
ພົຈວ ແກ່ນຈັນ ພົມມະຈັກ ໃຫ້ສຳພາດໂທລະພາບ ແລະ ໜັງສືພິມ ປສກ ກ່ຽວກັບການເຮັດບັດປະຈຳຕົວດີຈິຕ໋ອນ
ວັນທີ 28 ສິງຫາ 2025, ພົຈວ ແກ່ນຈັນ ພົມມະຈັກ ຫົວໜ້າກົມຄຸ້ມຄອງສໍາມະໂນຄົວ ແລະ ກໍ່ສ້າງຮາກຖານ ກະຊວງ ປກສ ໃຫ້ສຳພາດຕໍ່ສື່ມວນຊົນ ປກສ ກ່ຽວກັບການອອກບັດປະຈຳຕົວດີຈິຕ໋ອນ ໃນປັດຈຸບັນ.
ທ່ານໃຫ້ຮູ້ວ່າ: ບັດປະຈໍາຕົວພົນລະເມືອງລາວດີຈິຕ໋ອນ ແມ່ນເອກະສານຢັ້ງຢືນຕົວຕົນຂອງພົນລະເມືອງ ລາວນັບແຕ່ມື້ເກີດຈົນເສຍຊີວິດ ດ້ວຍລະບົບເອເລັກໂຕຣນິກ ທີ່ຖືກຕ້ອງຕາມກົດໝາຍ ແລະ ລະບຽບການຂອງ ສປປ ລາວ, ບັດດັ່ງກ່າວບໍ່ພຽງແຕ່ເປັນຂໍ້ມູນພື້ນຖານໃຫ້ແກ່ພົນລະເມືອງ ແຕ່ຍັງມີບົດບາດສໍາຄັນໃນການຍົກສູງຄຸນນະພາບໃນການຄຸ້ມຄອງລັດຕໍ່ພົນລະເມືອງຕາມທິດຫັນເປັນທັນສະໄໝ ແລະ ເປັນຂໍ້ມູນສໍາຄັນໃນການສ້າງລັດຖະບານດີຈິຕ໋ອນ ກ່ອນກ້າວເຂົ້າສູ່ເສດຖະກິດ ດີຈິຕ໋ອນ ແລະ ສັງຄົມດີຈິຕ໋ອນ.
#ບັດປະຈໍາຕົວດີຈິຕ໋ອນ ມີຄຸນສົມບັດພິເສດແຕກຕ່າງຈາກບັດເກົ່າ ທາງດ້ານໂຄງສ້າງການ ອອກແບບກະທັດຫັດ, ເບົາ, ສີສັນສວຍງາມແລະ ບໍ່ປ່ຽນສີ, ທັນສະໄໝ ແລະ ມາດຕະຖານ ຂອງ ISO 7810, ISO 7816, ISO 14443 ແລະ ICAO 9303; ຈຸດພິເສດທີສອງແມ່ນ ມີລະບົບຄວາມປອດໄພສູງ ເຊັ່ນ: ຝັງຊິບປະຫວັດບຸກຄົນ, ລາຍນິ້ວມື, ໃບໜ້າ, ເຫຍື່ອຫຸ້ມຕາ, ມີລະຫັດ QR code, ບາໂຄ້ດ.
