ໜ່ວຍພັກຮາກຖານກອງກໍ່ສ້າງຮາກຖານ 915 ເປີດບັ້ນດຳເນີນຊີວິດການເມືອງ
ວັນທີ 3 ກັນຍາ 2026, ໜ່ວຍພັກຮາກຖານກອງກໍ່ ສ້າງຮາກຖານ 915 ປະຈໍາຢູ່ເມືອງອານຸວົງ ແຂວງໄຊສົບູນໄດ້ເປີດກອງປະຊຸມບັ້ນດຳເນີນຊີວິດການເມືອງ ສຳຫຼວດກວດກາຕີລາຄາ ປະເພດ ສະມາຊິກພັກ ແລະ ຄັດເລືອກໜ່ວຍພັກ ປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2026 ຢ່າງເປັນທາງການ, ໂດຍການເປັນປະທານຂອງ ພັທ ບຸນເພັງຈັນທະລັງສີ ເລຂາໜ່ວຍພັກຮາກຖານ ຫົວໜ້າກອງກໍ່ສ້າງຮາກຖານ 915 ໂດຍການເປັນກຽດເຂົ້າຮ່ວມຂອງທານ ພັອ ສີບຸຸນເຮືອງ ໄຊຍະເພັດ ຄະນະພັກກົມ ຮອງກົມຄຸ້ມ ຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ, ພ້ອມດ້ວຍບັນດາຄະນະໜ່ວຍພັກຮາກຖານ ແລະ ສະມາຊິກພັກສົມບູນ, ສຳຮອງ ກອງກໍ່ສ້າງຮາກຖານ 915 ເຂົ້າຮ່ວມ.
ໃນວາລະຂອງກອງປະຊຸມ
ພັອ ສີບຸຸນເຮືອງ ໄຊຍະເພັດ ຄະນະພັກກົມ ຮອງກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງ ຮາກຖານໄດ້ນຳພາເຊື່ອມຊຶມບັນດາເອກະສານສຳຄັນ ເປັນຕົ້ນແມ່ນ: ເອກະສານການຝຶກຝົນຫຼໍ່ຫຼອມຄຸນທາດການເມືອງ, ຄຸນສົມບັດສິນທຳປະຕິວັດ, ຈັນຍາບັນ, ຈັນຍາທຳນາຍ ແລະ ພົນຕຳຫຼວດ, ຂໍ້ຫ້າມສຳລັບສະມາຊິກພັກ ແລະ ນາຍ-ພົນຕຳຫຼວດ, ຄຳສັ່ງແນະນຳ ວ່າດ້ວຍການເພີ່ມທະວີການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ສະບັບເລກທີ 06/ຄພ ປກສ, ລົງວັນທີ 15 ກັນຍາ 2025 ຄໍາແນະນໍາກ່ຽວກັບການຈັດຕັ້ງປະຕິບັດຄໍາສັ່ງແນະນໍາວ່າດ້ວຍການເພີ່ມທະວີການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ໃນກຳລັງປ້ອງກັນຄວາມສະຫງົບ ສະບັບເລກທີ 5453/ກມປສ, ລົງວັນທີ 23 ຕຸລາ 2025, ການເຊື່ອມຊຶມເອກະສານທັງໝົດນີ້ ເພື່ອຍົກສູງຄຸນທາດການເມືອງ, ສຶກສາອົບຮົມລະບຽບກົດໝາຍ, ຮັບປະກັນໃຫ້ການສຳຫຼວດກວດກາຕີລາຄາປະເພດສະມາຊິກພັກ ແລະ ການປະເມີນຄັດເລືອກໜ່ວຍພັກ ດຳເນີນໄປຢ່າງມີຄຸນນະ ພາບ, ຖືກຕ້ອງຕາມເກນມາດຕະຖານ ແລະ ສືບຕໍ່ປັບປຸງກໍ່ສ້າງໜ່ວຍພັກໃຫ້ມີຄວາມ ເຂັ້ມແຂງ, ໜັກແໜ້ນ ແລະ ເພື່ອການສຳຫຼວດກວດກາປະຈຳປີ ໃຫ້ເປັນຂະບວນຟົດຟື້ນ, ເລິກເຊິ່ງເຖິງຖອງ ແລະ ໄດ້ຄຸນນະພາບສູງ, ພ້ອມນັ້ນຍັງໄດ້ແນະນຳວິທີການສໍາຫຼວດກວດກາຕີລາຄາແບ່ງ ປະ ເພດສະມາຊິກພັກ ແລະ ຄັດເລືອກໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ຕາມບາດກ້າວ, ຂັ້ນຕອນ ແລະ ມາດ ຕະຖານທີ່ຄະນະພັກຂັ້ນເທິງວາງອອກ.
