ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ຮັບປະກັນ ຄວາມຖືກຕ້ອງ-ວ່ອງໄວ ໂປ່ງໃສ ໃສ່ໃຈ ພັດທະນາບຸກຄະລາກອນ-ການຈັດຕັ້ງ ໃຫ້ເຂັ້ມແຂງ, ມີປະສິດທິພາບ

ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ຈັດພິທີສະເຫຼີມສະຫຼອງວັນສ້າງຕັ້ງ ຄົບຮອບ 48 ປີ ພ້ອມຮັບຟັງປະວັດມູນເຊື້ອວັນສ້າງຕັ້ງກົມ

ໃນວັນທີ 7 ສິງຫາ 2026, ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ກະຊວງປ້ອງກັນຄວາມສະຫງົບ ໄດ້ຈັດພິທີສະເຫຼີມສະຫຼອງວັນສ້າງຕັ້ງກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ຄົບຮອບ 48 ປີ (8 ສິງຫາ 1978 – 8 ສິງຫາ 2026) ພ້ອມທັງຮັບຟັງການເລົ່າຄືນປະວັດມູນເຊື້ອ, ໂດຍການເປັນປະທານ ແລະ ປາຖະກະຖາຂອງ ທ່ານ ພົນຈັດຕະວາ ແກ່ນຈັນ ພົມມະຈັກ ຄະນະພັກກະຊວງ, ເລຂາຄະນະພັກກົມ, ຫົວໜ້າກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ. ໂດຍມີບັນດາຄະນະພັກ-ຄະນະກົມ, ຫ້ອງການກົມ, ສູນຂໍ້ມູນພົນລະເມືອງ ແລະ ບັດປະຈຳຕົວ, ບັນດາພະແນກ, ກອງກໍ່ສ້າງຮາກຖານ ພ້ອມດ້ວຍພະນັກງານ-ນັກຮົບພາຍໃນກົມເຂົ້າຮ່ວມຢ່າງພ້ອມພຽງ.

ໃນພິທີ, ທ່ານ ພົນຈັດຕະວາ ແກ່ນຈັນ ພົມມະຈັກ ໄດ້ເລົ່າຄືນປະວັດມູນເຊື້ອຄວາມເປັນມາຂອງກົມ ເຊິ່ງເລີ່ມຕັ້ງແຕ່ປີ 1978 ເປັນຕົ້ນມາ. ໃນໄລຍະ 48 ປີຜ່ານມາ, ກຳລັງຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ໄດ້ຜ່ານຜ່າອຸປະສັກ ແລະ ເຕີບໃຫຍ່ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ, ໄດ້ມີການປັບປຸງກົງຈັກການຈັດຕັ້ງ ແລະ ປ່ຽນຊື່ຕາມແຕ່ລະໄລຍະເພື່ອໃຫ້ສອດຄ່ອງກັບໜ້າທີ່ການເມືອງ:

ປີ 1978: ມີຊື່ວ່າ "ກອງຕຳຫຼວດຄຸ້ມຄອງບໍລິຫານ ຂຶ້ນກັບກົມຕຳຫຼວດເທດສະບານ ກະຊວງພາຍໃນ".

ປີ 1994: ປ່ຽນຊື່ເປັນ "ກົມຕຳຫຼວດຄຸ້ມຄອງບໍລິຫານ".

ປີ 2007: ແຍກອອກມາເປັນກົມເອກະລາດ ຂຶ້ນກັບກະຊວງປ້ອງກັນຄວາມສະຫງົບ ເຊິ່ງມີຊື່ວ່າ "ກົມຄຸ້ມຄອງພົນລະເມືອງ ແລະ ປກສ ບ້ານ".

ປີ 2010 ເຖິງ ປະຈຸບັນ: ໄດ້ປ່ຽນຊື່ມາເປັນ "ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ".

ປະຈຸບັນ, ກົງຈັກການຈັດຕັ້ງປະກອບມີ: 1 ຫ້ອງການກົມ, 1 ສູນຂໍ້ມູນພົນລະເມືອງ ແລະ ບັດປະຈຳຕົວ, 7 ພະແນກ ແລະ 11 ກອງກໍ່ສ້າງຮາກຖານຂຶ້ນກັບ.

ຕະຫຼອດໄລຍະຜ່ານມາ, ກົມສາມາດຍາດໄດ້ຜົນງານອັນໃຫຍ່ຫຼວງຫຼາຍດ້ານ, ໂດຍສະເພາະ ວຽກງານຄຸ້ມຄອງພົນລະເມືອງ ແລະ ບັດປະຈຳຕົວ ເຊິ່ງເປັນວຽກງານປາຍແຫຼມໃນການຫັນເປັນດິຈິຕອນຂອງພາກລັດ:

ການເກັບກຳ ແລະ ສັງລວມສະຖິຕິພົນລະເມືອງ: ໄດ້ປ້ອນຂໍ້ມູນສັງລວມສະຖິຕິການຈົດທະບຽນສຳມະໂນຄົວໃນຂອບເຂດທົ່ວປະເທດ ມີທັງໝົດ 5,789 ຄອບຄົວ, ຈຳນວນພົນ 13,443 ຄົນ (ຍິງ 6,515 ຄົນ) ແລະ ຜູ້ທີ່ມີອາຍຸ 15 ປີຂຶ້ນໄປ ມີ 11,599 ຄົນ (ຍິງ 5,263 ຄົນ).

