກັນຄວາມສະຫງົບສະບັບເລກທີ 2642/ ປກສ ລົງວັນທິ 31 ສິງຫາ 2026, ຂໍ້ຕົກລົງ 3762/ປກສ ລົງວັນທີ 27 ສິງຫາ 2026 ວ່າດ້ວຍການຍົກຍ້າຍນາຍຕຳຫຼວດໄປຮັບໜ້າທີ່ໃໝ່ ຈຳນວນ 04 ສະຫາຍ, ຜ່ານຂໍ້ຕົກລົງສະບັບເລກທີ 2479, 2480/ປກສ ແລະ ຂໍ້ຕົກລົງຂອງຫົວໜ້າກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ສະບັບເລກທີ 6863/ຄກຖ ວ່າດ້ວຍການເລື່ອນຊັ້ນໃຫ້ນາຍ ແລະ ພົນຕຳຫຼວດ ຈໍານວນ73 ສະຫາຍ ຍິງ 15 ສະຫາຍໃນນີ້ເລື່ອນຊັ້ນ ຮອ ຂື້ນ ພັຕ ຈຳນວນ 18ສະຫາຍ ຍິງ 03 ສະຫາຍ; ຮທ ຂຶ້ນ ຮອ ຈໍານວນ 43 ສະຫາຍ ຍິງ 05 ສະຫາຍ; ສທ ຂື້ນ ສອ ຈໍານວນ 12 ສະຫາຍ ຍິງ 07 ສະຫາຍ ໃຫ້ກຽດປະດັບຊັ້ນໂດຍທ່ານ ພົນຈັດຕະວາ ແກ່ນຈັນ ພົມມະຈັກ. Photo

ໃນຕອນທ້າຍ, ທ່ານ ພົນຈັດຕະວາ ແກ່ນຈັນ ພົມມະຈັກ ໄດ້ເນັ້ນໃສ່ໃຫ້ຄະນະພັກ-ຄະນະບັນຊາ ແລະ ນາຍ ແລະ ພົນຕຳຫຼວດທຸກສະຫາຍ ຈົ່ງເພີ່ມທະວີຄວາມເອົາໃຈໃສ່ໃນການນຳເອົາເນື້ອໃນມະຕິຕ່າງໆ, ສືບຕໍ່ສືບທອດມູນເຊື້ອ, ຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງ, ນຳເອົາເນື້ອໃນເອກະສານສຳຄັນເຫຼົ່ານີ້ໄປຜັນຂະຫຍາຍເປັນແຜນງານ-ໂຄງການລະອຽດ ເພື່ອສ້າງກົມ 509 ໃຫ້ມີຄວາມເຂັ້ມແຂງ, ທັນສະໄໝ ແລະ ຮັບປະກັນຄວາມສະຫງົບ-ຄວາມເປັນລະບຽບຮຽບຮ້ອຍໃນສັງຄົມຢ່າງໜັກແໜ້ນ.PhotoPhoto PhotoPhotoPhotoPhotoPhoto