ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ຮັບປະກັນ ຄວາມຖືກຕ້ອງ-ວ່ອງໄວ ໂປ່ງໃສ ໃສ່ໃຈ ພັດທະນາບຸກຄະລາກອນ-ການຈັດຕັ້ງ ໃຫ້ເຂັ້ມແຂງ, ມີປະສິດທິພາບ

ສະຫະພັນແມ່ຍິງ ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ຈັດພິທີປາຖະກະຖາວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 71 ປີ ແລະ ເຜີຍແຜ່ກົດໝາຍສະຫະພັນແມ່ຍິງລາວ ສະບັບປັບປຸງ

Photoໃນວັນທີ 14 ກໍລະກົດ 2026 ນີ້, ສະຫະພັນແມ່ຍິງ ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ກະຊວງປ້ອງກັນຄວາມສະຫງົບ ໄດ້ຈັດພິທີປາຖະກະຖາສະເຫຼີມສະຫຼອງວັນສ້າງຕັ້ງ ສະຫະພັນແມ່ຍິງລາວ ຄົບຮອບ 71 ປີ (20 ກໍລະກົດ 1955 - 20 ກໍລະກົດ 2026) ພ້ອມທັງຈັດກອງປະຊຸມເຜີຍແຜ່ກົດໝາຍສະຫະພັນແມ່ຍິງລາວ ສະບັບປັບປຸງ ຂຶ້ນຢ່າງສົມກຽດ.

        ກອງປະຊຸມຄັ້ງນີ້ ໃຫ້ກຽດເຂົ້າຮ່ວມເປັນປະທານ ແລະ ເປັນຜູ້ເຜີຍແຜ່ເອກະສານໂດຍ ທ່ານ ພົຈວ ແກ່ນຈັນ ພົມມະຈັກ ຄະນະພັກກະຊວງ, ເລຂາຄະນະພັກກົມ, ຫົວໜ້າກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ, ມີ ທ່ານ ພັອ ນາງ ເຂັມຄຳ ໄຊຍະເພັດ ຄະນະສະຫະພັນແມ່ຍິງ ກະຊວງ ປກສ, ປະທານສະຫະພັນແມ່ຍິງກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ. ນອກຈາກນີ້, ຍັງມີຄະນະພັກກົມ, ຄະນະບັນຊາກົມ, ຕ່າງໜ້າອົງການຈັດຕັ້ງຊາວໜຸ່ມ, ແຂກຖືກເຊີນ ພ້ອມດ້ວຍເອື້ອຍນ້ອງສະມາຊິກສະຫະພັນແມ່ຍິງອ້ອມຂ້າງກົມເຂົ້າຮ່ວມຢ່າງພ້ອມພຽງ.Photo

ໃນພິທີ, ທ່ານ ພົຈວ ແກ່ນຈັນ ພົມມະຈັກ ໄດ້ໃຫ້ກຽດປາຖະກະຖາ ເພື່ອຫວນຄືນມູນເຊື້ອແຫ່ງການເຕີບໃຫຍ່ຂະຫຍາຍຕົວ ແລະ ຜົນງານການເຄື່ອນໄຫວອັນພົ້ນເດັ່ນຂອງສະຫະພັນແມ່ຍິງລາວ ຕະຫຼອດໄລຍະ 71 ປີຜ່ານມາ, ເຊິ່ງໄດ້ຍົກໃຫ້ເຫັນເຖິງບົດບາດ, ຄຸນງາມຄວາມດີ ແລະ ຄວາມເສຍສະຫຼະອັນໃຫຍ່ຫຼວງຂອງແມ່ຍິງລາວ ບົນເສັ້ນທາງປະຕິວັດ ກໍຄືໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ເຊິ່ງມີບາງເນື້ອໃນທີ່ພົ້ນເດັ່ນດັ່ງນີ້:PhotoPhoto

