ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ຮັບປະກັນ ຄວາມຖືກຕ້ອງ-ວ່ອງໄວ ໂປ່ງໃສ ໃສ່ໃຈ ພັດທະນາບຸກຄະລາກອນ-ການຈັດຕັ້ງ ໃຫ້ເຂັ້ມແຂງ, ມີປະສິດທິພາບ

ໜ່ວຍພັກຮາກຖານພະແນກສຳມະໂນຄົວຄົນລາວ ເປີດບັ້ນດຳເນີນຊີວິດການເມືອງ

Photoໃນລະວັນທີ 11 ກັນຍາ 2026, ໜ່ວຍພັກຮາກຖານພະແນກສຳມະໂນຄົວຄົນລາວ ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ໄດ້ເປີດກອງປະຊຸມບັ້ນດຳເນີນຊີວິດການເມືອງ ສຳຫຼວດກວດກາຕີລາຄາປະເພດສະມາຊິກພັກ ແລະ ຄັດເລືອກໜ່ວຍພັກ ປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2026 ຢ່າງເປັນທາງການ, ໂດຍການເປັນປະທານຂອງ ສະຫາຍ ພັອ ສົມພູ ອິນທະຈັກ  ຄະນະພັກກົມຄຸ້ມຄອງສໍາມະໂນຄົວ ແລະ ກໍ່ສ້າງຮາກຖານ, ເລຂາໜ່ວຍພັກຮາກຖານພະແນກ ສໍາມະໂນຄົວລາວ, ຫົວໜ້າພະແນກ, ພ້ອມດ້ວຍບັນດາຄະນະໜ່ວຍພັກຮາກຖານ ແລະ ສະມາຊິກພັກສົມບູນ, ສຳຮອງ ພະແນກສຳມະໂນຄົວຄົນລາວ ເຂົ້າຮ່ວມ.

ໃນວາລະຂອງກອງປະຊຸມ ສະຫາຍ ພັອ ສົມພູ ອິນທະຈັກ  ຄະນະພັກກົມຄຸ້ມຄອງສໍາມະໂນຄົວ ແລະ ກໍ່ສ້າງຮາກຖານ, ເລຂາໜ່ວຍພັກຮາກຖານພະແນກ ສໍາມະໂນຄົວລາວ, ຫົວໜ້າພະແນກໄດ້ນຳພາເຊື່ອມຊຶມບັນດາເອກະສານສຳຄັນ ເປັນຕົ້ນແມ່ນ: ເອກະສານການຝຶກຝົນຫຼໍ່ຫຼອມຄຸນທາດການເມືອງ, ຄຸນສົມບັດສິນທຳປະຕິວັດ, ຈັນຍາບັນ, ຈັນຍາທຳນາຍ ແລະ ພົນຕຳຫຼວດ, ຂໍ້ຫ້າມສຳລັບສະມາຊິກພັກ ແລະ ນາຍ-ພົນຕຳຫຼວດ, ຄຳສັ່ງແນະນຳ ວ່າດ້ວຍການເພີ່ມທະວີການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ສະບັບເລກທີ 06/ຄພ ປກສ, ລົງວັນທີ 15 ກັນຍາ 2025 ຄໍາແນະນໍາກ່ຽວກັບການຈັດຕັ້ງປະຕິບັດຄໍາສັ່ງແນະນໍາວ່າດ້ວຍການເພີ່ມທະວີການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ໃນກຳລັງປ້ອງກັນຄວາມສະຫງົບ ສະບັບເລກທີ 5453/ກມປສ, ລົງວັນທີ 23 ຕຸລາ 2025, ການເຊື່ອມຊຶມເອກະສານທັງໝົດນີ້ ເພື່ອຍົກສູງຄຸນທາດການເມືອງ, ສຶກສາອົບຮົມລະບຽບກົດໝາຍ, ຮັບປະກັນໃຫ້ການສຳຫຼວດກວດກາຕີລາຄາປະເພດສະມາຊິກພັກ ແລະ ການປະເມີນຄັດເລືອກໜ່ວຍພັກ ດຳເນີນໄປຢ່າງມີຄຸນນະພາບ, ຖືກຕ້ອງຕາມເກນມາດຕະຖານ ແລະ ສືບຕໍ່ປັບປຸງກໍ່ສ້າງໜ່ວຍພັກໃຫ້ມີຄວາມ ເຂັ້ມແຂງ, ໜັກແໜ້ນ ແລະ ເພື່ອການສຳຫຼວດກວດກາປະຈຳປີ ໃຫ້ເປັນຂະບວນຟົດຟື້ນ, ເລິກເຊິ່ງເຖິງຖອງ ແລະ ໄດ້ຄຸນນະພາບສູງ, ພ້ອມນັ້ນຍັງໄດ້ແນະນຳວິທີການສໍາຫຼວດກວດກາຕີລາຄາແບ່ງ ປະເພດສະມາຊິກພັກ ແລະ ຄັດເລືອກໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ຕາມບາດກ້າວ, ຂັ້ນຕອນ ແລະ ມາດຕະຖານທີ່ຄະນະພັກຂັ້ນເທິງວາງອອກ;PhotoPhoto

