ພິທີປິດ ແລະ ມອບ-ຮັບໂຄງການຄຸ້ມຄອງພົນລະເມືອງລາວ (ລະບົບບັດປະຈໍາຕົວ ໄລຍະທີ 1)
ພິທີປິດ ແລະ ມອບ-ຮັບ ໂຄງການຄຸ້ມຄອງພົນລະເມືອງລາວ, ລະບົບບັດປະຈໍາຕົວ ໄລຍະທີ 1, ໄດ້ຈັດຂຶ້ນໃນວັນທີ 8 ພຶດສະພາ 2025 ນີ້, ໂດຍເປັນກຽດເຂົ້າຮ່ວມ ຂອງ ພົນໂທ ຄຳກິ່ງ ຜຸຍຫຼ້າມະນີວົງ ຮອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ, ມີທ່ານ ລາດຊະໂລ ວາຣາດີ ຮອງລັດຖະມົນຕີກະຊວງການຕ່າງປະເທດ ແລະ ການຄ້າ ຮົງກາລີ, ທ່ານ ລາສໂລ ໂກວາສ ປະທານກຸ່ມບໍລິສັດ ພອນຊີສເຕັມ ພ້ອມພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.
ໃນພິທີ, ພົນໂທ ຄໍາກິ່ງ ຜຸຍຫຼ້າມະນີວົງ ໄດ້ກ່າວວ່າ: ໂຄງການຄຸ້ມຄອງພົນລະເມືອງລາວ ລະບົບບັດປະຈໍາຕົວ ໄລຍະທີ 1 ທີ່ໄດ້ນໍາໃຊ້ງົບປະມານເງິນກູ້ ຈາກລັດຖະບານຮົງກາຣີ ຈໍານວນ 25 ລ້ານ ໂດລາສະຫະລັດ ມາພັດທະນາຍົກລະດັບການຄຸ້ມຄອງວຽກງານສຳມະໂນ ຄົວ ແລະ ບັດປະຈຳຕົວ ຢູ່ ສປປ ລາວ ໃຫ້ມີຄວາມກ້າວໜ້າທັນສະໄໝ, ໂຄງການດັ່ງກ່າວ ໄດ້ເລີ່ມຈັດຕັ້ງປະຕິບັດມາແຕ່ປີ 2017, ກະຊວງປ້ອງຄວາມສະຫງົບລາວ ໄດ້ມອບໜາຍໃຫ້ ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ເປັນຫົວໜ່ວຍຈັດຕັ້ງປະຕິບັດໂຄງ ການ ໂດຍຮ່ວມກັບ ບໍລິສັດ ພອນຊີສເຕັມ; ໄດ້ແບ່ງເປັນ 10 ໄລຍະ; ໃນການຈັດຕັ້ງປະຕິ ບັດຄື: ໄລຍະກະກຽມ, ໄລຍະສຳຫຼວດບັນດາຄວາມຮຽກຮ້ອງຕ້ອງການຂອງໂຄງການ, ໄລຍະວິເຄາະກົດໝາຍ, ອອກແບບລະບົບ ແລະ ຊອບແວຣ; ໄລຍະປັບປຸງບູລະນະພື້ນຖານໂຄ່ງລ່າງ ແລະ ນຳເຂົ້າສູນຂໍ້ມູນ; ໄລຍະພັດທະນາຊັອບແວຣ; ໄລຍະກໍ່ສ້າງ ແລະ ປັບປຸງບູລະນະຫ້ອງການ ໃນຂອບເຂດທົ່ວປະເທດ; ໄລຍະນຳເຂົ້າເຄື່ອງພິມບັດປະຈຳຕົວ ແລະ ພາຫະນະຮັບໃຊ້ເກັບກຳຂໍ້ມູນພົນລະເມືອງ; ໄລຍະນຳເຂົ້າບັນດາຊຸດອຸປະກອນເກັບກຳຂໍ້ມູນສຳລັບທົ່ວປະເທດ; ໄລຍະຝືກອົບຮົມບຸກຄະລາກອນຜູ້ຮັບຜິດຊອບວຽກງານ ໃນຂອບເຂດທົ່ວປະເທດ; ໄລຍະການປິດ ແລະ ຮັບປະກັນໂຄງການດັ່ງກ່າວ; ນອກຈາກເປັນການພັດທະນາ ລະບົບຄຸ້ມຄອງພົນລະເມືອງລາວໃຫ້ມີຄວາມທັນສະໄໝ, ເກັບກຳຂໍ້ມູນຂອງພົນລະເມືອງໄດ້ທົ່ວປະເທດຢ່າງເປັນລະບົບແລ້ວ ຖານຂໍ້ມູນເອງກໍ່ມີຄວາມປອດໄພ ຮັບປະກັນໃຫ້ແກ່ວຽກງານການເກັບກຳຂໍ້ມູນຍາວນານ ແລະ ລະບົບຊັອບແວຣຮອບດ້ານເຊັ່ນ: ຊັອບແວຣສໍາມະໂນຄົວ, ບັດປະຈໍາຕົວ ແລະ ອາຊີບ-ພາຫານະພິເສດ ເຊີ່ງຈະຊ່ວຍໃຫ້ເຈົ້າໜ້າທີ່ສາມາດຄຸ້ມຄອງບັນດາໜ້າວຽກງານວິຊາສະເພາະ ໄດ້ຢ່າງມີປະສິດທິພາບ. ນອກຈາກນີ້, ການພັດທະນາລະບົບຄຸ້ມຄອງພົນລະເມືອງລາວ ຍັງມີລັກສະນະຮອງຮັບການເຊື່ອມໂຍງເຊື່ອມຕໍ່ກັບບັນດາພາກສ່ວນຕ່າງໆ ສາມາດນຳໄປພັດທະນາຕໍ່ຍອດໃຫ້ລະບົບມີຄວາມກ້າວໜ້າຂື້ນຕື່ມ ໃນອານາຄົດ.
ຈາກນັ້ນ, ໃນພິທີ ກຸ່ມບໍລິສັດ ພອນຊິສເຕັມ ກໍ່ໄດ້ມອບລາງວັນໃຫ້ຜູ້ທີ່ມີຜົນງານດີ່ເດັ່ນ ໃນການປະຕິບັດໂຄງການຄຸ້ມຄອງພົນລະເມືອງລາວ ລະບົບບັດປະຈໍາຕົວ ໄລຍະທີ 1 ເປັນກຽດມອບໂດຍ ທ່ານ ລາສໂລ ໂກວາສ ປະທານກຸ່ມບໍລິສັດ ພອນຊີສເຕັມ ພ້ອມນີ້ກະຊວງປ້ອງກັນຄວາມສະຫງົບກໍ່ໄດ້ຫຼຽນກາປ້ອງກັນຄວາມສະຫງົບ ແລະ ໃບຍ້ອງຍໍຊົມເຊີຍໃຫ້ບຸກຄົນ ແລະ ກົມກອງ ເປັນກຽດມອບໂດຍ ພົນໂທ ຄໍາກິ່ງ ຜຸຍຫຼ້າມະນີວົງ ຮອງລັດ ຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ.