ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ຈັດພິທີມອບ-ຮັບ ອາວຸດປືນ
ໃນວັນທີ 15 ຕຸລາ 2026 ຢູ່ທີ່ຫ້ອງປະຊຸມ VIP ຊັ້ນ II, ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານໄດ້ຈັດພິທີເຊັນບົດບັນທຶກມອບ-ຮັບອາວຸດປືນ ໂດຍການເປັນປະທານຂອງ ທ່ານ ພັອ ສົມສະນິດ ຈັນທະວົງ ຮອງຫົວໜ້າກົມຄຸ້ມຄອງສຳມະໂນຄົວ ແລະ ກໍສ້າງຮາກຖານ ພ້ອມດ້ວຍພາກສ່ວນທີກ່ຽວຂ້ອງເຂົ້າຮ່ວມ

ທ່ານ ນາງ ລອນສີ ມີໄຊ ອາຊີບ ພະນັກງານ ມອບອາວຸດປືນສັ້ນ ຈຳນວນ 01 ກະບອກ, ບັ້ງປືນ 01 ບັ້ງ, ລູກປືນ 6 ລູກ, ອາວຸດປືນ ແລະ ລູກປືນດັ່ງກ່າວ ແມ່ນໄດ້ມອບໃຫ້ ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ເປັນຜູ້ຄຸ້ມຄອງ ແລະ ນໍາສົ່ງມອບຕໍ່ໃຫ້ແກ່ ສາງອາວຸດຍຸດໂທ ກົມໃຫຍ່ພະລາທິການ ກະຊວງປ້ອງກັນຄວາມສະຫງົບ, ເພື່ອຄຸ້ມຄອງຕາມລະບຽບກົດໝາຍ, ພ້ອມທັງໄດ້ລົງລາຍເຊັນໃນບົດບັນທຶກມອບ-ຮັບ ແລະ ໂອກາດນີ້ ທ່ານ ພັອ ສົມສະນິດ ຈັນທະວົງ ຮອງຫົວໜ້າກົມຄຸ້ມຄອງສຳມະໂນຄົວ ແລະ ກໍສ້າງຮາກຖານ
ດ້ມອບໃບຊົມເຊີຍ ໃຫ້ແກ່ ທ່ານ ນາງ ລອນສີ ມີໄຊ ທີເອົາອາວຸດປືນມາມອບໃຫ້ກົມ ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ເພື່ອເປັນການຍ້ອງຍໍຊົມເຊີຍ ແລະ ສະແດງຄວາມຂອບໃຈ ທີ່ມີຕື່ນຕົວ, ເປັນເຈົ້າການ, ມີຄວາມຮັບຜິດຊອບສູງ ແລະ ໃຫ້ຄວາມຮ່ວມມືເປັນຢ່າງດີ ໃນການນຳເອົາອາວຸດປືນມາມອບໃຫ້ແກ່ເຈົ້າໜ້າທີ່, ເຊິ່ງເປັນການປະກອບສ່ວນອັນສຳຄັນເຂົ້າໃນການຈັດຕັ້ງປະຕິບັດວຽກງານປ້ອງກັນຄວາມສະຫງົບ ແລະ ຄວາມເປັນຮຽບຮ້ອຍໃນສັງຄົມ.