  • ມູນເຊື້ອແຫ່ງການຕໍ່ສູ້ກູ້ຊາດ: ຫວນຄືນໄປຮອດວັນທີ 20 ກໍລະກົດ 1955, ພາຍໃຕ້ການນຳພາຂອງພັກ, ອົງການຈັດຕັ້ງແມ່ຍິງລາວ (ໃນນາມໜ່ວຍແມ່ຍິງຮັກຊາດໃນເວລານັ້ນ) ໄດ້ຖືກສ້າງຕັ້ງຂຶ້ນທາມກາງແປວໄຟສົງຄາມ ແມ່ຍິງລາວບັນດາເຜົ່າໄດ້ຈັບອາວຸດ, ເປັນກຳລັງໜູນສົ່ງສະບຽງອາຫານ, ເບິ່ງແຍງຜູ້ບາດເຈັບ ແລະ ເປັນຄັງສະເບີງທີ່ໜັກແໜ້ນ ປະກອບສ່ວນຢ່າງສະຫງ່າຜ່າເຜີໃນການປົດປ່ອຍປະເທດຊາດ.
  • ການເຕີບໃຫຍ່ໃນພາລະກິດປົກປັກຮັກສາ ແລະ ພັດທະນາ: ຈາກອົງການຈັດຕັ້ງໃຕ້ດິນໃນອະດີດ, ປັດຈຸບັນສະຫະພັນແມ່ຍິງລາວ ໄດ້ເຕີບໃຫຍ່ຂະຫຍາຍຕົວຢ່າງແຂງແຮງ, ມີລະບົບກົງຈັກການຈັດຕັ້ງແຕ່ສູນກາງຮອດຮາກຖານ, ມີບົດບາດສູງໃນເວທີສາກົນ ແລະ ເປັນເສນາທິການທີ່ຍອດຢ້ຽມໃຫ້ແກ່ພັກ-ລັດ ໃນການຮັກສາສະຖຽນລະພາບ ແລະ ຄວາມສະຫງົບຮຽບຮ້ອຍຂອງສັງຄົມ.
  • ຜົນງານການເຄື່ອນໄຫວອັນພົ້ນເດັ່ນ: ແມ່ຍິງລາວໃນຍຸກໃໝ່ ໂດຍສະເພາະເອື້ອຍນ້ອງໃນກຳລັງປ້ອງກັນຄວາມສະຫງົບ ໄດ້ຫັນປ່ຽນບົດບາດມາເປັນຜູ້ນຳພາ ແລະ ຜູ້ປະຕິບັດໜ້າທີ່ວິຊາສະເພາະຢ່າງຫ້າວຫັນ, ສາມາດສ້າງຄອບຄົວ ແລະ ບຸກຄົນ 3 ດີ (ພົນລະເມືອງດີ, ພັດທະນາດີ, ສ້າງຄອບຄົວດີ) ໄດ້ຢ່າງກວ້າງຂວາງ, ພ້ອມທັງກ້າວຂຶ້ນມາເປັນນັກບໍລິຫານ, ນັກວິທະຍາສາດ ແລະ ຜູ້ຊ່ຽວຊານດ້ານເຕັກໂນໂລຊີທີ່ທັນສະໄໝ ປະກອບສ່ວນເຂົ້າໃນການຫັນເປັນດີຈີຕ໋ອນຂອງຊາດຢ່າງເຕັມພາກພູມ. Photo

ພ້ອມດຽວກັນນັ້ນ, ທ່ານປະທານຍັງໄດ້ເນັ້ນໜັກ ແລະ ເຜີຍແຜ່ເນື້ອໃນສຳຄັນຂອງກົດໝາຍສະຫະພັນແມ່ຍິງລາວ ສະບັບປັບປຸງ ເພື່ອເປັນບ່ອນອີງທາງດ້ານນິຕິກຳ ແລະ ເສີມຂະຫຍາຍຄວາມຮູ້-ຄວາມເຂົ້າໃຈ ໃຫ້ແກ່ສະມາຊິກແມ່ຍິງ ໄດ້ຮັບຮູ້ເຖິງສິດ, ພັນທະ, ພາລະບົດບາດ ແລະ ນະໂຍບາຍຕ່າງໆ ທີ່ພົວພັນເຖິງຄວາມສະເໝີພາບຍິງ-ຊາຍ ແລະ ການປົກປ້ອງສິດຜົນປະໂຫຍດອັນຊອບທຳຂອງແມ່ຍິງ ແລະ ເດັກນ້ອຍ.

ໂອກາດອັນສະຫງ່າລາສີນີ, ທ່ານປະທານກໍໄດ້ມີຄຳເຫັນໂອ້ລົມ ແລະ ຮຽກຮ້ອງໃຫ້ຄະນະສະຫະພັນແມ່ຍິງ ກໍຄືເອື້ອຍນ້ອງສະມາຊິກແມ່ຍິງກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານທຸກສະຫາຍ ຈົ່ງພ້ອມກັນເຊີດຊູມູນເຊື້ອອັນດີງາມຂອງແມ່ຍິງລາວ, ຕັ້ງໜ້າຝຶກຝົນຫຼໍ່ຫຼອມຕົນເອງໃຫ້ກາຍເປັນພົນລະເມືອງດີ, ເປັນເຈົ້າການໃນການພັດທະນາຕົນເອງ ແລະ ກົມກອງ, ເພື່ອຮ່ວມກັນຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 3 ດີ ໃຫ້ປະກົດຜົນເປັນຈິງ ຕິດພັນກັບການຍົກສູງຄຸນນະພາບການປະຕິບັດໜ້າທີ່ວິຊາສະເພາະໃຫ້ມີຄວາມທັນສະໄໝ ແລະ ເຂັ້ມແຂງຂຶ້ນເລື້ອຍໆ.PhotoPhotoPhoto