ການອອກບັດປະຈຳຕົວດິຈິຕອນ: ດ້ວຍການວາງລະບຽບທາງດ້ານນິຕິກຳຢ່າງຊັດເຈນ ແລະ ການລົງພື້ນທີ່ສົມທົບຊ່ວຍເຫຼືອຢ່າງໃກ້ຊິດ, ປະຈຸບັນມີພົນລະເມືອງມາເຮັດບັດປະຈຳຕົວດິຈິຕອນ ຈຳນວນ *385,710 ຄົນ, ໄດ້ອະນຸມັດສຳເລັດ 364,522 ບັດ, ແລະ ພິມສຳເລັດແລ້ວ 357,176 ບັດ.

ການພັດທະນາ ແລະ ນຳໃຊ້ ແອັບພລິເຄຊັນ LAeID: ໄດ້ສ້າງແອັບພລິເຄຊັນ LAeID ເພື່ອຢັ້ງຢືນຕົວຕົນພົນລະເມືອງ ແລະ ອອກຂໍ້ຕົກລົງວ່າດ້ວຍການນຳໃຊ້ແອັບ LAeID (ສະບັບເລກທີ 1720/ປກສ, ລົງວັນທີ 11 ມີຖຸນາ 2026). ປະຈຸບັນມີຜູ້ລົງທະບຽນນຳໃຊ້ແອັບແລ້ວ 295,569 ບັນຊີ ແລະ ເປີດນຳໃຊ້ແອັບແລ້ວ 2,665 ບັນຊີ, ເຊິ່ງເປັນພື້ນຖານສຳຄັນໃນການຫັນເປັນລັດຖະບານດິຈິຕອນ, ຊ່ວຍອຳນວຍຄວາມສະດວກ ແລະ ຫຼຸດຜ່ອນຂັ້ນຕອນເອກະສານໃຫ້ແກ່ປະຊາຊົນ.

ດ້ານການຈັດຕັ້ງປະຕິບັດກົດໝາຍຄຸ້ມຄອງອາວຸດ ແລະ ວັດຖຸລະເບີດ: ສາມາດເກັບກູ້ອາວຸດປືນເສລີໄດ້ທັງໝົດ 4,370 ກະບອກ (ປືນສັ້ນ 2,769 ກະບອກ, ປືນຍາວ 1,601 ກະບອກ) ໃນຕໍ່ໜ້າຈະສືບຕໍ່ເກັບກູ້ໃຫ້ສໍາເລັດໃນ ວັນທີ 31 ຕຸລາ 2026 ໃນຈໍານວນທີຍັງເຫຼື່ອ ການຍ້ອງຍໍຂັ້ນຕ່າງໆ: ຍ້ອນຜົນງານ ແລະ ຄຸນງາມຄວາມດີ, ກົມ ແລະ ພະນັກງານ-ນັກຮົບ ໄດ້ຮັບການຍ້ອງຍໍຢ່າງຫຼວງຫຼາຍ ເຊັ່ນ: ຫຼຽນໄຊອິດສະຫຼະ, ຫຼຽນໄຊແຮງງານ, ຫຼຽນໄຊພິລະອາດຫານ, ຫຼຽນມິດຕະພາບ, ຫຼຽນກາ ແລະ ໃບຍ້ອງຍໍຂັ້ນຕ່າງໆ ຈາກການຈັດຕັ້ງພັກ-ລັດ.

ໃນຕອນທ້າຍຂອງພິທີ, ທ່ານ ພົນຈັດຕະວາ ແກ່ນຈັນ ພົມມະຈັກ ໄດ້ເນັ້ນໜັກໃຫ້ຄະນະພັກ-ຄະນະກົມ ເອົາໃຈໃສ່ສຶກສາອົບຮົມການເມືອງ-ທັດສະນະແນວຄິດໃຫ້ກຳລັງ, ສືບຕໍ່ເສີມຂະຫຍາຍທາດແທ້ມູນເຊື້ອອັນດີງາມຂອງກຳລັງ, ຕັ້ງໜ້າປັບປຸງກຳລັງໃຫ້ມີຄວາມທັນສະໄໝ, ເຄົາລົບກົດໝາຍ ແລະ ລະບຽບວິໃນຢ່າງເຄັ່ງຄັດ. ພ້ອມດຽວກັນນັ້ນ, ກໍໃຫ້ສືບຕໍ່ຍົກລະດັບ ແລະ ພັດທະນາວຽກງານຄຸ້ມຄອງພົນລະເມືອງ, ລະບົບຖານຂໍ້ມູນ ແລະ ບັດປະຈຳຕົວດິຈິຕອນ ໃຫ້ມີຄວາມປອດໄພ, ເຂັ້ມແຂງ, ໃກ້ຊິດຕິດແທດກັບພໍ່ແມ່ປະຊາຊົນ ແລະ ເຮັດໃຫ້ຮາກຖານມີຄວາມສະຫງົບ-ປອດໄພ ເພື່ອປະກອບສ່ວນເຂົ້າໃນການປົກປັກຮັກສາ ແລະ ພັດທະນາປະເທດຊາດໃຫ້ຮັ່ງມີສີວິໄລເລື້ອຍໆໄປ.