ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ຈັດພິທີປິດຝຶກອົບຮົມຄູຝຶກວຽກງານໂຄສະນາຕ້ານການຄ້າມະນຸດ
ໃນວັນທີ 23 ກໍລະກົດ 2026, ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ກະຊວງປ້ອງກັນຄວາມສະຫງົບ ໄດ້ຈັດພິທີປິດການຝຶກອົບຮົມຄູຝຶກວຽກງານໂຄສະນາຕ້ານການຄ້າມະນຸດຂຶ້ນຢ່າງເປັນທາງການ. ໂດຍໃຫ້ກຽດເປັນປະທານຂອງ ທ່ານ ພົນຈັດຕະວາ ແກ່ນຈັນ ພົມມະຈັກ ຫົວໜ້າກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ. ເຂົ້າຮ່ວມພິທີມີ ຄະນະກົມ, ຄູ-ອາຈານ (ຄູຝຶກ/ວິທະຍາກອນ), ບັນດາພະແນກ, ສູນ, ອົງການຈັດຕັ້ງມະຫາຊົນ, ແຂກຖືກເຊີນ, ນັກສຳມະນາກອນ ແລະ ກອງກໍ່ສ້າງຮາກຖານ 11 ກອງ ເຂົ້າຮ່ວມ.
ໃນພິທີ, ທ່ານ ພັນເອກ ສີບຸນເຮືອງ ໄຊຍະເພັດ ຮອງຫົວໜ້າກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ໄດ້ຜ່ານບົດລາຍງານຜົນສຳເລັດຂອງການຝຶກອົບຮົມ ຊຸດຝຶກອົບຮົມດັ່ງກ່າວໄດ້ດຳເນີນເປັນເວລາ 3 ວັນ (ເລີ່ມຕັ້ງແຕ່ວັນທີ 21 ຫາ 23 ກໍລະກົດ 2026) ໂດຍມີນັກສຳມະນາກອນເຂົ້າຮ່ວມທັງໝົດ 26 ສະຫາຍ ຈາກບັນດາພະແນກ, ສູນ, ກອງກໍ່ສ້າງຮາກຖານ 11 ກອງ ແລະ ອົງການຈັດຕັ້ງມະຫາຊົນ; ພ້ອມທັງໄດ້ຮັບການຖ່າຍທອດຄວາມຮູ້ຈາກຄະນະວິທະຍາກອນ ກົມຕຳຫຼວດສະກັດກັ້ນ ແລະ ຕ້ານການຄ້າມະນຸດ ກົມໃຫຍ່ຕຳຫຼວດ ຈຳນວນ 8 ສະຫາຍ. .jpeg)
.jpeg)
ເນື້ອໃນທີ່ນຳມາຝຶກອົບຮົມໃນຄັ້ງນີ້ ປະກອບມີ:
- ການຮຽນຮູ້ສະພາບການຄ້າມະນຸດ, ສົນທິສັນຍາສາກົນ ແລະ ກົດໝາຍທີ່ກ່ຽວຂ້ອງ.
- ເຕັກນິກ ແລະ ວິທີການໂຄສະນາໃຫ້ແກ່ກຸ່ມສ່ຽງ, ພະນັກງານ-ລັດຖະກອນ, ພະນັກງານນຳພາ-ບັນຊາ ແລະ ການໂຄສະນາໃນໂອກາດວັນສຳຄັນຕ່າງໆ.
- ການຈັດຈຸຄົ້ນຄວ້າ, ສົນທະນາ ແລະ ແລກປ່ຽນກໍລະນີຕົວຢ່າງສົມມຸດ ເພື່ອສ້າງຄວາມຮັບຮູ້-ເຂົ້າໃຈໃນການໄຈ້ແຍກຄະດີຄ້າມະນຸດຢ່າງຖືກຕ້ອງ.
- ການແຈກຢາຍເອກະສານ, ຄູ່ມື, ຟາຍຄລິບວີດີໂອ, ປົດສະເຕີ້ ແລະ ແຜ່ນພັບ ເພື່ອນຳໃຊ້ເປັນຄູ່ມືໃນການຈັດຕັ້ງປະຕິບັດງານຕົວຈິງ.
