ສະຫະພັນແມ່ຍິງກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ຈັດກອງປະຊຸມສະຫຼຸບການເຄື່ອນໄຫວວຽກງານສະຫະພັນແມ່ຍິງປະ ຈຳ 06 ເດືອນຕົ້ນປີ ແລະ ວາງທິດທາງແຜນການ 06 ເດືອນທ້າຍປີ 2026 ພ້ອມທັງສະຫຼຸບການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 3 ດີ ໄລຍະ 5 ປີ
ໃນວັນທີ 14 ກໍລະກົດ 2026 ສະຫະພັນແມ່ຍິງ ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ (ກົມ 509) ກະຊວງປ້ອງກັນຄວາມສະຫງົບ (ປກສ) ໄດ້ຈັດກອງປະຊຸມຜ່ານບົດສະຫຼຸບການເຄື່ອນໄຫວວຽກງານສະຫະພັນແມ່ຍິງ ປະຈຳ 06 ເດືອນຕົ້ນປີ ແລະ ວາງທິດທາງແຜນການ 06 ເດືອນທ້າຍປີ 2026 ພ້ອມທັງສະຫຼຸບການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 3 ດີ (ໄລຍະ 5 ປີ) ຂຶ້ນຢ່າງເປັນທາງການ. 
ກອງປະຊຸມຄັ້ງນີ້ ໃຫ້ກຽດເຂົ້າຮ່ວມເປັນປະທານໂດຍ ທ່ານ ພົຈວ ແກ່ນຈັນ ພົມມະຈັກ ຄະນະພັກກະຊວງ, ເລຂາຄະນະພັກກົມ, ຫົວໜ້າກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ. ໂດຍການເປັນເຈົ້າພາບຮ່ວມຂອງ ທ່ານ ພັອ ນາງ ເຂັມຄຳ ໄຊຍະເພັດ ຄະນະສະຫະພັນແມ່ຍິງກະຊວງ ປກສ, ປະທານສະຫະພັນແມ່ຍິງກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ. ໂດຍມີຄະນະພັກກົມ, ຄະນະບັນຊາກົມ, ຕ່າງໜ້າອົງການຈັດຕັ້ງຊາວໜຸ່ມ, ແຂກຖືກເຊີນ ພ້ອມດ້ວຍສະມາຊິກສະຫະພັນແມ່ຍິງອ້ອມຂ້າງກົມເຂົ້າຮ່ວມຢ່າງພ້ອມພຽງ.

ໃນກອງປະຊຸມ ທ່ານ ພັທ ນາງ ມະໄລທອງ ພັນທະວົງໄດ້ຂຶ້ນຜ່ານບົດສະຫຼຸບການເຄື່ອນໄຫວວຽກງານ 06 ເດືອນຕົ້ນປີ ແລະ ວາງທິດທາງແຜນການ 06 ເດືອນທ້າຍປີ 2026. ຜ່ານການຈັດຕັ້ງປະຕິບັດໄລຍະຜ່ານມາ, ຄະນະສະຫະພັນແມ່ຍິງກົມ 509 ເຊິ່ງປະກອບມີ 1 ຮາກຖານ ແລະ 9 ໜ່ວຍຂຶ້ນກັບ (ສະມາຊິກທັງໝົດ 129 ສະຫາຍ) ໄດ້ຕັ້ງໜ້າເຄື່ອນໄຫວວຽກງານຢ່າງຕັ້ງໜ້າ ແລະ ຍາດໄດ້ຜົນງານອັນພົ້ນເດັ່ນໃນຫຼາຍດ້ານ.
ໂດຍສະເພາະແມ່ນ ການປຸກລະດົມເອື້ອຍນ້ອງແມ່ຍິງເຂົ້າຮ່ວມປະຕິບັດໜ້າທີ່ວິຊາສະເພາະ ທີ່ຕິດພັນກັບການຫັນເປັນທັນສະໄໝ ແລະ ວຽກງານຄຸ້ມຄອງພົນລະເມືອງ ເຊິ່ງສາມາດສ້າງຜົນງານຕົວຈິງໄດ້ຢ່າງຫຼວງຫຼາຍ ເປັນຕົ້ນແມ່ນ:
- ການບໍລິການອອກໜັງສືຢັ້ງຢືນຂໍ້ມູນສຳມະໂນຄົວໃຫ້ຄອບຄົວການນຳ 7 ຄອບຄົວ ແລະ ລົງເຮັດບັດປະຈຳຕົວໃຫ້ຄອບຄົວການນຳໄດ້ 43 ຄົນ.
- ວຽກງານການຈົດທະບຽນສຳມະໂນຄົວ ແລະ ພິມບັດປະຈຳຕົວຄົນຕ່າງດ້າວ: ສາມາດຈົດທະບຽນສຳມະໂນຄົວຄົນຕ່າງດ້າວໄດ້ 197 ຄອບຄົວ (418 ຄົນ, ຍິງ 183 ຄົນ) ແລະ ພິມບັດປະຈຳຕົວຄົນຕ່າງດ້າວໄດ້ 500 ບັດ (ຍິງ 180 ບັດ).
