ກົມ ຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ກະຊວງ ປກສ ຫວນຄືນມູນເຊື້ອ 2 ວັນປະຫວັດສາດ
ທ່ານ ພົຈວ ແກ່ນຈັນ ພົມມະຈັກ ຫົວໜ້າກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ໄດ້ເປັນປະທານ ແລະ ປາຖະກະຖາຫວນຄືນມູນເຊື້ອ ວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 75 ປີ (13 ສິງຫາ 1950-13 ສິງຫາ 2025) ແລະ ວັນຍຶດອໍານາດ 23 ສິງຫາ ຄົບຮອບ 80 ປີ (23 ສິງຫາ 1945-23 ສິງຫາ 2025) ແລະ ປະກາດເລື່ອນຊັ້ນໃຫ້ນາຍ ແລະ ພົນຕຳຫຼວດ ມີຄະນະປະຈໍາພັກ-ຄະນະພັກ, ພະແນກ, ຂັ້ນໜ່ວຍງານ ແລະ ສໍາມະຊິກພັກ ເຂົ້າຮ່ວມ.
ທ່ານ ພົຈວ ແກ່ນຈັນ ພົມມະຈັກ ໄດ້ຍົກໃຫ້ເຫັນການກໍາເນີດ ແລະ ການເຕີບໃຫຍ່ຂະຫຍາຍຕົວຂອງແນວລາວສ້າງຊາດ ແຕ່ອະດີດຈົນເຖິງປັດຈຸບັນ, ຜົນງານພົ້ນເດັ່ນຂອງແນວລາວສ້າງຊາດ ແລະ ມູນເຊື້ອອັນສະຫງ່າງາມຂອງແນວລາວສ້າງຊາດ ໃນແຕ່ລະໄລຍະ
+ ສັງລວມແລ້ວ, ແນວລາວສ້າງຊາດ ຂະບວນການຕໍ່ສູ້ຂອງປະຊາຊົນບັນດາເຜົ່າ, ຜູ້ຊົງຄຸນວຸດທິ, ນັກຮັກຊາດ, ຮັກເອກະລາດ ແລະ ອິດສະຫຼະພາບ, ແນວລາວຮັກຊາດເປັນຄັນທຸງ ເປັນແກນກາງຂອງແນວໂຮມເອກກະພາບແຫ່ງຊາດ, ເຕົ້າໂຮມຂະບວນການຕໍ່ສູ້ກູ້ຊາດຂອງປະຊາຊົນ ແລະ ກໍາລັງທີ່ຮັກຊາດຕ່າງໆ ຕໍ່ສູ້ເພື່ອປົກປັກຮັກສາເອກະລາດຂອງຊາດ
+ ແນວລາວສ້າງຊາດ ຍັງສືບຕໍ່ດໍາລົງບົດບາດເປັນຫຼັກແຫຼ່ງແນວໂຮມ ໂດຍພາຍໃຕ້ການນໍາພາຂອງພັກ ເຊິ່ງແນວລາວໃນໄລຍະໃໝ່ ແມ່ນການສ້າງມະຫາສາມັກຄີຂອງປວງຊົນລາວທັງຊາດ ແລະ ການເຕົ້າໂຮມກໍາລັງແຮງພັດທະນາປະເທດຊາດ, ເປັນບ່ອນສຶກສາອົບຮົມປະຊາຊົນຊັ້ນຄົນຕ່າງໆ, ພີ່ນ້ອງຄົນລາວຢູ່ຕ່າງປະເທດ ແລະ ອົງການຈັດຕັ້ງສັງຄົມ ເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດຕາມແນວທາງນະໂຍບາຍຂອງພັກ.
+ ຈາກນັ້ນ, ກໍໄດ້ຍົກໃຫ້ເຫັນເຖິງມູນເຊື້ອ ວັນຍຶດອໍານາດ 23 ສິງຫາ 1945 ເຊິ່ງມີຄວາມໝາຍຄວາມສໍາຄັນທີ່ສຸດຕໍ່ປະຊາຊົນລາວ ເພາະວ່າໄດ້ເປັນຂີດໝາຍອັນສໍາຄັນໃນການຕໍ່ສູ້ຍາດເອົາເອກະລາດ ແລະ ອິດສະຫຼະພາບຂອງປະຊາຊົນລາວຄັ້ງທໍາອິດ, ວັນທີ 23 ສິງຫາ ແມ່ນໝາກຜົນຂອງການຕໍ່ສູ້ປະຕິວັດອັນຍືດເຍື້ອຍາວນານ ພາຍໃຕ້ການນຳພາຂອງພັກປະຊາຊົນປະຕິວັດລາວ ທີ່ເຕັມໄປດ້ວຍຄວາມພິລະອາດຫານ ແລະ ການເສຍສະຫຼະຊີວິດເລືອດເນື້ອຂອງປະຊາຊົນລາວບັນດາເຜົ່າ, ແມ່ນໝາກຜົນຂອງການນຳໃຊ້ສາມບາດຄ້ອນຍຸດທະສາດບຸກໂຈມຕີສັດຕູ ແລະ ການໝູນໃຊ້ທິດສະດີ ມາກ-ເລນິນ ຢ່າງປະດິດສ້າງ, ແທດເໝາະກັບຈຸດພິເສດ ແລະ ສະພາບເງື່ອນໄຂຂອງປະເທດລາວ, ພາຍຫຼັງໄດ້ຮັບໄຊຊະນະໃນການຍຶດອຳນາດສຳເລັດ ການໂຄ່ນລົ້ມລະບອບສັກດີນາລ່າເມືອງຂຶ້ນທັງແບບເກົ່າ ແລະ ໃໝ່, ສ້າງຕັ້ງລະບອບ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລ້ວ ການປະຕິວັດລາວ ໄດ້ກ້າວສູ່ໄລຍະໃໝ່ປະຕິບັດສອງໜ້າທີ່ຍຸດທະສາດ ຄື: ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ.