 ຫຼັງຈາກນັ້ນ ພັທ ອຸດ ພົມພັດ ຮອງພະແນກ ສໍາມະໂນຄົວລາວ ໄດ້ຜ່ານບົດລາຍງານສັງເກດຕີລາຄາດ້ານດີ, ດ້ານອ່ອນ ແລະ ຂໍ້ຄົງຄ້າງ ໃນການຊີ້ນຳ-ນຳພາ ໄລຍະຜ່ານມາ. ເຊິ່ງໄດ້ຍົກໃຫ້ເຫັນຜົນງານການນຳພາດ້ານການເມືອງ-ແນວຄິດ, ການກຳແໜ້ນມະຕິ-ຄຳສັ່ງ ແລະ ຖືເອົາຫຼັກການລວມສູນປະຊາທິປະໄຕ ຕຳນິສົ່ງຂ່າວກໍ່ສ້າງເຊິ່ງກັນ ແລະ ກັນ ຢ່າງກົງໄປກົງມາ, ພ້ອມທັງເອົາໃຈໃສ່ເຄື່ອນໄຫວວິຊາສະເພາະ ລົງກໍ່ສ້າງຮາກຖານການເມືອງໃກ້ຊິດຕິດແທດກັບປະຊາຊົນ ແລະ ແກ້ໄຂປະກົດການຍໍ້ທໍ້ ເຮັດໃຫ້ຮາກຖານມີຄວາມສະຫງົບ, ເປັນລະບຽບຮຽບຮ້ອຍ ແລະ ຮັກສາໄດ້ມາດຖານໜ່ວຍພັກ ປອດໃສ, ເຂັ້ມແຂງ, ໜັກແໜ້ນ.Photo

ໃນຕອນທ້າຍ, ສະຫາຍ ພັອ ສົມພູ ອິນທະຈັກ ໄດ້ໃຫ້ກຽດໂອ້ລົມ ແລະ ຊີ້ນຳຕໍ່ກອງປະຊຸມ ໂດຍໄດ້ເນັ້ນໃຫ້ຄະນະໜ່ວຍພັກ ແລະ ສະມາຊິກພັກທຸກສະຫາຍ ເອົາໃຈໃສ່ສຶກສາອົບຮົມການເມືອງ-ແນວຄິດ, ເຊື່ອມຊຶມມະຕິ, ຄຳສັ່ງ ແລະ ກົດລະບຽບຂອງພັກ ເພື່ອໃຫ້ສະມາຊິກພັກມີທັດສະນະຫຼັກໝັ້ນການເມືອງທີ່ໜັກແໜ້ນ; ຍົກສູງຄວາມຮັບຜິດຊອບ ແລະ ແບບແຜນວິທີເຮັດວຽກ, ປັບປຸງຂັ້ນຕອນການເຮັດວຽກໃຫ້ມີຄວາມທັນສະໄໝ, ເຄົາລົບກົດລະບຽບ, ເຮັດວຽກຢ່າງມີຈຸດປະສົງ, ໃກ້ຊິດຕິດແທດກັບຮາກຖານປະຊາຊົນ; ສືບຕໍ່ລົງກໍ່ສ້າງຮາກຖານການເມືອງຢູ່ເມືອງຫີນບູນໃຫ້ມີຄວາມເຂັ້ມແຂງ, ສ້າງຄວາມສາມັກຄີຮັກແພງລະຫວ່າງ ກຳລັງ ປກສ ແລະ ປະຊາຊົນ ເພື່ອຮັກສາໄດ້ຄວາມສະຫງົບປອດໄພຢ່າງຮອບດ້ານ.PhotoPhotoPhotoPhoto