- ວຽກງານບັດປະຈຳຕົວດີຈີຕ໋ອນ ແລະ ຄຸ້ມຄອງພົນລະເມືອງ: ໄດ້ຈັດຕັ້ງພິມບັດປະຈຳຕົວລາວ (Smart Card) ໄດ້ທັງໝົດ 229,091 ບັດ ແລະ ເປີດຈ່າຍບັດໃຫ້ແກ່ປະຊາຊົນໄດ້ເຖິງ 186,456 ບັດ.
- ຮັບ ແລະ ກວດກາເອກະສານຂໍຜະລິດຕາປະທັບ 2,776 ສະບັບ, ຂຶ້ນທະບຽນຕາປະທັບ 3,199 ສະບັບ, ອອກແບບ ແລະ ຜະລິດຕາປະທັບໄດ້ 3,082 ສະບັບ.
- ປະກອບສ່ວນວຽກງານສື່ມວນຊົນ ໂດຍຂຽນຂ່າວໄດ້ 69 ບົດ, ສົ່ງຂ່າວໃຫ້ໂທລະພາບ 33 ຄັ້ງ ແລະ ສົ່ງຂ່າວໃຫ້ໜັງສືພິມ 61 ຄັ້ງ.
ໃນກອງປະຊຸມກໍໄດ້ຜ່ານຂໍ້ຕົກລົງຂອງສູນກາງສະຫະພັນແມ່ຍິງລາວ ວ່າດ້ວຍການມອບໃບຍ້ອງຍໍ-ໃບຊົມເຊີຍໃຫ້ບຸກຄົນ,ສະຫະພັນແມ່ຍິງຮາກຖານ ແລະ ໜ່ວຍສະຫະພັນແມ່ຍິງ3 ດີ ໃນການປະຕິບັດຂໍ້ແຂ່ງຂັນ 3 ດີ ໃນໄລຍະ 05 ປີ ( 2021-2025).
ໃນນີ້, ໄດ້ມອບໃບຍ້ອງຍໍບຸກ ຄົນ 3 ດີ ປະເພດ l ຈຳນວນ 85 ສະຫາຍ, ໃບຊົມເຊີຍ ໃຫ້ບຸກຄົນ 3 ດີ ປະ ເພດ ll ຈຳນວນ 01 ສະຫາຍ ແລະ ມອບໃບຍ້ອງຍໍ ໜ່ວຍແມ່ຍິງ 03 ດີ ປະເພດ I ຈຳນວນ 08 ໜ່ວຍໃຫ້ກຽດມອບໂດຍ ່ທນ ພົຈວ ແກ່ນຈັນ ພົມມະຈັກ ຫົວໜ້າກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ.
ຈາກນັ້ນ, ທ່ານ ພັທ ນາງ ມາລາວັນ ຈັນທະນະສິນ ໄດ້ຂຶ້ນຜ່ານເນື້ອໃນຄຳຂວັນ ແລະ ຂໍ້ແຂ່ງຂັນ 3 ດີ ຂອງສະຫະພັນແມ່ຍິງລາວ (ໄລຍະປີ 2026 - 2030). ພາຍໃຕ້ຄຳຂວັນ “ການພັດທະນາຄວາມສະເໝີພາບຍິງ-ຊາຍ ຕິດພັນກັບການພັດທະນາປະເທດຊາດ” ແລະ ເນື້ອໃນຂໍ້ແຂ່ງຂັນ 3 ດີ ຄື: ພົນລະເມືອງດີ, ພັດທະນາດີ ແລະ ສ້າງຄອບຄົວດີ. ຜ່ານການປະເມີນຈັດຕັ້ງປະຕິບັດຕົວຈິງ, ສະຫະພັນແມ່ຍິງກົມ 509 ສາມາດຄັດເລືອກບຸກຄົນ 3 ດີ ປະເພດ I ໄດ້ເຖິງ 128 ສະຫາຍ ແລະ ປະເພດ II ຈຳນວນ 1 ສະຫາຍ, ສ່ວນໜ່ວຍສະຫະພັນແມ່ຍິງທັງ 9 ໜ່ວຍ ແລະ ສະຫະພັນແມ່ຍິງຮາກຖານ ແມ່ນໄດ້ຮັບນາມມະຍົດເປັນໜ່ວຍ 3 ດີ ປະເພດ I.



ໃນຕອນທ້າຍ, ທ່ານ ພົຈວ ແກ່ນຈັນ ພົມມະຈັກ ໄດ້ກ່າວສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ສະຫະພັນແມ່ຍິງກົມຍາດມາໄດ້ ແລະ ໄດ້ເນັ້ນໜັກໃຫ້ເອື້ອຍນ້ອງສະມາຊິກແມ່ຍິງທຸກສະຫາຍ ສືບຕໍ່ຍົກສູງຄວາມຮັບຜິດຊອບໃນການປະຕິບັດໜ້າທີ່ວິຊາສະເພາະ, ໂດຍສະເພາະແມ່ນການຍົກລະດັບວຽກງານຄຸ້ມຄອງພົນລະເມືອງ, ການຂຶ້ນສຳມະໂນຄົວ ແລະ ການຫັນເປັນລະບົບດີຈີຕ໋ອນ ໃຫ້ມີຄວາມວ່ອງໄວ, ຖືກຕ້ອງ ແລະ ທັນສະໄໝ ເພື່ອປະກອບສ່ວນເຂົ້າໃນການປົກປັກຮັກສາ ແລະ ພັດທະນາປະເທດຊາດຢ່າງແຂງແຮງ. 