ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ຮັບປະກັນ ຄວາມຖືກຕ້ອງ-ວ່ອງໄວ ໂປ່ງໃສ ໃສ່ໃຈ ພັດທະນາບຸກຄະລາກອນ-ການຈັດຕັ້ງ ໃຫ້ເຂັ້ມແຂງ, ມີປະສິດທິພາບ

ປາຖະກະຖາ ວັນປະກາດເອກະລາດ ຄົບຮອບ 79 ປີ

ກົມຄຸ້ມຄອງສຳມະໂນຄົວ ໄດ້ຈັດພິທີປາຖະກະຖາວັນປະກາດເອກະລາດ ໃນຕອນບ່າຍຂອງວັນທີ 16 ຕຸລາ 2024 ຢູ່ທີ່ສະໂມສອນກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ໃຫ້ກຽດປາຖະກະຖາໂດຍ ທ່ານ ພົຈວ ແກ່ນຈັນ ພົມມະຈັກ ຫົວໜ້າກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ມີບັນດາຫົວໜ້າພະແນກ, ຮອງພະແນກ, ຫົວໜ້າໜ່ວຍງານ, ຮອງໜ່ວຍງານ ຕະຫຼອດຮອດພະນັກງານຫຼັກແຫຼ່ງເຂົ້າຮ່ວມຢ່າງພ້ອມພຽງ.

ທ່ານ ພົຈວ ແກ່ນຈັນ ພົມມະຈັກ ຫົວໜ້າກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ໄດ້ຫວນຄືນມູນເຊື້ອ ແລະ ລະນຶກເຖິງເຫດການສໍາຄັນ ທາງດ້ານປະຫວັດສາດ ທັງເປັນການໂຄສະນາ-ສຶກສາອົບຮົມ ໃຫ້ນາຍ ແລະ ພົນຕຳຫຼວດ ໃນຖັນແຖວກຳລັງປ້ອງກັນຄວາມສະຫງົບ ໄດ້ຮັບຮູ້, ເຂົ້າໃຈມູນເຊື້ອວັນປະກາດເອກະລາດ 12 ຕຸລາ 1945 – 12 ຕຸລາ 2024 ຄົບຮອບ 79 ປີ. ເຊິ່ງເປັນວັນທີ່ມີຄວາມໝາຍຄວາມສຳຄັນ ຂອງພັກຂອງຊາດ, ເປັນວັນປະກາດເອກະລາດ ຈາກແອກປົກຄອງຂອງພວກລ່າເມືອງຂຶ້ນ ແລະ ພວກສັດຕູຜູ້ຮຸກຮານ ເຮັດໃຫ້ຊາວໂລກຮັບຮູ້ ຄວາມເປັນຊາດລາວ ຮັບຮູ້ອະທິປະໄຕ ແລະ ເຂດນຳ້ແດນດິນຂອງຊາດລາວເຮົາ ເຊິ່ງມັນໄດ້ເປັນຂີດໝາຍແຫ່ງໄຊຊະນະ ຂອງການຕໍ່ສູ້ກູ້ຊາດ ອັນພິລະອາດຫານ ດ້ວຍຄວາມສາມັກຄີ ແລະ ຄວາມເສຍສະຫຼະ ອັນຍິ່ງໃຫຍ່ ຂອງກອງທັບ ແລະ ປະຊາຊົນເຮົາ ພາຍໃຕ້ການນຳພາ ຂອງພັກປະຊາຊົນປະຕິວັດລາວ ເພື່ອສ້າງເງື່ອນໄຂໃຫ້ແກ່ການລຸກຮື້ຂຶ້ນຢຶດອຳນາດຈາກພວກລ່າເມືອງຂຶ້ນ ແລະ ປະກາດຄວາມເປັນເອກະລາດ ຂອງປະເທດຊາດ ຢ່າງເປັນທາງການ ແລະ ສະຖາປະນາເປັນສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໃນວັນທີ 2 ທັນວາ 1975 ເຊິ່ງປະຊາຊົນລາວບັນດາເຜົ່າສາມາດຍາດໄດ້ເປັນເຈົ້າຂອງຕົນເອງ ແລະ ເຈົ້າຂອງປະເທດຊາດ ຢ່າງແທ້ຈິງ ແລະ ໃນໂອກາດດຽວກັນນີ້ ທ່ານ ກໍໄດ້ໃຫ້ກຽດໂອ້ລົມ ພ້ອມທັງເນັ້ນໜັກໃຫ້ສະມາຊິກພັກທຸກສະຫາຍ ນຳເອົາມູນເຊື້ອໄປຈັດຕັ້ງປະຕິບັດເຂົ້າໃນວຽກງານຕົວຈິງ ເພີ່ມທະວີຄວາມສາມັກຄີປອງດອງຂອງປະຊາຊົນບັນດາເຜົ່າພາຍໃຕ້ການນຳພາຂອງພັກ ແລະສ້າງບັນຍາກາດເບີກບານມ່ວນຊື່ນ, ເຮັດໃຫ້ປະເທດຊາດມີຄວາມສະຫງົບປອດໄພ, ມີຄວາມເປັນລະບຽບຮຽບຮ້ອຍ, ເອົາໃຈໃສ່ວຽກງານກໍ່ສ້າງຮາກຖານການເມືອງ ແລະ ພັດທະນາຊົນນະບົດຮອບດ້ານ ເພື່ອເສີມຂະຫຍາຍຄົ້ນຄວ້າໃຫ້ເລິກກ່ຽວກັບທິດທາງ ແລະ ມາດຕະການເພື່ອສ້າງແຂວງໃຫ້ເປັນຫົວໜ່ວຍຍຸດທະສາດ ສ້າງເມືອງໃຫ້ເປັນຫົວໜ່ວຍເຂັ້ມແຂງຮອບດ້ານ ແລະ ສ້າງບ້ານເປັນຫົວໜ່ວຍພັດທະນາ.