
ກົມກໍ່ສ້າງຮາກຖານ ກົມໃຫຍ່ການເມືອງກອງທັບ ອວຍພອນວັນສ້າງຕັ້ງກຳລັງ ປກສ ຄົບຮອບ 64 ປີ
ໃນວັນທີ 08 ເມສາ 2025 ກົມກໍ່ສ້າງຮາກຖານ ກົມໃຫຍ່ການເມືອງກອງທັບ ກະຊວງປ້ອງກັນປະເທດ ນໍາໂດຍ ພັອ ຄອນວິໄລ ທຳມະວົງສາ ຮອງກົມກໍ່ສ້າງຮາກຖານ ກົມໃຫຍ່ການເມືອງກອງທັບ ພ້ອມຄະນະ ໄດ້ເຂົ້າອວຍພອນຄະນໍາພັກ-ຄະນະນຳ ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ຕ້ອນຮັບໂດຍ ທ່ານ ພັອ ສີບຸນເຮືອງ ໄຊຍະເພັດ ຮອງກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ກະຊວງປ້ອງກັນຄວາມສະຫງົບ ພ້ອມຄະນະ ເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງກຳລັງປ້ອງກັນຄວາມສະຫງົບ ຄົບຮອບ 64 ປີ (05 ເມສາ 1961- 05 ເມສາ 2025).
.jpeg)
ພັອ ຄອນວິໄລ ທຳມະວົງສາ ຮອງກົມກໍ່ສ້າງຮາກຖານ ກົມໃຫຍ່ການເມືອງກອງທັບ ໄດ້ກ່າວວ່າ: ເນື່ອງໃນໂອກາດສະເຫຼີມສະຫຼອງ ວັນສ້າງຕັ້ງກໍາລັງປ້ອງກັນຄວາມສະຫງົບ ຄົບຮອບ 64 ປີ, ເຊິ່ງເປັນວັນທີ່ມີຄວາມໝາຍສໍາຄັນທາງປະຫວັດສາດ ແລະ ສະແດງໃຫ້ເຫັນການເຕີບໃຫຍ່ຂະຫຍາຍຕົວ, ຜົນງານໄຊຊະນະຂອງກຳລັງປ້ອງກັນຄວາມສະຫງົບ ທີ່ຍາດມາໄດ້ໃນໄລຍະຜ່ານມາ. ໃນໂອກາດດັ່ງກ່າວ, ຂໍອວຍພອນໄຊໃຫ້ຄະນະພັກ-ຄະນະນໍາ ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ຕະຫຼອດຮອດນາຍ ແລະ ພົນຕໍາຫຼວດ ຈົ່ງມີສຸຂະພາບແຂງແຮງ ພ້ອມກັນເຮັດສໍາເລັດໜ້າທີ່ອັນມີກຽດຂອງບັນດາທ່ານທີ່ພັກ-ລັດ ແລະ ການຈັດຕັ້ງມອບໝາຍໃຫ້.
.jpeg)

ໃນຕອນທ້າຍ ພັອ ສີບຸນເຮືອງ ໄຊຍະເພັດ ຮອງກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ໄດ້ກ່າວສະແດງຄວາມຂອບໃຈມາຍັງ ທ່ານ ຄອນສະຫວັນ ທຳມະວົງສາ ກໍຄືກົມກໍ່ສ້າງຮາກຖານ ກົມໃຫຍ່ການເມືອງກອງທັບ ທີ່ເຫັນໄດ້ຄວາມໝາຍສໍາຄັນຂອງວັນສ້າງຕັ້ງກຳລັງປ້ອງກັນຄວາມສະຫງົບ; ພ້ອມນີ້ ຍັງເປັນການຮັດແໜ້ນຄວາມສາມັກ ຄີ ລະຫວ່າງ ກະຊວງປ້ອງກັນປະເທດ ແລະ ກະຊວງປ້ອງກັນຄວາມສະຫງົບ ເວົ້າລວມ, ເວົ້າສະເພາະກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ແລະ ກົມກໍ່ສ້າງຮາກຖານ ກົມໃຫຍ່ການເມືອງກອງທັບ ໃຫ້ມີຄວາມແໜ້ນແຟ້ນຂຶ້ນກວ່າເກົ່າ.
ພາບ ແລະ ຂ່າວ ຮອ ອານຸກອນ ທີລາວົງ
ໜ່ວຍງານໂຄສະນາ ແລະ ອົບຮົມ