ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ຮັບປະກັນ ຄວາມຖືກຕ້ອງ-ວ່ອງໄວ ໂປ່ງໃສ ໃສ່ໃຈ ພັດທະນາບຸກຄະລາກອນ-ການຈັດຕັ້ງ ໃຫ້ເຂັ້ມແຂງ, ມີປະສິດທິພາບ

ສະມາຊິກແມ່ຍິງກົມຄຸ້ມຄອງສຳມະໂນຄົວແລະ ກໍ່ສ້າງຮາກຖານ ອະນາໄມລວມຕ້ອນຮັບວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 70ປີ

ອອກແຮງງານຕ້ອນຮັບວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ70ປີ

    ໃນຕອນເຊົ້າຂອງວັນທີ 21 ກຸມພາ 2025 ຜ່ານມານີ້,ສະມາຊິກແມ່ຍິງທົ່ວກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ໄດ້ສ້າງຂະບວນການອອກແຮງງານອານາໄມລວມເພື່ອຮັບຕ້ອນ ວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ70ປີ 22 ມີນາ 1955 - 22 ມີນາ 2025.
ໃນການອອກແຮງງານຄັ້ງນີ້ສະມາຊິກແມ່ຍິງທົ່ວກົມກອງໄດ້ສາມັກຄີກັນອານາໄມ ປັດກວາດໃບໄມ້ ພ້ອມທັງ ຕັດໃບໄມ້,ຕັດຫຍ້າ ເກັບຂີ້ເຫຍື້ອ ລຽບຕາມຖະໜົນຫົນທາງໃນຂອບເຂດອ້ອມຂ້າງກົມ ເເລະເຂດຄວາມຮັບຜິດຊອບຂອງຕົນໃຫ້ສະອາດຈົບງາມ.