ມອບອາວຸດປືນ ໃຫ້ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ
ໃນເວລາ 10:30 ໂມງ ຂອງວັນທີ 04 ສິງຫາ 2026 ຢູ່ທີ່ຫ້ອງປະຊຸມຊັ້ນ III ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ໄດ້ມີພິທີເຊັນບົດບັນທຶກ ມອບ-ຮັບ ອາວຸດປືນເສິກ ລະຫວ່າງ ທ່ານ ໂບຢອນ ຄິມ (Boyoun KIM) ກັບ ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ, ກະຊວງປ້ອງກັນຄວາມສະຫງົບ.
ເຂົ້າຮ່ວມ ແລະ ເປັນປະທານໃນພິທີໂດຍ ພັອ ສົມສະນິດ ຈັນທະວົງ ຮອງກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ; ພັທ ໄຊພອນ ສຸພາທອງ ຫົວໜ້າກອງກໍ່ສ້າງຮາກຖານ 919, ມີຕາງໜ້າຈາກພະແນກການເມືອງ, ພະແນກອາຊີບ-ພາຫະນະພິເສດ ແລະ ພະແນກການທີ່ກ່ຽວຂ້ອງ ເຂົ້າຮ່ວມ.
ອາວຸດປືນທີ່ນຳມາມອບ-ຮັບ ໃນຄັ້ງນີ້ປະກອບມີ: ປືນສັ້ນ ຊະນິດ ກ໋ອກ19 (Glock 19) ເລກປືນ KXW912 ຈຳນວນ 1 ກະບອກ,
ບັ້ງລູກປືນ ຈຳນວນ 2 ບັ້ງ,
ລູກປືນ ຈຳນວນ 13 ລູກ ເຊິ່ງແມ່ນຂອງ ທ່ານ ໂບຢອນຄີມ (Boyoun KIM) ນັກທຸລະກິດ ສັນຊາດ ເກົາຫຼີໃຕ້, ປັດຈຸບັນຢູ່ບ້ານ ວຽງຈະເລີນ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ.
ການມອບ-ຮັບ ອາວຸດປືນດັ່ງກ່າວ ແມ່ນປະຕິບັດຕາມ ກົດໝາຍວ່າດ້ວຍການຄຸ້ມຄອງອາວຸດ ແລະ ວັດຖຸລະເບີດ ສະບັບເລກທີ 14/ສພຊ (ລົງວັນທີ 07 ສິງຫາ 2022), ຄຳສັ່ງຂອງນາຍົກລັດຖະມົນຕີ ສະບັບເລກທີ 11/ນຍ (ລົງວັນທີ 07 ສິງຫາ 2024) ວ່າດ້ວຍການເກັບກູ້ອາວຸດປືນ ແລະ ວັດຖຸລະເບີດ, ແລະ ຂໍ້ຕົກລົງຂອງລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ສະບັບເລກທີ 2189/ປກສ (ລົງວັນທີ 21 ກໍລະກົດ 2026).
ອາວຸດປືນດັ່ງກ່າວ ຈະໄດ້ຖືກນຳສົ່ງມອບຕໍ່ໃຫ້ແກ່ ສາງອາວຸດຍຸດໂທ ກົມໃຫຍ່ພະລາທິການ ກະຊວງປ້ອງກັນຄວາມສະຫງົບ ເພື່ອຄຸ້ມຄອງຕາມລະບຽບກົດໝາຍ.