ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ຮັບປະກັນ ຄວາມຖືກຕ້ອງ-ວ່ອງໄວ ໂປ່ງໃສ ໃສ່ໃຈ ພັດທະນາບຸກຄະລາກອນ-ການຈັດຕັ້ງ ໃຫ້ເຂັ້ມແຂງ, ມີປະສິດທິພາບ

ເມືອງໄຊທານີ ປະກາດຮັບຮອງ ຄອບຄົວ ແລະ ບ້ານປ້ອງກັນຄວາມສະຫງົບດີ ປະຈຳປີ 2024 ໄດ້ 104 ບ້ານ

ໃນວັນທີ 07 ສິງຫາ 2025 ຢູ່ທີ່ກອງບັນຊາການ ປກສ ເມືອງເມືອງໄຊທານີ ໄດ້ຈັດພິທີປະກາດຮັບຮອງ ຄອບຄົວ ແລະ ບ້ານປ້ອງກັນຄວາມສະຫງົບດີ ປະຈຳປີ 2024 ໂດຍການເປັນປະທານຂອງທ່ານ ສິນລະປະກອນ ພົມມະໄຊສີ ຮອງເລຂາຄະນະບໍລິຫານງານພັກເມືອງ, ຮັກສາການເຈົ້າເມືອງໄຊທານີ, ມີ ທ່ານ ພັທ ວຽງຄໍາ ຈັນທະວົງສາ ຫົວໜ້າກອງບັນຊາການ ປກສ ເມືອງໄຊທານີ, ທ່ານ ພັທ ວິລະພົນ ໄພບູນ ກຳມະການພັກ ຫົວໜ້າຫ້ອງຄຸ້ມຄອງສໍາມະໂນຄົວ ແລະ ກໍ່ສ້າງຮາກຖານ ປກສ ນະຄອນຫຼວງວຽງຈັນ ມີຄະນະພັກ, ຄະນະກອງບັນຊາການ ປກສ ເມືອງ ເສນາກອງພັນກໍ່ສ້າງຮາກຖານການເມືອງ, ກອງບັນຊາການທະຫານເມືອງ, ບັນດາຫ້ອງການກ່ຽວຂ້ອງອ້ອມຂ້າງປົກຄອງເມືອງ, ເລຂາພັກຮາກຖານກຸ່ມ, ຫົວໜ້າ ແລະ ຮອງ ປກສ 11 ກຸ່ມ ນາຍບ້ານ ແລະ ກຳລັງ ປກສ ບ້ານ 104 ບ້ານ ເຂົ້າຮ່ວມ.

ທ່ານ ພັທ ໄກສອນ ແສງສີລິຈັນ ຮອງຫົວໜ້າກອງບັນຊາການ ປກສ ເມືອງໄຊທານີ ຜູ້ຊີ້ນໍາວຽກ ງານຄຸ້ມຄອງສໍາມະໂນຄົວ ແລະ ກໍ່ສ້າງຮາກຖານ ຂຶ້ນຜ່ານບົດສະຫຼຸບການຈັດປະຕິບັດວຽກງານການປະເມີນ, ສ້າງຄອບຄົວ ແລະ ບ້ານປ້ອງກັນຄວາມສະຫງົບດີ ປະຈຳປີ 2024 ໃຫ້ຮູ້ວ່າ: ເມືອງໄຊທານີ ໄດ້ຈັດຕັ້ງປະຕິບັດ ແຜນການ ສ້າງ, ປະເມີນຄອບຄົວ ແລະ ບ້ານປ້ອງກັນຄວາມສະຫງົບດີ ປີ 2024 ໃນທົ່ວເມືອງໄຊທານີ, ມີ 11 ກຸ່ມ ດໍາເນີນຈັດຕັ້ງປະຕິບັດຕົວຈິງ ການປະເມີນ, ສ້າງບ້ານປ້ອງກັນຄວາມສະຫງົບດີ, ໂດຍອີງຕາມ 8 ມາດຖານເງື່ອນໄຂ ປະຕິບັດໄດ້ 764 ຄະແນນສະເລ່ຍ 95,5% ແລະ ປະເມີນ, ສັງລວມສ້າງຄອບຄົວປ້ອງກັນຄວາມສະຫງົບດີ ຕາມ 4 ມາດຖານ ປະຕິບັດໄດ້ 378 ຄະແນນ, ສະເລ່ຍ 94,5 % ສາມາດສັງລວມ ຜົນສຳເລັດໃນການສ້າງ ແລະ ປະເມີນຄອບຄົວ, ບ້ານປ້ອງກັນຄວາມສະຫງົບຕີ ສົກປີ 2024 ກອງບັນຊາການ ປກສ ເມືອງໄຊທານີ ສະເໜີອອກໃບຢັ້ງຢືນຮັບຮອງ ມີຈຳນວນ 104 ບ້ານ, ມີ 44,575 ຄອບຄົວ, (ສົມທຽບ ປີ 2023 ມີ 40,306 ຄອບຄົວ, ເພີ່ມຂຶ້ນ 4,269 ຄອບຄົວ ).

ຈາກນັ້ນໃນພິທີຍັງໄດ້ຜ່ານຂໍ້ຕົກລົງຂອງຈົ້າຄອງນະຄອນຫຼວງວຽງຈັນ ວ່າດ້ວຍການມອບໃບຢັ້ງຢືນຄອບຄົວ ແລະ ບ້ານປ້ອງກັນຄວາມສະຫງົບດີໃຫ້ເມືອງໄຊທານີ ສະບັບເລກທີ 447/ຈນວ ລົງວັນທີ 8 ພືດສະພາ 2025, ອະນຸມັດຮັບຮອງເອົາ ບ້ານປ້ອງກັນຄວາມສະຫງົບດີຄົບເງື່ອນໄຂ ແລະ ມາດຖານ ຈໍານວນ 104 ບ້ານ  ແລະ ມີຕ່າງໜ້າແຕ່ລະບ້ານຂື້ນຮັບເປັນກຽດມອບໂດຍ ທ່ານ ສິນລະປະກອນ ພົມມະໄຊສີ ຮອງເລຂາຄະນະບໍລິຫານງານພັກເມືອງ, ຮັກສາການເຈົ້າເມືອງໄຊທານີ ແລະ ຂໍ້ຕົກລົງ ຂອງເຈົ້າເມືອງໄຊທານີ ວ່າດ້ວຍການອະນຸມັດອອກໃບຢັ້ງຢືນຄອບຄົວປ້ອງກັນຄວາມສະຫງົບດີ ສະບັບເລກທີ 458-468/ຈມ ຊທນ ລົງວັນທີ 26 ມີຖຸນາ 2025 ອະນຸມັດມອບໃບຢັ້ງຢືນຮັບຮອງຄອບຄົວປ້ອງກັນຄວາມສະຫງົບດີ ຈໍານວນ 104 ບ້ານຂອງເມືອງໄຊທານີ ລວມມີ 44,575 ຄອບຄົວ ແລະ ມີຕ່າງໜ້າຄອບຄົວຂອງແຕ່ລະບ້ານຂື້ນຮັບເປັນກຽດມອບໂດຍ ພັທ ວຽງຄໍາ ຈັນທະວົງສາ ຫົວໜ້າກອງບັນຊາການ ປກສ ເມືອງໄຊທານີ.