ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ຮັບປະກັນ ຄວາມຖືກຕ້ອງ-ວ່ອງໄວ ໂປ່ງໃສ ໃສ່ໃຈ ພັດທະນາບຸກຄະລາກອນ-ການຈັດຕັ້ງ ໃຫ້ເຂັ້ມແຂງ, ມີປະສິດທິພາບ

ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ຈັດພິທີມອບ-ຮັບ ວຽກງານສຳມະໂນຄົວລາວ

ວັນທີ 11 ສິງຫາ 2026, ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ໄດ້ຈັດພິທີມອບ-ຮັບວຽກງານສຳມະໂນຄົວລາວ ລະຫວ່າງ ພະແນກສຳມະໂນຄົວລາວ ກັບ ສູນຂໍ້ມູນພົນລະເມືອງ ແລະ ບັດປະຈຳຕົວ, ໂດຍການເປັນປະທານຂອງ ພົຈວ ແກ່ນຈັນ ພົມມະຈັກ ຫົວໜ້າກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ,ມີຄະນະພັກ -ຄະນະກົມ, ຕາງໜ້າບັນດາທ່ານຫົວໜ້າພະແນກ, ຫ້ອງ ການ ພ້ອມດ້ວຍພະນັກງານຫຼັກແຫຼ່ງຂອງພະແນກສຳມະ ໂນຄົວລາວ ແລະ ສູນຂໍ້ມູນພົນລະເມືອງ ແລະ ບັດປະຈຳ ຕົວ ເຂົ້າຮ່ວມ.

ໃນພິທີ, ພັອ ສົມພູ ອິນທິຈັກ ຫົວໜ້າພະແນກສຳ ມະໂນຄົວລາວ ໄດ້ຜ່ານບົດລາຍງານສະພາບການຈັດຕັ້ງປະຕິບັດວຽກງານສຳມະໂນຄົວລາວ ໃນໄລຍະຜ່ານມາ. ເຊິ່ງໄດ້ຍົກໃຫ້ເຫັນຜົນງານທີ່ສຳຄັນ ເປັນຕົ້ນ ການຈົດທະບຽນສຳມະໂນຄົວຄອບຄົວການນຳ ໄດ້ທັງໝົດ 311 ຄອບຄົວ, ມີພົນລະເມືອງ 2,235 ຄົນ (ຍິງ 1,175 ຄົນ). ໄດ້ສະແກນສຳມະໂນຄົວເຂົ້າລະບົບຖານຂໍ້ມູນດິຈີຕອນ 311 ຄອບຄົວ, ປ້ອນຂໍ້ມູນເຂົ້າລະບົບ 117 ຄອບຄົວ ແລະ ຈົດປຶ້ມສຳມະໂນຄົວແບບໃໝ່ 268 ຄອບຄົວ. ໄດ້ເກັບກຳສະຖິຕິພົນລະເມືອງລາວໃນຂອບເຂດທົ່ວປະເທດ ມີທັງໝົດ 7,661,599 ຄົນ, ຍິງ 3,833,241 ຄົນ (ມີ 1,477,061 ຄອບຄົວ). ໄດ້ຕິດຕາມ, ກວດກາ ແລະ ຢັ້ງຢືນການຈົດທະບຽນສຳມະໂນຄົວ ຂອງເຈົ້າໜ້າທີ່ພະນັກງານ ແລະ ປະຊາຊົນ ທັງໝົດ 978 ກໍລະນີ (1,346 ຄົນ).

ພ້ອມດຽວກັນນີ້, ຍັງໄດ້ຍົກໃຫ້ເຫັນບາງດ້ານອ່ອນ- ຄົງຄ້າງ ເປັນຕົ້ນແມ່ນການລົງຊີ້ນຳ, ຕິດຕາມ, ກວດກາ ຢູ່ທ້ອງຖິ່ນຍັງບໍ່ທັນທົ່ວເຖິງ, ການຂຶ້ນທະບຽນສຳມະໂນຄົວຢູ່ເຂດຊົນເຜົ່າຫ່າງໄກສອກຫຼີກຍັງມີຕົກຫຼົ່ນ, ແລະ ການເກັບກຳສະຖິຕິຢູ່ບາງທ້ອງຖິ່ນຍັງຊັກຊ້າ.

ສຳລັບເນື້ອໃນການມອບ-ຮັບ ໃນຄັ້ງນີ້ ປະກອບມີ: ມອບ-ຮັບ ໜ້າວຽກສຳມະໂນຄົວ 3 ໜ່ວຍງານ (ໜ່ວຍງານຈົດທະບຽນ, ໜ່ວຍງານຄຸ້ມຄອງ ແລະ ໜ່ວຍງານກວດກາສຳມະໂນຄົວ). ມອບ-ຮັບເອກະສານສຳນວນ-ສຳເນົາ ວຽກ ວິຊາສະເພາະ, ປຶ້ມສຳມະໂນຄົວ, ປຶ້ມທະບຽນປະຫວັດບຸກຄົນ, ເອກະສານແບບຟອມຕ່າງໆ.

ມອບ-ຮັບ ອຸປະກອນຮັບໃຊ້ ເປັນຕົ້ນແມ່ນເຄື່ອງພິມປຶ້ມສຳມະໂນຄົວ. ການມອບ-ຮັບວຽກງານໃນຄັ້ງນີ້ ມີຈຸດປະສົງເພື່ອມອບໃຫ້ ສູນຂໍ້ມູນພົນລະເມືອງ ແລະ ບັດປະຈຳຕົວ ສືບຕໍ່ຮັບຜິດຊອບຈັດຕັ້ງປະຕິບັດວຽກງານດັ່ງກ່າວ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນສູງ, ເຮັດໃຫ້ວຽກງານຈົດທະບຽນ, ຄຸ້ມຄອງ ແລະ ກວດກາສຳມະ ໂນຄົວລາວ ໄດ້ຮັບການຄຸ້ມຄອງຢ່າງເປັນລະບົບ ແລະ ຫັນເປັນທັນສະໄໝເທື່ອລະກ້າວ.

ໃນຕອນທ້າຍຂອງພິທີ, ໄດ້ມີການເຊັນບົດບັນທຶກມອບ-ຮັບວຽກງານຢ່າງເປັນທາງການ ລະຫວ່າງ ພັອ ສົມພູ ອິນທິຈັກ ຫົວໜ້າພະແນກສຳມະໂນຄົວລາວ (ຜູ້ມອບ) ແລະ ພັທ ບົວໄລ ເພັດສົມພອນ ຫົວໜ້າສູນຂໍ້ມູນພົນລະ ເມືອງ ແລະ ບັດປະຈຳຕົວ (ຜູ້ຮັບ) ໂດຍຊ່ອງ ພົຈວ ແກ່ນຈັນ ພົມມະຈັກ ຫົວໜ້າກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ, ໂດຍມີ ຄະນະພັກ-ຄະນະກົມ, ຕາງໜ້າບັນດາທ່ານຫົວໜ້າພະແນກ, ຫ້ອງການ ພ້ອມດ້ວຍພະ ນັກງານຫຼັກແຫຼ່ງຂອງພະແນກສຳມະໂນຄົວລາວ ແລະ ສູນຂໍ້ມູນພົນລະເມືອງ ແລະ ບັດປະຈຳຕົວ ເຂົ້າຮ່ວມເປັນສັກຂີພິຍານ.