ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ຮັບປະກັນ ຄວາມຖືກຕ້ອງ-ວ່ອງໄວ ໂປ່ງໃສ ໃສ່ໃຈ ພັດທະນາບຸກຄະລາກອນ-ການຈັດຕັ້ງ ໃຫ້ເຂັ້ມແຂງ, ມີປະສິດທິພາບ

ຫົວໜ້າກອງກໍ່ສ້າງຮາກຖານຖານ 917 ລົງເຄື່ອນໄຫວຢ້ຽມຢາມ ພະນັກງານຮາກຖານ ປະຈໍາບ້ານ ບ້ານຫ້ວຍກະຊະ ເມືອງຫີນບູນ ແຂວງ ຄໍາມ່ວນ

 

Photoໃນວັນທີ 08 ພຶດສະພາ 2026 ທ່ານ ພັທ ສີສຸພັນ ແສງວົງໄຊ ຫົວໜ້າກອງກໍ່ສ້າງຮາກຖານ 917 ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວຢ້ຽມຢາມ ແລະ ລົງຊຸກຍູ້ວຽກງານຢູ່ ຫ້ອງການບ້ານ ຫ້ວຍກະຊະ ເມືອງຫີນບູນ ແຂວງ ຄຳມ່ວນ ໃຫ້ການຕ້ອນຮັບໂດຍ ອໍານາດການປົກຄອງບ້ານ, ພະນັກງານຮາກຖານ 917 ປະຈໍາບ້ານ, ປກສ ກຸ່ມ ແລະ ປກສ ບ້ານ 

 

Photoທ່ານ ບຸນໂຮມ ແກ້ວມະນີ ນາຍບ້ານ ຫ້ວຍກະຊະ ໄດ້ລາຍງານສະພາບພາຍໃນບ້ານໂດຍຫຍໍ້ໃຫ້ຮູ້ວ່າ: ບ້ານຫ້ວຍກະຊະ ຕັ້ງຢູ່ ຕາແສງ ປຸ່ງເໜືອ ເມືອງ ຫີນບູນ ແຂວງ ຄໍາມ່ວນ ມີ 65 ຫຼັງຄາເຮືອນ,ມີ 71 ຄອບຄົວ ມີພົນລະເມືອງທັງໝົດ 311 ຄົນ ຍິງ  154 ຄົນ ອາຍຸ 15 ປີ ຂຶ້ນໄປມີ 232 ຄົນ ຍິງ 119 ຄົນ  ໄດ້ຂຶ້ນສໍາມະໂນຄົວແລ້ວ  71 ຄອບຄົວ ແລະ ມີພະນັກງານຮາກຖານ 917 ປະຈໍາການຢູ່ບ້ານ.

ໃນໂອກາດນີ້ ທ່ານ ພັທ ສີສຸພັນ ແສງວົງໄຊ ໄດ້ເນັ້ນໜັກໃຫ້ ພະນັກງານຮາກຖານທີ່ຖືກແຕ່ງຕັ້ງລົງມາປະຈໍາການຢູ່ບ້ານ ຈົ່ງພ້ອມກັນຍົກສູງຄວາມຮັບຜິດຊອບໜ້າທີ່ການເມືອງຂອງຕົນ, ເອົາໃຈໃສ່ປະຕິບັດວຽກງານຕາມ 4 ເນື້ອໃນ 4 ຄາດໝາຍ, ເພີ່ມທະວີຄວາມສາມັກຄີເປັນເອກະພາບໃນໝູ່ຄະນະ, ວຽກງານປະສານສົມທົບກັບ ປກສ ກຸ່ມ ແລະ ການຈັດຕັ້ງບ້ານ ປ້ອງກັນເວນຍາມ, ຂື້ນບັນຊີເປົ້າໝາຍ, ມີແບບແຜນວິທີເຮັດວຽກທີ່ທັນສະໄໝ, ແກ້ໄຂປະກົດການຫຍໍ້ທໍ້ຕ່າງໆ, ຮັກສາໄດ້ໃຫ້ບ້ານມີຄວາມສະຫງົບ ແລະ ສືບຕໍ່ປະຕິບັດໜ້າທີ່ວິຊາສະເພາະຂອງຕົນທີ່ໄດ້ຮັບມອບໝາຍຈາກຂັ້ນເທິງໃຫ້ມີຜົນສຳເລັດ.