+ ການປາຖະກະຖາຫວນຄືນມູນເຊື້ອ 2 ວັນປະຫວັດສາດໃນຄັ້ງນີ້ ກໍເພື່ອເປັນການນໍາພາສຶກສາອົບຮົມການເມືອງ-ແນວຄິດ ແລະ ປູກຈິດສໍານຶກໃຫ້ພະນັກງານຫຼັກແຫຼ່ງຂອງ ກະຊວງ ປກສ ໄດ້ຮັບຮູ້ເຊື່ອມຊຶມຕໍ່ເຫດການປະຫວັດສາດທີ່ສໍາຄັນຂອງຊາດ ເພື່ອພ້ອມກັນເສີມຂະຫຍາຍມູນເຊື້ອອັນດີງາມ, ຕັ້ງໜ້າຝຶກຝົນຫຼໍ່ຫຼອມຕົນເອງໃຫ້ມີຄຸນທາດການເມືອງໜັກແໜ້ນ, ມີຄຸນສົມບັດສິນທຳປະຕິວັດ, ຈົງຮັກພັກດີຕໍ່ພັກ-ລັດ ແລະ ກຽມພ້ອມເຮັດສໍາເລັດທຸກໜ້າທີ່ວຽກງານທີ່ຮັບການມອບໝາຍ.
ຈາກນັ້ນ ທ່ານ ພັອ ນາງ ເຂັມຄຳ ໄຊຍະເພັດ ຫົວໜ້າພະແນກການເມືອງ ໄດ້ຂື້ນຜ່ານຂໍ້ຕົກລົງຂອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ສະບັບເລກທີ 2275, 2276, 2277/ປກສ ລົງວັນທີ 25 ສິງຫາ 2025 ແລະ ຂອງກົມໃຫຍ່ການເມືອງ ປກສ ສະບັບເລກທີ 4473/ກມປສ ລົງວັນທີ 21 ສິງຫາ 2025 ແລະ ຂໍ້ຕົກລົງຂອງຫົວໜ້າກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ສະບັບເລກທີ 5208/ຄກຖ ລົງວັນທີ 29 ສິງຫາ 2025 ວ່າດ້ວຍການເລື່ອນຊັ້ນໃຫ້ນາຍ ແລະ ພົນຕໍໍາຫຼວດ ກົມຄຸ້ມຄອງສໍາມະໂນຄົວ ແລະ ກໍ່ສ້າງຮາກຖານ ຈຳນວນ 17 ສະຫຍາຍ ຍິງ 10 ສະຫາຍ, ໃນນີ້ ເລື່ອນຊັ້ນ ພັນຕີ ຂຶ້ນ ເປັນຊັ້ນ ພັນໂທ ມີ 2 ສະຫາຍ ຍິງ 2 ສະຫາຍ, ຮ້ອຍເອກ ຂຶ້ນ ພັນຕີ 7 ສະຫາຍ ຍິງ 3 ສະຫາຍ, ຮ້ອຍໂທ ຂຶ້ນ ຮ້ອຍເອກ 1 ສະຫາຍ ຍິງ 1 ສະຫາຍ, ວາທີຮ້ອຍຕີ ຂຶ້ນ ຮ້ອຍຕີ 1 ສະຫາຍ ແລະ ສິບໂທ ຂຶ້ນ ສິບເອກ 6 ສະຫາຍ ຍິງ 3 ສະຫາຍ, ໃຫ້ກຽດປະດັບຊັ້ນໂດຍ ພົຈວ ແກ່ນຈັນ ພົມມະຈັກ ຫົວໜ້າກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ.
ໂອກາດນີ້, ຫົວໜ້າກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ໄດ້ເນັ້ນໜັກໃຫ້ ນາຍຕຳຫຼວດທີ່ໄດ້ຮັບການເລື່ອນຊັ້ນໃໝ່ ຕ້ອງຮັບຮູ້ເຂົ້າໃຈແຈ້ງຕໍ່ຄວາມໝາຍຄວາມສໍາຄັນ ຂອງການເລື່ອນຊັ້ນ ໃນກໍາລັງປ້ອງກັນຄວາມສະຫງົບ ທັງໃຫ້ເຂົ້າໃຈວ່າ ແມ່ນການ ປະຕິບັດນະໂຍບາຍຂອງພັກ-ລັດ, ຂອງການຈັດຕັ້ງຕໍ່ຕົນເອງ, ອີກດ້ານໜຶ່ງ ກໍ່ຍ້ອນຜົນງານ, ການຝຶກຝົນຫຼ່ໍຫຼອມຂອງບັນດາສະຫາຍຕະຫຼອດໄລຍະທີ່ຜ່ານມາ.