ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານໄດ້ສຳເລັດຝຶກອົບຮົມໃຫ້ພະນັກງານທີ່ຈະລົງກໍ່ສ້າງຮາກຖານການເມືອງ
ໃນວັນ 16 ຕູລາ 2026 ກົມຄຸ້ມຄອງສໍາມະໂນຄົວ ແລະ ກໍ່ສ້າງຮາກຖານ ໄດ້ຈັດພິທີປິດຝຶກອົບຮົມໃຫ້ພະນັກງານທີ່ຈະລົງກໍ່ສ້າງຮາກຖານການເມືອງ ໂດຍການເປັນປະທານ ຂອງທ່ານ ພົຈວ ແກ່ນຈັນ ພົມມະຈັກ ຄະນະພັກກະຊວງ, ເລຂາຄະນະພັກກົມ, ຫົວໜ້າກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ, ມີຫ້ອງການ, ສູນຂໍ້ມູນພົນລະເມືອງບັນດາພະແນກ, ພະແນກທີ່ກ່ຽວຂ້ອງ ແລະ ພະນັກງານກໍ່ສ້າງຮາກຖານເຂົ້າຮ່ວມ.
ໃນພິທີ ພັທ ພູຂຽນ ສີຄູນນະລາດ ຮອງພະແນກການເມືອງ ຜ່ານບົດລາຍງານຜົນສຳເລັດການຝືກອົບຮົມໃຫ້ຮູ້ວ່າ: ການຈັດຕັ້ງປະຕິບັດຝຶກອົບຮົມໃຫ້ພະນັກງານທີ່ຈະລົງກໍ່ສ້າງຮາກຖານການເມືອງ ໄດ້ດຳເນີນເລີ່ມແຕ່ວັນທີ 14 ຕຸລາ 2026 ຕະຫຼອດໄລຍະ 3 ວັນຜ່ານມາ ພະນັກງານກໍ່ສ້າງຮາກຖານ ໄດ້ພ້ອມກັນຄົ້ນຄ້ວາບັນດາເອກະສານກ່ຽວກັບຄວາມໝາຍຄວາມສຳຄັນຂອງວຽກງານຄຸ້ມຄອງສຳມະໂນຄົວ, ຂໍ້ຕົກລົງວ່າການຄຸ້ມຄອງສໍາມະໂນຄົວ ແລະ ບັດປະຈໍາຕົວ, ວຽກງານຄຸ້ມຄອງອາຊີບພາຫະນະພິເສດ, ວຽກງານຢຽມຢາມຖາມຂ່າວ, ວຽກງານສ້າງຄວາມເຂັ້ມແຂງໃຫ້ທ້ອງຖິ່ນ, ວຽກງານສັນຕິບານພ້ອມທັງປະກອບຄໍາຄິດຄໍາເຫັນແລກປ່ຽນບົດຮຽນ ເພື່ອນໍາເອົາບົດຮຽນດັ່ງກ່າວໄປຈັດຕັ້ງປະຕິບັດແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ໄລຍະໃໝ່ໃຫ້ປະກົດຜົນເປັນຈິງ, ຍົກສູງລະດັບວຽກງານວິຊາສະເພາະໃຫ້ແກ່ພະນັກງານທີ່ຈະລົງກໍ່ສ້າງຮາກຖານໃໝ່ກໍາແໜ້ນລະບຽບຫຼັກການທາງດ້ານວິຊາສະເພາະ, ຮູ້ໝູນໃຊ້ບົດຮຽນເຂົ້າໃນພຶດຕິກໍາຕົວຈິງ, ນໍາໄປຈັດຕັ້ງປະຕິບັດຢູ່ຂັ້ນຮາກຖານໃຫ້ມີປະສິດທິຜົນສູງ, ຈາກນັ້ນໄດ້ຜ່ານຂໍ້ຕົກລົງແຕ່ງຕັ້ງຊັບຊ້ອນພະນັກງານລົງກໍ່ສ້າງຮາກຖານການເມືອງຢູ່ບັນດາຈຸດຕ່າງໆ ແລະ ຜ່ານຂໍ້ຕົກລົງຖອນພະນັກງານກໍ່ສ້າງຮາກຖານການເມືອງ ແລະ ມອບໃບຢັ້ງຢືນທີ່ຕັ້ງໜ້າເຮັດສຳເລັດໜ້າທີ່ວຽກງານກໍ່ສ້າງຮາກຖານການເມືອງ
ໃນໂອກາດນີ້ທ່ານ ພົຈວ ແກ່ນຈັນ ພົມມະຈັກ ຫົວໜ້າກົມຄຸ້ມຄອງສໍາມະໂນຄົວ ແລະ ກໍ່ສ້າງຮາກຖານ ຍັງໄດ້ເນັ້ນໜັກບາງບັນຫາໃຫ້ບັນດາພະນັກງານກໍ່ສ້າງນຮາກຖານການເມືອງ ນໍາເອົາເນື້ອໃນ ຈິດໃຈຂອງການຝຶກອົບຮົມໃນຄັ້ງນີ້ໄປຈັດຕັ້ງຜັນຂະຫຍາຍເຮັດຕົວຈິງຢ່າງມີຈຸດສຸມ, ດ້ວຍຄວາມຮັບຜິດຊອບສູງ ຮ່ວມກັບ ຂະແໜງການທີ່ກ່ຽວຂ້ອງ, ໂດຍສະເພາະອຳນາດການປົກຄອງບ້ານ ໃຫ້ມີຄວາມເປັນເອກະພາບກັນໃນການແກ້ໄຂບັນຫາຕ່າງໆ, ລົງໃກ້ຊິດຕິດແທດ, ຮູ້ໄດ້ຈິດໃຈຄວາມສຳນຶກຄິດພໍ່ແມ່ປະຊາຊົນ, ປຸກລຸກຂົນຂວາຍກໍາລັງແຮງຂອງມະຫາຊົນ,ຊາວໜຸ່ມ - ແມ່ຍິງເພື່ອໃຫ້ເຂົາເຈົ້າກໍາແໜ້ນ, ເຊື່ອມຊືມແນວທາງນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດປະຕິບັດສິດ ແລະ ພັນທະຂອງຕົນ, ມີສ່ວນຮ່ວມຕໍ່ວຽກງານປ້ອງກັນຊາດ - ປ້ອງກັນຄວາມສະຫງົບໃຫ້ກາຍເປັນຂອງທົ່ວປວງຊົນ, ເອົາໃຈໃສ່ຢ່າງຈິງຈັງຕໍ່ກັບການແກ້ໄຂບັນຫາປະກົດການຫຍໍ້ທໍ້ຕ່າງໆ.