ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ຮັບປະກັນ ຄວາມຖືກຕ້ອງ-ວ່ອງໄວ ໂປ່ງໃສ ໃສ່ໃຈ ພັດທະນາບຸກຄະລາກອນ-ການຈັດຕັ້ງ ໃຫ້ເຂັ້ມແຂງ, ມີປະສິດທິພາບ

ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ຈັດກອງປະຊຸມເຜີຍແຜ່ເອກະສານສຳຄັນ ກ່ຽວກັບການເກັບກູ້ອາວຸດປືນ ແລະ ວັດຖຸລະເບີດ

Photoໃນວັນທີ 22 ກໍລະກົດ 2026, ຢູ່ທີ່ ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ກະຊວງປ້ອງກັນຄວາມສະຫງົບ ໄດ້ຈັດກອງປະຊຸມເຜີຍແຜ່ຄຳສັ່ງ ເລກທີ 31/ຄ.ປກຊ-ປກສ, ຄຳສັ່ງວ່າດ້ວຍການຈັດຕັ້ງຜັນຂະຫຍາຍຄຳສັ່ງນາຍົກລັດຖະມົນຕີ ວ່າດ້ວຍການເກັບກູ້ອາວຸດປືນ ແລະ ວັດຖຸລະເບີດ ສະບັບເລກທີ 16/ປກສ ແລະ ແຈ້ງການ ເລກທີ 311/ປກສ; ໂດຍການເປັນປະທານຂອງ ທ່ານ ພົຈວ ແກ່ນຈັນ ພົມມະຈັກ ຫົວໜ້າກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ, ມີຄະນະກົມ, ຮອງກົມ, ພະແນກການທີ່ກ່ຽວຂ້ອງ ອ້ອມຂ້າງກົມ ເຂົ້າຮ່ວມຢ່າງພ້ອມພຽງ. 

Photoໃນກອງປະຊຸມ, ທ່ານ ພັນເອກ ສົມສະນິດ ຈັນທະວົງ ຮອງເລຂາຄະນະພັກ, ຮອງຫົວໜ້າກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ໄດ້ຜ່ານບັນດາເອກະສານສຳຄັນ ເປັນຕົ້ນແມ່ນ: 

  • ຄຳສັ່ງ ສະບັບເລກທີ 31/ຄ.ປກຊ-ປກສ, ລົງວັນທີ 24 ມິຖຸນາ 2026 ວ່າດ້ວຍການຈັດຕັ້ງປະຕິບັດການເກັບກູ້ອາວຸດປືນ ແລະ ວັດຖຸລະເບີດ ໃນຂອບເຂດທົ່ວປະເທດ. 
  • ຄຳສັ່ງ ສະບັບເລກທີ 16/ປກສ, ລົງວັນທີ 16 ກໍລະກົດ 2026 ວ່າດ້ວຍການຈັດຕັ້ງຜັນຂະຫຍາຍຄຳສັ່ງນາຍົກລັດຖະມົນຕີ ວ່າດ້ວຍການເກັບກູ້ອາວຸດປືນ ແລະ ວັດຖຸລະເບີດ. 
  • ແຈ້ງການ ສະບັບເລກທີ 311/ປກສ, ລົງວັນທີ 16 ກໍລະກົດ 2026 ກ່ຽວກັບການຈັດຕັ້ງປະຕິບັດຄຳສັ່ງຂອງນາຍົກລັດຖະມົນຕີ ວ່າດ້ວຍການຄຸ້ມຄອງອາວຸດປືນ ແລະ ວັດຖຸລະເບີດ. 

ໂດຍສະເພາະແມ່ນໄດ້ເນັ້ນໜັກໃຫ້ ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ເປັນເຈົ້າການປະສານສົມທົບກັບບັນດາກະຊວງ, ອົງການ, ແລະ ທ້ອງຖິ່ນ ເກັບກຳ, ຂຶ້ນບັນຊີ, ຮີບໂຮມ, ກວດກາເຕັກນິກ ແລະ ຄຸ້ມຄອງອາວຸດປືນທຸກຊະນິດທີ່ໄດ້ປະກອບໃຫ້ບຸກຄົນ, ນິຕິບຸກຄົນ, ພົນລະເມືອງລາວ ແລະ ຄົນຕ່າງປະເທດໃນໄລຍະຜ່ານມາ; ໂຈະ ແລະ ຢຸດເຊົາ ການປະກອບ ແລະ ອອກອະນຸຍາດບັດປິ່ນອາວຸດປືນໃຫ້ທຸກເປົ້າໝາຍທີ່ບໍ່ຖືກຕ້ອງຕາມກົດໝາຍ ແລະ ຢຸດໂຈະຊົ່ວຄາວການອອກບັດປິ່ນ ຈົນກວ່າຈະມີການປັບປຸງລະບົບກົນໄກການຄຸ້ມຄອງຄືນໃໝ່; ໃຫ້ສະຫະພັນກິລາຍິງປືນແຫ່ງຊາດລາວ ແລະ ສະໜາມຝຶກຊ້ອມ ໂຈະການອອກບັດປືນ ແລະ ຫ້າມບໍ່ໃຫ້ນັກກິລາເອົາປືນກິລາອອກນອກສະໜາມຢ່າງເດັດຂາດ; ຫ້າມນາຍ ແລະ ພົນຕຳຫຼວດ ສ້າງເງື່ອນໄຂ, ມີສ່ວນຮ່ວມ ຫຼື ຊື້-ຂາຍ, ຄອບຄອງ, ນຳໃຊ້ອາວຸດເຖື່ອນ ຫຼື ລັກລອບເອົາອາວຸດຂອງກົມກອງໄປໃຫ້ບຸກຄົນອື່ນ; ນາຍຕຳຫຼວດທີ່ໄດ້ຮັບອຸດໜູນບຳນານ, ຍົກຍ້າຍ, ຖືກວິໄນ ຫຼື ເສຍຊີວິດ ຕ້ອງສົ່ງອາວຸດປືນຄືນໃຫ້ການຈັດຕັ້ງກົມກອງ; ຮຽກຮ້ອງໃຫ້ທຸກພາກສ່ວນ, ບຸກຄົນ, ນິຕິບຸກຄົນ ແລະ ປະຊາຊົນ ທີ່ຄອບຄອງອາວຸດປືນ ແລະ ວັດຖຸລະເບີດທີ່ບໍ່ຖືກຕ້ອງ ໃຫ້ນຳມາ ມອບ ແລະ ສົ່ງຄືນໃຫ້ເຈົ້າໜ້າທີ່ຕຳຫຼວດ ກອງບັນຊາການ ປກສ ເມືອງ/ນະຄອນ ທີ່ຕົນອາໄສຢູ່ ນັບແຕ່ວັນທີ 16 ກໍລະກົດ 2026 ຈົນເຖິງ ບໍ່ໃຫ້ກາຍວັນທີ 31 ຕຸລາ 2026; ຫາກກາຍກຳນົດເວລາດັ່ງກ່າວ ຫຼື ບໍ່ໃຫ້ການຮ່ວມມື, ເຈົ້າໜ້າທີ່ຈະນຳໃຊ້ມາດຕະການ ແລະ ດຳເນີນຄະດີຕາມກົດໝາຍຢ່າງເຂັ້ມງວດ (ທັງສະຖານເບົາ ຫຼື ໜັກ)

Photo

Photoການເຜີຍແຜ່ເອກະສານໃນຄັ້ງນີ້ ມີຈຸດປະສົງເພື່ອເຮັດໃຫ້ນາຍ ແລະ ພົນຕຳຫຼວດ, ຕະຫຼອດຮອດພະນັກງານ-ເຫຼົ່າວິຊາສະເພາະ ພາຍໃນກົມ ເຂົ້າໃຈຢ່າງເລິກເຊິ່ງ, ທົ່ວເຖິງ ກ່ຽວກັບມາດຕະການ, ລະບຽບການ, ແລະ ເປັນເຈົ້າການໃນການເກັບກຳ, ຂຶ້ນບັນຊີ, ເກັບກູ້ ແລະ ສະກັດກັ້ນການນຳໃຊ້ອາວຸດເສິກ, ອາວຸດປືນ ແລະ ວັດຖຸລະເບີດຢ່າງສະຊາຍໃນສັງຄົມ, ເພື່ອຮັບປະກັນຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍ ແລະ ຄວາມປອດໄພໃນທົ່ວສັງຄົມ. 

ຕອນທ້າຍຂອງກອງປະຊຸມ, ທ່ານ ພົຈວ ແກ່ນຈັນ ພົມມະຈັກ ໄດ້ມີຄຳເຫັນໂອ້ລົມ ແລະ ຊີ້ທິດທາງຮັກສາ ໂດຍໄດ້ເນັ້ນໜັກໃຫ້ຄະນະຮັບຜິດຊອບ, ພະແນກການທີ່ກ່ຽວຂ້ອງ ເພີ່ມທະວີຄວາມຮັບຜິດຊອບ, ປະສານສົມທົບກັບບັນດາພາກສ່ວນທີ່ກ່ຽວຂ້ອງ ໃນການຈັດຕັ້ງປະຕິບັດເນື້ອໃນຄຳສັ່ງ ແລະ ແຈ້ງການດັ່ງກ່າວ ໃຫ້ມີປະສິດທິພາບ, ປະສິດທິຜົນ ແລະ ປາກົດຜົນເປັນຮູບປະທຳ. Photo