ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ຮັບປະກັນ ຄວາມຖືກຕ້ອງ-ວ່ອງໄວ ໂປ່ງໃສ ໃສ່ໃຈ ພັດທະນາບຸກຄະລາກອນ-ການຈັດຕັ້ງ ໃຫ້ເຂັ້ມແຂງ, ມີປະສິດທິພາບ

ປກສ ນະຄອນຫຼວງວຽງຈັນໄດ້ນໍາອາວຸດປືນ 115 ກະບອກມາມອບຄືນໃຫ້ກົມ 509.

ໃນວັນທີ 23 ກັນຍາ 2026 ນີ້ ພົຈວ ບົວພັນ ຟອງມະນີ ຫົວໜ້າກອງບັນຊາການ ປກສ ນະຄອນຫຼວງວຽງຈັນ ພ້ອມດ້ວຍຄະນະ ໄດ້ນໍາອາວຸດປືນມາມອບຄືນໃຫ້ກົມຄຸ້ມຄອງສໍາມະໂນຄົວ ແລະ ກໍ່ສ້າງຮາກຖານ ກະຊວງປ້ອງກັນຄວາມສະຫງົບ ໂດຍການໃຫ້ກຽດຮັບຂອງ ພົຈວ ແກ່ນຈັນ ພົມມະຈັກ ຄະນະພັກກະຊວງ ຫົວໜ້າກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ກະຊວງປ້ອງກັນຄວາມສະຫງົບ, ມີຄະນະຮັບຜິດຊອບຂັ້ນກະຊວງ, ກົມ, ຫ້ອງວິຊາສະເພາະເຂົ້າຮ່ວມ.

ອາວຸດປືນທີ່ນໍາມາມອບໃນຄັ້ງນີ້ ແມ່ນໄດ້ເກັບກູ້ຈາກພະນັກງານບຳນານ, ນັກທຸລະກິດລວມທັງໝົດ 115 ກະບອກ ປືນສັ້ນ 109 ກະບອກ ແລະ ປືນຍາວ 6 ກະບອກ.

ໂອກາດນີ້ທ່ານພົຈວ ແກ່ນຈັນ ພົມມະຈັກ ຫົວໜ້າກົມຄຸ້ມຄອງສໍາມະໂນຄົວ ແລະ ກໍ່ສ້າງຮາກຖານ ຍັງໄດ້ສະແດງຄວາມຂອບໃຈ ຕໍ່ທາງຄະນະ ກອງບັນຊາການ ປກສ ນະຄອນຫຼວງວຽງຈັນທີ່ມາດເກັບໄດ້ພ້ອມນີ້ຮຽກຮ້ອງໃຫ້ເປັນ ເຈົ້າການປະກອບສ່ວນພ້ອມກັນລະດົມເກັບກູ້ຄືນນໍາບັນດາພະນັກງານບຳນານລວມໄປເຖີງ ນັກທຸລະກິດຕ່າງໆໃຫ້ໄດ້ຕາມລະດັບຄາດໝາຍ ເພື່ອຮັບປະກັນ, ຄວາມສະຫງົບ, ຄວາມເປັນ ລະບຽບຮຽບຮ້ອຍຂອງສັງຄົມ ແລະ ເພື່ອເປັນການປະຕິບັດຕາມກົດໝາຍ ວ່າດ້ວຍການຄຸ້ມຄອງອາວຸດ ແລະ ວັດຖຸລະເບີດ ສະບັບເລກທີ 14/ສພຊ, ລົງວັນທີ 07 ສິງຫາ 2022; ຄໍາສັ່ງຂອງນາຍົກລັດຖະມົນຕີ ສະບັບເລກທີ 11/ນຍ, ລົງວັນທີ 07 ສິງຫາ 2024 ວ່າດ້ວຍການເກັບກໍາອາວຸດປືນ ແລະ ວັດຖຸລະເບີດ; ແລະ ຂໍ້ຕົກລົງຂອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບສະບັບເລກທີ 2189/ປກສ, ລົງວັນທີ 21 ກໍລະກົດ 2026 ວ່າດ້ວຍການແຕ່ງຕັ້ງຄະນະຮັບຜິດຊອບໃນການຂຶ້ນບັນຊີເກັບກໍາຄຸ້ມຄອງອາວຸດ ແລະ ວັດຖຸລະເບີດ ໃນຂອບເຂດທົ່ວປະເທດ.

ໂອກາດດຽວກັນນີ້ ທ່ານ ວຽງສະຫວັນ ສີສົມບັດ ພະນັກງານບຳນານ ກໍ່ໄດ້ນໍາອາວຸດປືນສັ້ນ 1 ກະບອກມາມອບຄືນໃຫ້ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ກະຊວງປ້ອງກັນຄວາມສະຫງົບເຊັ່ນດຽວກັນ ຮັບໂດຍ ພັອ ສົມສະນິດ ຈັນທະວົງ ຮອງຫົວໜ້າກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ.

     ອາວຸດປືນດັ່ງກ່າວ ຈະໄດ້ຖືກນໍາສົ່ງມອບຕໍ່ໃຫ້ແກ່ ສາງອາວຸດຍຸດໂທ ກົມໃຫຍ່ພະລາທິການ ກະຊວງປ້ອງກັນຄວາມສະຫງົບ, ເພື່ອຄຸ້ມຄອງຕາມລະບຽບກົດໝາຍ. ໃນຕອນທ້າຍ, ຫຼັງສອງຝ່າຍກໍໄດ້ຮ່ວມກັນເຊັນບົດບັນທຶກມອບ-ຮັບຢ່າງເປັນທາງການ.