ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ຮັບປະກັນ ຄວາມຖືກຕ້ອງ-ວ່ອງໄວ ໂປ່ງໃສ ໃສ່ໃຈ ພັດທະນາບຸກຄະລາກອນ-ການຈັດຕັ້ງ ໃຫ້ເຂັ້ມແຂງ, ມີປະສິດທິພາບ

ທ່ານ ເສີ່ນສ່ຽງ ມອບອາວຸດປືນ ໃຫ້ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ກະຊວງປ້ອງກັນຄວາມສະຫງົບ

ໃນເວລາ 15:00 ໂມງ ຂອງວັນທີ 13 ສິງຫາ 2026 ນີ້, ຢູ່ທີ່ຫ້ອງຮັບແຂກ ຊັ້ນ II ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ໄດ້ມີພິທີເຊັນບົດບັນທຶກ ມອບ-ຮັບ ອາວຸດປືນເສີກ ລະຫວ່າງ ທ່ານ ເສີ່ນສ່ຽງ ກັບ ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ, ກະຊວງປ້ອງກັນຄວາມສະຫງົບ.

ໃຫ້ກຽດເຂົ້າຮ່ວມ ແລະ ເປັນປະທານໃນພິທີໂດຍ ທ່ານພົຈວ ແກ່ນຈັນ ພົມມະຈັກ, ຄະນະພັກກະຊວງ, ເລຂາພັກກົມ, ຫົວໜ້າກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ; ມີບັນດາຄະນະພັກກົມ, ຫົວໜ້າ ພະແນກອາຊີບ-ພາຫະນະພິເສດ ແລະ ຫົວໜ້າຫ້ອງການກົມ ເຂົ້າຮ່ວມຢ່າງພ້ອມພຽງ.

ອາວຸດປືນທີ່ນຳມາມອບ-ຮັບ ໃນຄັ້ງນີ້ ແມ່ນຂອງ ທ່ານ ເສີ່ນສ່ຽງ ອາຍຸ 45 ປີ, ເຊື້ອຊາດຈີນ, ສັນຊາດຈີນ, ປັດຈຸບັນຢູ່ບ້ານຫຼັກສອງ, ເມືອງ ສາລະວັນ, ແຂວງ ສາລະວັນ. ສິ່ງຂອງທີ່ມອບ-ຮັບ ປະກອບມີ:

  1. ປືນສັ້ນ ຊະນິດ ກໍອກ19 (Glock 19GEN), ເລກປືນ WBM036 ຈຳນວນ 01 ກະບອກ.
  2. ບັ້ງລູກປືນ ຈຳນວນ 02 ບັ້ງ.
  3. ລຸກປືນ    ຈໍານວນ 12 ລຸກ;
  4. ບັດອະນຸຍາດຖືປືນ 01 ບັດ.

ການມອບ-ຮັບ ອາວຸດປືນດັ່ງກ່າວ ແມ່ນປະຕິບັດຕາມ ກົດໝາຍວ່າດ້ວຍການຄຸ້ມຄອງອາວຸດ ແລະ ວັດຖຸລະເບີດ ສະບັບເລກທີ 14/ສພຊ (ລົງວັນທີ 07 ສິງຫາ 2022), ຄຳສັ່ງຂອງນາຍົກລັດຖະມົນຕີ ສະບັບເລກທີ 11/ນຍ (ລົງວັນທີ 07 ສິງຫາ 2024) ວ່າດ້ວຍການເກັບກູ້ອາວຸດປືນ ແລະ ວັດຖຸລະເບີດ, ແລະ ຂໍ້ຕົກລົງຂອງລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ສະບັບເລກທີ 2189/ປກສ (ລົງວັນທີ 21 ກໍລະກົດ 2026).

ອາວຸດປືນດັ່ງກ່າວ ຈະໄດ້ຖືກນຳສົ່ງມອບຕໍ່ໃຫ້ແກ່ ສາງອາວຸດຍຸດໂທ ກົມໃຫຍ່ພະລາທິການ ກະຊວງປ້ອງກັນຄວາມສະຫງົບ ເພື່ອຄຸ້ມຄອງຕາມລະບຽບກົດໝາຍ. ໃນຕອນທ້າຍ, ທັງສອງຝ່າຍກໍ່ໄດ້ຮ່ວມກັນເຊັນບົດບັນທຶກມອບ-ຮັບ ຢ່າງເປັນທາງການ.