ຜ່ານການຝຶກອົບຮົມ ໄດ້ຊ່ວຍໃຫ້ຍົກລະດັບຄວາມຮູ້ຄວາມສາມາດ ແລະ ທັກສະຂອງຄູຝຶກ ໃຫ້ມີຄວາມອາດສາມາດນຳເອົາບົດຮຽນ ແລະ ເອກະສານຕ່າງໆ ໄປຈັດຕັ້ງຜັນຂະຫຍາຍ, ເຄື່ອນໄຫວໂຄສະນາປູກຈິດສຳນຶກໃຫ້ແກ່ປະຊາຊົນບັນດາເຜົ່າຢູ່ຮາກຖານບ້ານ ແລະ ຈຸດຫຼໍ່ແຫຼມຕ່າງໆ ໃນຂອບເຂດ 11 ກອງກໍ່ສ້າງຮາກຖານ ໃຫ້ມີປະສິດທິຜົນສູງ.
ໃນໂອກາດອັນສະຫງ່າລາສີນີ້, ທ່ານ ພົນຈັດຕະວາ ແກ່ນຈັນ ພົມມະຈັກ ປະທານພິທີ ໄດ້ໃຫ້ກຽດໂອ້ລົມ ແລະ ເນັ້ນໜັກທິດທາງຊີ້ນຳຕໍ່ພິທີ ເຊິ່ງທ່ານໄດ້ສະແດງຄວາມຍໍ້ຍໍຊົມເຊີນຕໍ່ຜົນສຳເລັດຂອງຊຸດຝຶກອົບຮົມ, ພ້ອມທັງເນັ້ນໜັກໃຫ້ຄະນະຮັບຜິດຊອບ ພ້ອມດ້ວຍນັກສຳມະນາກອນ ເອົາໃຈໃສ່ 4 ວຽກງານສຳຄັນ ຄື:
- ນຳໃຊ້ຄວາມຮູ້ເຂົ້າໃນງານຕົວຈິງ: ໃຫ້ເອົາບົດຮຽນ, ທັກສະ ແລະ ເອກະສານທີ່ໄດ້ຮຽນຮູ້ ເອົາໄປກຳນົດເປັນແຜນການ ເພື່ອຈັດຕັ້ງຜັນຂະຫຍາຍ ແລະ ເຄື່ອນໄຫວໂຄສະນາປູກຈິດສຳນຶກຢູ່ 11 ກອງກໍ່ສ້າງຮາກຖານ ໃຫ້ມີປະສິດທິຜົນສູງ.
- ເພີ່ມທະວີການໂຄສະນາສຶກສາອົບຮົມ: ເຄື່ອນໄຫວໂຄສະນາເຕືອນສະຕິ ປະຊາຊົນ, ເດັກນ້ອຍ ແລະ ແມ່ຍິງ ໃຫ້ມີສະຕິລະວັງຕົວຕໍ່ກົນອຸບາຍ, ເລລ່ຽມ ຕົວະຍົວະຫຼອກລວງຂອງກຸ່ມຄົນບໍ່ດີ ເພື່ອສະກັດກັ້ນ ແລະ ຕ້ານການຄ້າມະນຸດ.
- ເພີ່ມທະວີການປະສານສົມທົບ: ສືບຕໍ່ປະສານສົມທົບກັບ ກົມສະກັດກັ້ນ ແລະ ຕ້ານການຄ້າມະນຸດ (ກົມໃຫຍ່ຕຳຫຼວດ) ເພື່ອສະໜອງເນື້ອໃນ, ປຶ້ມຄູ່ມື, ອຸປະກອນສື່ໂຄສະນາ ແລະ ເງື່ອນໄຂອື່ນໆ ໃຫ້ແກ່ການເຄື່ອນໄຫວວຽກງານ.
- ຕິດຕາມ ແລະ ສະຫຼຸບລາຍງານ: ເອົາໃຈໃສ່ຕິດຕາມ, ກວດກາ, ສັງລວມ ແລະ ສະຫຼຸບລາຍງານສະພາບການຈັດຕັ້ງປະຕິບັດວຽກງານໂຄສະນາ ໃຫ້ຄະນະກຳມະການຕ້ານການຄ້າມະນຸດລະດັບຊາດ ແລະ ຂັ້ນເທິງຢ່າງເປັນປົກກະຕິ.
.jpeg)
.jpeg)