#ອາຍຸການການນຳໃຊ້ ບັດປະຈຳຕົວພົນລະເມືອງດິຈິຕ໋ອນ ແມ່ນອີງຕາມອາຍຸຂອງພົນລະເມືອງ ໄດ້ແບ່ງອອກເປັນ 2 ໄລຍະຄື:
#ໄລຍະທີ 1: ເລີ່ມແຕ່ມື້ເກີດຮອດ 15 ປີ ໄດ້ແບ່ງອອກເປັນສອງໄລຍະຄື: ໄລຍະທີ 1 ສາມາດອອກບັດປະຈໍາຕົວໄດ້ ເລີ່ມແຕ່ມື້ເກີດ ຮອດອາຍຸ 6 ປີ ແລະ ໄລຍະທີ 2 ແມ່ນ ເລີ່ມແຕ່ 6 ປີ ຮອດ 15 ປີ;
ພົນລະເມືອງລາວ ສາມາດເຮັດບັດປະຈຳຕົວຈິຕ໋ອນຕົນເອງໂດຍຜ່ານບັນດາສະຖານທີ່ໄດ້ກຳນົດດັ່ງນີ້:
#ຂັ້ນສູນກາງ: ກົມຄຸ້ມຄອງພົນລະເມືອງ ແລະ ກໍ່ສ້າງຮາກຖານ;
#ຂັ້ນແຂວງ: ກອງບັນຊາການ ປ້ອງກັນຄວາມສະຫງົບແຂວງ;
#ຂັ້ນນະຄອນຫຼວງວຽງຈັນ: ກອງບັນຊາການປ້ອງກັນຄວາມສະຫງົບ ນະຄອນຫຼວງວຽງຈັນ;
#ຂັ້ນເມືອງ-ນະຄອນ: ກອງບັນຊາການປ້ອງກັນຄວາມສະຫງົບ ເມືອງ-ນະຄອນ. ຖືວ່າ ພົນລະເມືອງລາວສາມາດອອກໄປເຮັດບັດປະຈໍາຕົວດີຈິຕ໋ອນ ໄດ້ຢູ່ທຸກສະຖານທີ່ກຳນົດ ແລະ ສະດວກແກ່ຕົນເອງ ຫຼື ສາມາດຈົດທະບຽນຜ່ານທະບຽນຜ່ານແອັບ LaelD ກ່ອນໄປເຮັດບັດປະຈໍາຕົວ ເຊິ່ງປັດຈຸບັນ, ພວກເຮົາກຳລັງກະກຽມຄວາມພ້ອມຮອບດ້ານເພື່ອເປີດບໍລິການທົ່ວປະເທດ ພ້ອມກັນຕາມແຜນການໄດ້ກຳນົດແມ່ນຕົ້ນເດືອນຕຸລາ 2025.
#ປັດຈຸບັນ, ພວກເຮົາໄດ້ເປີດຮັບຂໍ້ມູນພົນລະເມືອງໃນເບື້ອງຕົ້ນຢູ່ກົມຄຸ້ມຄອງພົນລະເມືອງ ແລະ ກໍ່ສ້າງຮາກຖານ ແຕ່ຖ້າຫາກພົນລະເມືອງມີຄວາມຈໍາເປັນຕ້ອງການນໍາໃຊ້ບັດດ່ວນກໍ່ສາມາດໄປເຮັດ ຫຼື ຕໍ່ບັດໄດ້ຢູ່ກົມຄຸ້ມຄອງພົນລະເມືອງ ແລະ ກໍ່ສ້າງຮາກຖານກະຊວງ ປກສ.
ທ່ານກ່າວອີກວ່າ: ກ່ອນໄປຂໍອອກບັດປະຈໍາຕົວໃຫ້ພົນລະເມືອງກະກຽມເອກະສານເບື້ອງຕົ້ນແມ່ນ: ປື້ມສຳມະໂນຄົວ, ບັດປະຈໍາຕົວແບບເກົ່າ (ບັດສີຂຽວ) ຫຼື ກ໋ອບປີ້ພັດສະປອດ ສ່ວນຄ່າບໍລິການອອກບັດແມ່ນ 30.000 ກີບ.
#ຄຸນປະໂຫຍດຂອງບັດປະຈໍາຕົວແມ່ນ ເປັນເອກະສານຢັ້ງຢືນຕົວຕົນຂອງພົນລະເມືອງ ສາມາດໃຊ້ແທນເອກະສານເດີນທາງໄດ້ທັງພາຍໃນ ແລະ ສາກົນ ໃນກໍລະນີ້ທີ່ໄດ້ລົງນາມໃນສົນທິສັນຍາ, ສັນຍາ ຫຼື ຂໍ້ຕົກລົງລະຫວ່າງປະເທດຮ່ວມກັນ; ສະດວກໃຫ້ແກ່ການເຂົ້າເຖິງບໍລິການບໍລິຫານລັດ, ການດໍາເນີນທຸລະກຳ ແລະ ອື່ນໆ ວ່ອງໄວ, ປະຢັດເວລາ ແລະ ປະຢັດງົບປະມານ.

