
ຫວນຄືນມູນເຊື້ອວັນສ້າງຕັ້ງກຳລັງຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ຄົບຮອບ 47 ປີ
ວັນທີ 8 ສິງຫາ 2025 ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ໄດ້ຈັດພິທີ ປາຖາກະຖາວັນດສ້າງຕັ້ງກຳລັງຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ຄົບຮອບ 47 ປີ ເປັນກຽດເຂົ້າຮ່ວມຂອງ ພົຈວ ແກ່ນຈັນ ພົມມະຈັກ ຄະນະພັກກະຊວງ ເລຂາຄະນະພັກກົມ ຫົວໜ້າກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ມີບັນດາ ຄະນະພັກ ຄະນະບັນຊາກົມ ບັນດາຄະນະພະແນກ, ສູນຂໍ້ມູນພົນລະເມືອງ ແລະ ບັດປະຈຳຕົວ ພ້ອມດ້ວຍພະນັກງານ-ນັກຮົບອ້ອມຂ້າງກົມເຂົ້າຮ່ວມ.
.jpeg)
ໃນພິທີໄດ້ຮັບຊົມຟີມມູນເຊື້ອວັນສ້າງຕັ້ງກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ແລະ ພ້ອມນັ້ນ ພົຈວ ແກ່ນຈັນ ພົມມະນຈັກ ຍັງໄດ້ປາຖະກະຖາຫວນຄືນມູນເຊື້ອການເຕີບໃຫຍ່ຂະຫຍາຍຕົວ ຂອງກຳລັງຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ຕະຫຼອດໄລຍະ 47 ປີ ຜ່ານມາ ພ້ອມທັງສຶກສາອົບຮົມ ໃຫ້ນາຍ ແລະ ພົນຕຳຫຼວດ ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ມີຄວາມເອກອ້າງທະນົງໃຈ, ສ້າງໄດ້ຄວາມເຊື່ອໝັ້ນຕໍ່ອຸດົມການສັງຄົມນິຍົມ, ມີສະຕິເຄົາລົບຕໍ່ລະບຽບກົດໝາຍ ແລະ ລະບຽບວິໄນຂອງກໍາລັງຢ່າງເຂັ້ມງວດ, ປັບປຸງກຳລັງໃຫ້ມີຄວາມເຂັ້ມແຂງ, ໜັກແໜ້ນທາງດ້ານປະລິມານ ແລະ ຄຸນນະພາບ, ມີຈັນຍາ ບັນ, ມີແບບແຜນວິທີການເຮັດວຽກທີ່ດີສ້າງຄວາມເຊື່ອໝັ້ນໃຫ້ແກ່ມະຫາຊົນ ແລະ ປະຊາຊົນບັນດາເຜົ່າ ແລະ ຊຸກຍູ້ສ້າງຂະບວນການພາຍໃນໃຫ້ແຂງແຮງ ມີການເຕີບໃຫຍ່ຂະຫຍາຍຕົວຟົດຟື້ນ, ກ້ວາງ ຂວາງ ຍົກສູງຈິດໃຈຮັກຊາດອັນດູດດື່ມອອກແຮງປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ມີສະຕິຕໍ່ ກົນອຸບາຍມ້າງເພທໍາລາຍຂອງອິດທິກຳລັງປໍລະປັກ ແລະ ກຸ່ມຄົນບໍ່ດີ, ປັບປຸງກໍ່ສ້າງກໍາລັງປ້ອງກັນຄວາມສະຫງົບປະຊາຊົນ ເວົ້າລວມ, ເວົ້າສະເພາະກຳລັງກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ໃຫ້ກາຍເປັນກຳລັງປະຕິວັດອັນແທ້ຈິງ, ມີຄວາມປອດໃສ, ເຂັ້ມແຂງ, ໜັກແໜ້ນ ເພື່ອເຮັດສຳເລັດໜ້າທີ່ການເມືອງທີ່ພັກ-ລັດ ແລະ ປະຊາຊົນມອບໝາຍໃຫ້.
.jpeg)
ໃນຕອນທ້າຍຂອງພິທີ ຍັງໄດ້ປະດັບກາໝາຍເຫຼົ່າວິຊາສະເພາະ ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ໃຫ້ແກ່ຄະນະພັກ ຄະນະບັນຊາກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານຕື່ມອີກ.
