ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ຮັບປະກັນ ຄວາມຖືກຕ້ອງ-ວ່ອງໄວ ໂປ່ງໃສ ໃສ່ໃຈ ພັດທະນາບຸກຄະລາກອນ-ການຈັດຕັ້ງ ໃຫ້ເຂັ້ມແຂງ, ມີປະສິດທິພາບ

ຮອງຫົວໜ້າກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ໄດ້ລົງຊຸກຍູ້ວຽກງານແກ້ໄຂປະກົດການຫຍໍ້ທໍ້ຢູ່ ປກສ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ

ໃນວັນທີ 15 ກັນຍາ 2025 ພັອ ສີບຸນເຮືອງ ໄຊຍະເພັດ ຮອງຫົວໜ້າກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ໄດ້ລົງຊຸກຍູ້ວຽກງານແກ້ໄຂປະກົດການຫຍໍ້ທໍ້ຢູ່ ປກສ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ, ມີບັນດາຄະນະກອງບັນຊາການ ປກສ ເມືອງ, ກອງກໍ່ສ້າງຮາກຖານ 919, ຄະນະຮັບຜິດຊອບລົງແກ້ໄຊປະກົດການຫຍໍ້ທໍ້, ພະແນກສຳມະໂນຄົວ ແລ ກໍ່ສ້າງຮາກຖານ ແລະ ປກສ ກຸ່ມເຂົ້າຮ່ວມ.

ໃນໂອກາດນີ້ ພັທ ບຸນທັນ ແກ້ວປັນຍາ ຮອງພະແນກຄຸ້ມອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ໄດ້ຂື້ນຜ່ານລາຍງານການຈັດຕັ້ງປະຕິບັດວຽກງານກໍ່ສ້າງຮາກຖານການເມືອງໃຫ້ຮູ້ວ່າ: ຜ່ານມາ ປກສ ເມືອງ ໄດ້ສຸມໃສ່ຈັດຕັ້ງ ປະຕິບັດ 14 ແຜນວຽກຂອງວຽກງານກໍ່ສ້າງຮາກຖານການເມືອງ ກໍ່ຄືການຜັນຂະຫຍາຍນະໂຍບາຍ 03 ຫຼຸດ 03 ເພີ່ມ 03 ຂະບວນການ ຕິດພັນກັບການຈັດສັນຄວາມເປັນລະບຽບຮຽບຮຽບຮ້ອຍໃນສັງຄົມ, ສຸມໃສ່ຈັດຕັ້ງປະຕິບັດວຽກຈຸດສຸມຂອງກອງບັນຊາການ, ຂອງພະແນກວິຊາສະເພາະ, ກໍ່ຄືວຽກ ຈຸດສຸມຂອງແຕ່ລະ ປກສ ກຸ່ມບ້ານ ວາງອອກໃນແຕ່ລະອາທິດ, ແຕ່ລະເດືອນ, ນອກນັ້ນໄດ້ເອົາໃຈໃສ່ເຮັດ ວຽກງານສະກັດກັ້ນໂດຍນຳພາກຳລັງ ປກສ ບ້ານ ອອກກວດກາລາດຕະເວນຕາມທາງຮ່ອມທາງຊອຍ, ຈຸດ ຫຼໍ່ແຫຼມ, ຈຸດສັບສົນທີ່ມີຄວາມສ່ຽງ ມັກເກີດອາຊະຍະກຳ ໂດຍສະເພາະແມ່ນກຸ່ມແກ້ງເຄື່ອນໄຫວລັກຊັບ ຂອງພົນລະເມືອງ, ຄ້າຂາຍ, ມົ້ວສຸມຢາເສບຕິດ ແລະ ໄດ້ເອົາໃຈໃສ່ກວດກາການພັກເຊົາຂອງພົນລະເມືອງ ຕາມຫ້ອງແຖວເຮືອນພັກຕ່າງໆ, ປກສ ກຸ່ມບ້ານ ໄດ້ສົມທົບກັບອົງການປົກຄອງບ້ານ ເຮັດບົດບັນທຶກສັນຍາຮັກສາຄວາມສະຫງົບ ກັບ ຄອບຄົວ, ຫົວໜ່ວຍທຸລະກິດ ແລະ ບັນດາຫ່າງຮ້ານຕ່າງໆ ໄດ້ທັງໝົດ: 1, 025 ສະບັບ, ເປັນຄອບຄົວ 363 ສະບັບ, ຫ້າງຮ້ານບໍລິສັດ 159 ສະບັບ, ຫ້ອງແຖວ 126 ສະບັບ, ເຮືອນເຊົ່າ 99 ສະບັບ, ອາພາດ ເມັ້ນ 15 ສະບັບ ແລະ ໂຮງແຮມ 1 ສະບັບ, ທົ່ວເມືອງສີສັດຕະນາກມີ 37 ບ້ານ, ມີ 15,415 ຫຼັງຄາເຮືອນ, ມີ 11,971 ຄອບຄົວ, ມີພົນລະເມືອງທັງ ໝົດ 62,227ຄົນດ ຍີງ32,392 ຄົນ, ໄດ້ຈົດທະບຽນສຳມະໂນຄົວແລ້ວ 11,925 ຄອບຄົວ, ມີພົນລະເມືອງ 61,835ຄົນ, ຍີງ 32,226 ຄົນ, ພ້ອມນີ້ຍັງໄດ້ຮັບຟັງການປະກອບຄຳເຫັນຂອງບັນດາ ພະແນກວິຊາສະເພາະ, ປກສ ກຸ່ມ ກ່ຽວກັບການຈັດຕັ້ງປຕິບັດວຽກງານວິຊາສະເພາະ, ວຽກງານການເມືອງແນວຄິດ ແລະ ຂໍ້ສະດວກ, ຂໍ້ຫຍູ້ງຍາກ ແລກປ່ຽນບົດຮຽນ ຢ່າງກົງໄປກົງມາໃຫ້ມີເນື້ອໃນຊັດເຈນ.

ໃນຕອນທ້າຍ ພັອ ສີບຸນເຮືອງ ໄຊຍະເພັດຍັງໄດ້ເນັ້ນໜັກໃຫ້ຜູ້ເຂົ້າຮ່ວມກອງປະຊຸມໃນຄັ້ງນີ້ເອົາໃສ່ລົງຕິດຕາມ ກວດກາ ຊີ້ນຳ ຊຸກຍູ້ ການຈັດຕັ້ງປະຕິບັດໜ້າທີ່ວຽກງານ ແກ້ໄຂປະກົດການຫຍໍ້ທໍ້ທົ່ວເມືອງບາງວຽກງານຈຸດສຸມໃຫ້ດໍາເນີນໄປຢ່າງຖືກທິດ ແລະ ມີປະສິດທິຜົນ, ຊອກໃຫ້ເຫັນບັດຫາທີ່ຍັງຄົງຄ້າງ, ແນ່ໃສ່ເພື່ອເປັນເອກະພາບໃນ ການຈັດຕັ້ງປະຕິບັດວຽກງານໃຫ້ຖືກຕ້ອງ ແລະ ສຳເລັດຕາມແຜນການທີ່ວາງໄວ້, ເພື່ອຮັບປະກັນໃນການຈັດງານວັນສໍາຄັນ ຕ່າງໆ ຂອງພັກຂອງຊາດໃຫ້ມີຄວາມສະຫງົບປອດໄພ.