ຫຼັງຈາກນັ້ນ
ພັຕ ລໍາພອນ ໄຊຍະວົງ ຮອງກອງກໍ່ສ້າງຮາກຖານ 915 ໄດ້ຜ່ານບົດລາຍງານສັງເກດຕີລາຄາດ້ານດີ, ດ້ານອ່ອນ ແລະ ຂໍ້ຄົງຄ້າງ ໃນການຊີ້ນຳ-ນຳພາ ໄລຍະຜ່ານມາ. ເຊິ່ງໄດ້ຍົກໃຫ້ເຫັນຜົນງານການນຳພາດ້ານການເມືອງ-ແນວຄິດ, ການກຳແໜ້ນມະຕິ-ຄຳສັ່ງ ແລະ ຖືເອົາຫຼັກການລວມສູນປະຊາທິປະໄຕ ຕຳນິສົ່ງຂ່າວກໍ່ສ້າງເຊິ່ງກັນ ແລະ ກັນ ຢ່າງກົງໄປກົງມາ, ພ້ອມທັງເອົາໃຈໃສ່ເຄື່ອນໄຫວວິຊາສະເພາະ ລົງກໍ່ສ້າງຮາກຖານການເມືອງໃກ້ຊິດຕິດແທດກັບປະຊາຊົນ ແລະ ແກ້ໄຂປະກົດການຍໍ້ທໍ້ ເຮັດໃຫ້ຮາກຖານມີຄວາມສະຫງົບ, ເປັນລະບຽບຮຽບ ຮ້ອຍ ແລະ ຮັກສາໄດ້ມາດຖານໜ່ວຍພັກ ປອດໃສ, ເຂັ້ມແຂງ, ໜັກແໜ້ນ.
ໃນຕອນທ້າຍ, ພັອ ສີບຸນເຮືອງ ໄຊຍະເພັດ ໄດ້ໃຫ້ກຽດໂອ້ລົມ ແລະ ຊີ້ນຳຕໍ່ກອງປະຊຸມ ໂດຍໄດ້ເນັ້ນໃຫ້ຄະນະໜ່ວຍພັກ ແລະ ສະມາຊິກພັກທຸກສະຫາຍ ເອົາໃຈໃສ່ສຶກສາອົບຮົມການເມືອງ-ແນວຄິດ, ເຊື່ອມຊຶມມະຕິ, ຄຳສັ່ງ ແລະ ກົດລະບຽບຂອງພັກ ເພື່ອໃຫ້ສະມາຊິກພັກມີທັດສະນະຫຼັກໝັ້ນການເມືອງທີ່ໜັກແໜ້ນ; ຍົກສູງຄວາມຮັບຜິດຊອບ ແລະ ແບບແຜນວິທີເຮັດວຽກ, ປັບປຸງຂັ້ນຕອນການເຮັດວຽກໃຫ້ມີຄວາມທັນສະໄໝ, ເຄົາລົບກົດລະບຽບ, ເຮັດວຽກຢ່າງມີຈຸດປະສົງ, ໃກ້ຊິດຕິດແທດກັບຮາກຖານປະຊາຊົນ; ສືບຕໍ່ລົງກໍ່ສ້າງຮາກຖານການເມືອງຢູ່ເມືອງຫີນບູນໃຫ້ມີຄວາມເຂັ້ມແຂງ, ສ້າງຄວາມສາມັກຄີຮັກແພງລະຫວ່າງ ກຳລັງ ປກສ ແລະ ປະຊາຊົນ ເພື່ອຮັກສາໄດ້ຄວາມສະຫງົບປອດໄພຢ່າງຮອບດ້ານ