ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ຮັບປະກັນ ຄວາມຖືກຕ້ອງ-ວ່ອງໄວ ໂປ່ງໃສ ໃສ່ໃຈ ພັດທະນາບຸກຄະລາກອນ-ການຈັດຕັ້ງ ໃຫ້ເຂັ້ມແຂງ, ມີປະສິດທິພາບ

ທ່ານ ດຣ. ບຸນທົງ ວົງສຸພັນ ມອບອາວຸດປືນເສິກ ໃຫ້ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ

Photoໃນເວລາ 09:30 ໂມງ ຂອງວັນທີ 10 ກັນຍາ 2026, ຢູ່ທີ່ຫ້ອງປະຊຸມ VIP ຊັ້ນ II ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ (ກົມ 509) ໄດ້ມີພິທີມອບ-ຮັບ ອາວຸດປືນເສິກຢ່າງເປັນທາງການ.

ພິທີດັ່ງກ່າວໄດ້ຈັດຂຶ້ນໂດຍການເປັນປະທານ ແລະ ຮັບມອບຂອງ ທ່ານ ພັນເອກ ລີຊວາ ໄຊຍະຊ່າງ, ຮອງກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ, ໂດຍມີຕາງໜ້າຈາກຫ້ອງການກົມ, ພະແນກອາຊີບ-ພາຫະນະພິເສດ ແລະ ບັນດາພະແນກການທີ່ກ່ຽວຂ້ອງເຂົ້າຮ່ວມ.Photo

ຜູ້ມອບອາວຸດປືນເສິກໃນຄັ້ງນີ້ແມ່ນ ທ່ານ ດຣ. ບຸນທົງ ວົງສຸພັນ, ອາຍຸ 76 ປີ, ເຊື້ອຊາດລາວ, ສັນຊາດລາວ, ອາຊີບ ພະນັກງານ, ປັດຈຸບັນຢູ່ບ້ານ ດອນແດງ, ເມືອງ ຈັນທະບູລີ, ນະຄອນຫຼວງວຽງຈັນ, ໄດ້ສະໝັກໃຈນຳເອົາອາວຸດປືນເສິກມາຮ່ວມມອບໃຫ້ ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ເພື່ອຄຸ້ມຄອງ ແລະ ເກັບຮັກສາໄວ້ຕາມລະບຽບກົດໝາຍ.

ອາວຸດປືນເສິກທີ່ນຳມາມອບໃນຄັ້ງນີ້ ມີຈຳນວນ 1 ກະບອກ ຊະນິດ: A 41 (ເລກປືນ: 573) ພ້ອມດ້ວຍລູກກະສຸນປືນຈຳນວນ: 8 ລູກ, ບັ້ງປືນ: 1 ບັ້ງ.Photo

ການມອບ-ຮັບອາວຸດປືນເສິກໃນຄັ້ງນີ້ ແມ່ນປະຕິບັດຕາມ: ກົດໝາຍ ວ່າດ້ວຍການຄຸ້ມຄອງອາວຸດ ແລະ ວັດຖຸລະເບີດ ສະບັບເລກທີ 14/ສພຊ, ລົງວັນທີ 07 ສິງຫາ 2022; ຂໍ້ຕົກລົງຂອງ ທ່ານ ນາຍົກລັດຖະມົນຕີ ວ່າດ້ວຍການເກັບກູ້ອາວຸດປືນ ແລະ ວັດຖຸລະເບີດ ສະບັບເລກທີ 11/ນຍ, ລົງວັນທີ 07 ສິງຫາ 2024, ຂໍ້ຕົກລົງຂອງ ທ່ານ ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ວ່າດ້ວຍການແຕ່ງຕັ້ງຄະນະຮັບຜິດຊອບໃນການຟື້ນຟູເກັບກູ້ຄຸ້ມຄອງອາວຸດ ແລະ ວັດຖຸລະເບີດ ໃນຂອບເຂດທົ່ວປະເທດ ສະບັບເລກທີ 2199/ປກສ, ລົງວັນທີ 21 ກໍລະກົດ 2026.

ໂອກາດດັ່ງກ່າວ, ທ່ານ ພັນເອກ ລີຊວາ ໄຊຍະຊ່າງ ຍັງໄດ້ມີຄຳເຫັນໂອ້ລົມ ແລະ ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ ທ່ານ ດຣ. ບຸນທົງ ວົງສຸພັນ ທີ່ມີຄວາມສະໝັກໃຈໄດ້ນຳເອົາອາວຸດປືນເສິກ ມາມອບໃຫ້ເຈົ້າໜ້າທີ່. ທ່ານໄດ້ເນັ້ນໜັກຕື່ມວ່າ: ການນຳເອົາອາວຸດປືນທີ່ຢູ່ໃນຄວາມຄອບຄອງມາຮ່ວມມອບໃຫ້ຂະແໜງການກ່ຽວຂ້ອງໃນຄັ້ງນີ້ ແມ່ນການປະຕິບັດຕາມທິດທາງ, ນະໂຍບາຍ ແລະ ກົດໝາຍຂອງລັດຢ່າງເຂັ້ມງວດ, ທັງເປັນການປະກອບສ່ວນອັນສໍາຄັນເຂົ້າໃນການຮັກສາຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍໃນສັງຄົມ ແລະ ຫຼຸດຜ່ອນຄວາມສ່ຽງທີ່ອາດເກີດອຸບັດຕິເຫດ ຫຼື ເຫດການທີ່ບໍ່ເພິງປະສົງ. ພ້ອມດຽວກັນນີ້, ເຈົ້າໜ້າທີ່ກໍ່ໄດ້ຮຽກຮ້ອງໃຫ້ທຸກພາກສ່ວນໃນສັງຄົມ ເປັນເຈົ້າການຮ່ວມກັນປະຕິບັດຕາມກົດໝາຍວ່າດ້ວຍການຄຸ້ມຄອງອາວຸດ ແລະ ວັດຖຸລະເບີດຢ່າງເຄັ່ງຄັດ.

ຕອນທ້າຍຂອງພິທີ, ທັງສອງຝ່າຍໄດ້ຮ່ວມກັນເຊັນບົດບັນທຶກມອບ-ຮັບໄວ້ເພື່ອເປັນຫຼັກຖານ ເພື່ອນຳເອົາອາວຸດດັ່ງກ່າວໄປຄຸ້ມຄອງ, ທຳລາຍ ຫຼື ເກັບຮັກສາໃຫ້ຖືກຕ້ອງຕາມລະບຽບການ ແລະ ກົດໝາຍຂອງບ້ານເມືອງ.PhotoPhoto