ສົ່ງພະນັກງານລົງກໍ່ສ້າງຮາກຖານການເມືອງ
ໃນວັນທີ 18 ຕຸລາ 2026 ນີ້, ຢູ່ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ໄດ້ຈັດພິທີສົ່ງພະນັກງານລົງກໍ່ສ້າງຮາກຖານການເມືອງ ເພື່ອເດີນທາງໄປປະຈຳການຢູ່ບັນດາຈຸດຫຼໍ່ແຫຼມຕ່າງໆ ໂດຍການເຂົ້າຮ່ວມໂດຍ 
ທ່ານ ພັອ ທອງຂັນ ສີສຸພັນທອງ ຮອງຫົວໜ້າກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ, ມີຄະນະພະແນກເສນາກໍ່ສ້າງຮາກຖານເຂົ້າຮ່ວມ.
ການສົ່ງພະນັກງານລົງປະຈຳການຢູ່ຮາກຖານໃນຄັ້ງນີ້, ແມ່ນໜ້າທີ່ການເມືອງອັນສຳຄັນ ແນໃສ່ສືບຕໍ່ຜັນຂະຫຍາຍມະຕິຄຳສັ່ງຂອງຂັ້ນເທິງ, ຍົກສູງຄຸນນະພາບວຽກງານກໍ່ສ້າງຮາກຖານການເມືອງ ຕິດພັນກັບການພັດທະນາຊົນນະບົດຮອບດ້ານ ແລະ ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບທົ່ວປວງຊົນຮອບດ້ານ ຢູ່ຕາມຂອບເຂດຈຸດສຸມ ແລະ ເຂດຈຸດຫຼໍ່ແຫຼມ.
ໃນໂອກາດນີ້ ທ່ານ ພັອ ທອງຂັນ ສີສຸພັນທອງ ໄດ້ໃຫ້ທິດຊີ້ນຳ ແລະ ໂອ້ລົມຕໍ່ພະນັກງານທີ່ຈະເດີນທາງໄປປະຈຳການທຸກສະຫາຍ, ໂດຍໄດ້ເນັ້ນໜັກໃຫ້ເອົາໃຈໃສ່ບາງບັນຫາສຳຄັນຄື: ຍົກສູງສະຕິຄວາມຮັບຜິດຊອບ, ປະຕິບັດລະບຽບວິໄນຢ່າງເຂັ້ມງວດ ແລະ ເອົາໃຈໃສ່ຕິດພັນກັບປະຊາຊົນຢ່າງກົມກຽວ, ເປັນເສນາທິການຢ່າງຕັ້ງໜ້າໃຫ້ການຊ່ວຍເຫຼືອອົງການປົກຄອງທ້ອງຖິ່ນ ແລະ ກໍາລັງ ປກຊ-ປກສ ຢູ່ຮາກຖານ ໃນການແກ້ໄຂບັນຫາປະກົດການຫຍໍ້ທໍ້ຕ່າງໆ ໃຫ້ມີຄວາມເປັນລະບຽບຮຽບຮ້ອຍໃນສັງຄົມ, ປະສານສົມທົບແໜ້ນ ປຸກລະດົມຂົນຂວາຍມະຫາຊົນ, ສ້າງຄວາມສາມັກຄີພາຍໃນທ້ອງຖີ່ນ ໃຫ້ມີຄວາມໜັກແໜ້ນເຂັ້ມແຂງ.
ທ່ານຍັງໄດ້ເນັ້ນຕື່ມອີກວ່າ ພະນັກງານທີ່ຖືກມອບໝາຍໜ້າທີ່ໃນຄັ້ງນີ້, ຕ້ອງຕັດສິນໃຈຢ່າງເດັດດ່ຽວ ທີ່ຈະປະຕິບັດໜ້າທີ່ການເມືອງທີ່ພັກ-ລັດ ແລະ ການຈັດຕັ້ງມອບໝາຍໃຫ້ ດ້ວຍຄວາມຮັບຜິດຊອບສູງສຸດ, ພ້ອມທັງຈະນຳເອົານະໂຍບາຍ, ແນວທາງຂອງພັກ ໄປຈັດຕັ້ງຜັນຂະຫຍາຍຢູ່ຮາກຖານໃຫ້ປະກົດຜົນເປັນຈິງ, ເພື່ອປະກອບສ່ວນອັນສຳຄັນ ເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ.