
ກອງປະຊຸມປະເມີນຄວາມຄືບໜ້າການຈັດຕັ້ງປະຕິບັດໂຄງການສ້າງຖານຂໍ້ມູນພົນລະເມືອງ ແລະ ບັດປະຈຳຕົວ
ກອງປະຊຸມໃຫຍ່ ຄັ້ງທີ 2 ປະເມີນຄວາມຄືບໜ້າການຈັດຕັ້ງປະຕິບັດໂຄງການສ້າງຖານຂໍ້ມູນພົນລະເມືອງ ແລະ ບັດປະຈໍາຕົວ ທີ່ ສປປ ລາວ ໄດ້ຈັດຂຶ້ນໃນຕອນບ່າຍຂອງວັນທີ 27 ພຶດສະພາ ທີ່ກະຊວງປ້ອງກັນຄວາມສະຫງົບລາວ, ໂດຍການເປັນປະທານຮ່ວມຂອງ ທ່ານ ພົນໂທ ຄຳກິ່ງ ຜຸຍຫຼ້າມະນີວົງ ຮອງລັດຖະມົນຕີກຊວງປ້ອງກັນຄວາມສະຫງົບລາວ ຜູ້ປະຈຳການຊີ້ນໍາໂຄງການ ແລະ ທ່ານ ພົນຕີ ຫງວຽນ ວັນ ລອງ ຮອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ຫວຽດນາມ,ຫົວໜ້າຄະນະຮັບຜິດຊອບໂຄງການ, ມີຄະນະຮັບຜິດຊອບໂຄງການກະຊວງປ້ອງກັນຄວາມສະຫງົບຫວຽດນາມ, ຄະນະຮັບຜິດຊອບໂຄງການຂັ້ນກະຊວງປ້ອງກັນຄວາມສະຫງົບ ແລະ ປກສ ແຂວງ-ນະຄອນຫຼວງວຽງຈັນ, ຜູ້ຕາງໜ້າກົມກອງກ່ຽວຂ້ອງຈາກກະຊວງອ້ອມຂ້າງ ເຂົ້າຮ່ວມ.
ໃນກອງປະຊຸມ ທ່ານ ພົຈວ ແກ່ນຈັນ ພົມມະຈັກ ຫົວໜ້າກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ກະຊວງປ້ອງກັນຄວາມສະຫງົບລາວ ໄດ້ລາຍງານຜົນການປະເມີນຄວາມຄືບໜ້າການຈັດຕັ້ງປະຕິບັດໂຄງການສ້າງຖານຂໍ້ມູນພົນລະເມືອງ ແລະ ບັດປະຈໍາຕົວໄລຍະ 5 ເດືອນ ທີ່ ສປປ ລາວ ເຊິ່ງທ່ານໄດ້ລາຍງານໃຫ້ຮູ້ວ່າ: ພາຍຫຼັງສຳເລັດກອງປະຊຸມປຶກສາຫາລືຄວາມຄືບໜ້າການຈັດຕັ້ງປະຕິບັດໂຄງການນີ້ ໃນວັນທີ 20 ທັນວາ 2024, ກະຊວງປ້ອງກັນຄວາມສະຫງົບລາວ ໄດ້ເອົາໃຈໃສ່ຊີ້ນຳ ແລະ ມອບໝາຍໃຫ້ ກົມຄຸ້ມຄອງສໍາມະໂນຄົວ ແລະ ກໍ່ສ້າງຮາກຖານ ເປັນເຈົ້າການໃນການຊີ້ນຳ-ນຳພາຢ່າງຈິງຈັງຕໍ່ກອງບັນຊາການ ປກສ ຂັ້ນແຂວງ ແລະ ຂະແໜງການທີ່ກ່ຽວຂ້ອງ ທັງສູນກາງ ແລະ ທ້ອງຖິ່ນ ໃຫ້ຮັບຮູ້, ເຂົ້າໃຈຢ່າງເລິກເຊິ່ງ ແລະ ໃຫ້ການສະໜັບສະໜູນ.
ພ້ອມດຽວກັນນັ້ນ, ຍັງໄດ້ປະສານສົມທົບໂດຍກົງກັບຕໍາຫຼວດຫວຽດນາມ, ບັນດາກະຊວງ, ອົງການທຽບເທົ່າກະຊວງ ເພື່ອກຽມຄວາມພ້ອມຮອບດ້ານໃນການເຊື່ອມຕໍ່ ແລະ ແບ່ງປັນຂໍ້ມູນກັບຂະແໜງການຕົນ.ຜ່ານການຈັດຕັ້ງປະຕິບັດ ໄດ້ສຳເລັດການຄົ້ນຄວ້ານິຕິກຳຮັບໃຊ້ໂຄງການ 24 ສະບັບ, ບົດລາຍງານ 60 ສະບັບ, ໄດ້ຮັບອະນຸຍາດແລ້ວຈຳນວນໜຶ່ງ ສ່ວນທີ່ເຫຼືອແມ່ນຢູ່ຂັ້ນຕອນພິຈາລະນາແຕ່ລະຂະແໜງການ ເພື່ອຮັບໃຊ້ການຈັດຕັ້ງປະຕິບັດໂຄງການ ແຕ່ລະໄລຍະ; ໄດ້ສຳເລັດການປະສານສົມທົບກັບ ບັນດາກະຊວງ ໃນນີ້, ມີກະຊວງພາຍໃນ, ກະຊວງແຮງງານ ແລະ ສະຫວັດດີການ-ສັງຄົມ, ອົງການໄອຍະການປະຊາຊົນສູງສຸດ ເພື່ອສັງລວມພົນລະເມືອງ ລວມທັງລະບົບ Lao PIM ແລະ ການໂອນຖ່າຍຂໍ້ມູນ ເຊິ່ງສາມາດສັງລວມໃນເບື້ອງຕົ້ນແມ່ນ 6.391.220 ຕໍ່ອັດຕາສ່ວນ 7.912.394 ຂອງພົນລະເມືອງ ກວມເອົາອັດຕາສ່ວນ 80,77 ສ່ວນຮ້ອຍ. ໃນນີ້, 4.879.526 ຕໍ່ອັດຕາສ່ວນ 6.391.220 ຂອງພົນລະເມືອງ ແມ່ນຄົບເງື່ອນໄຂການກຳນົດລະຫັດບຸກຄົນ ກວມເອົາ 76,34 ສ່ວນຮ້ອຍ; ສຳລັບພື້ນຖານໂຄງລ່າງ ທັງສອງຝ່າຍໄດ້ຮ່ວມກັນກວດກາ, ເອກະພາບສະຖານທີ່ຕິດຕັ້ງ ແລະ ອອກແບບສູນຂໍ້ມູນແມ່ ແລະ ສຳຮອງ, ຫ້ອງຕິດຕາມວິຊາສະເພາະ, ຫ້ອງແຜນທີ່ລວມທັງການຕິດຕັ້ງລະບົບປັ່ນໄຟແລະ ແລ່ນລະບົບໄຟຟ້າແຮງ 22ກິໂລວັດ ເພື່ອກະກຽມເຊື່ອມຕໍ່ກັບຂະແໜງການທີ່ຈຳເປັນ ໃນໄລຍະທົດລອງ. ນອກນີ້, ຍັງໄດ້ອອກແບບປັບປຸງຫ້ອງເສີບເວີ, ຫ້ອງFM 200, ຫ້ອງຄວບຄຸມ NOC ແມ່ນສໍາເລັດ.
ພ້ອມດຽວກັນນັ້ນ,ຍັງໄດ້ເອົາໃຈໃສ່ວຽກງານຮັບປະກັນຄວາມປອດໄພໃຫ້ແກ່ລະບົບ, ບຸກຄະລາກອນຮັບໃຊ້ໃຫ້ແກ່ການຈັດຕັ້ງປະຕິບັດໂຄງການ ແລະ ການພິມບັດປະຈຳຕົວ. ສໍາລັບທິດທາງໜ້າທີ່ ແລະວິທີແກ້ໄຂຕໍ່ໜ້າ ຄະນະຊີ້ນຳໂຄງການທັງສອງຝ່າຍ ຈະໄດ້ສຸມໃສ່ແກ້ໄຂບັນຫາທີ່ຍັງຄົງຄ້າງ ລວມທັງໝົດມີ 6 ໜ້າວຽກ ທີ່ຈະຕ້ອງໃຫ້ສໍາເລັດ ໃນໄຕມາດທີ 2 ຂອງປີ 2025. ພ້ອມນັ້ນ, ຄະນະຮັບຜິດຊອບແຕ່ລະອະນຸກຳມະການທັງສູນກາງ ແລະ ທ້ອງຖິ່ນ ຈະຕ້ອງເປັນເຈົ້າການຢ່າງຕັ້ງໜ້າປະຕິບັດແຜນການທີ່ໄດ້ກຳນົດໄວ້ໃຫ້ສໍາເລັດ. ທັງນີ້, ກໍເພື່ອເຮັດໃຫ້ໂຄງການຖານຂໍ້ມູນພົນລະເມືອງ ແລະບັດປະຈໍາຕົວ ມີປະສິດທິພາບ ແລະ ປະສິດທິຜົນສູງ.
