ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ຮັບປະກັນ ຄວາມຖືກຕ້ອງ-ວ່ອງໄວ ໂປ່ງໃສ ໃສ່ໃຈ ພັດທະນາບຸກຄະລາກອນ-ການຈັດຕັ້ງ ໃຫ້ເຂັ້ມແຂງ, ມີປະສິດທິພາບ

ກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດຄຳສັ່ງເລກທີ 11/ນຍ ວ່າດ້ວຍການເກັບກູ້ອາວຸດ ແລະ ວັດຖຸລະເບີດ ໃນຂອບເຂດທົ່ວປະເທດ ໄລຍະສອງ 2024-2026 ແລະ ທິດທາງແຜນການໄລຍະສາມ 2026-2028

    

       ກະຊວງປ້ອງກັນຄວາມສະຫງົບ ຈັດກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດ ຄໍາສັ່ງ ເລກທີ່ 11/ນຍ ວ່າດ້ວຍການເກັບກູ້ອາວຸດປືນ ແລະ ວັດຖຸລະເບີດ ໃນຂອບເຂດທົ່ວປະເທດ ໄລຍະສອງ 2024-2026 ແລະ ທິດທາງແຜນການ ໄລຍະສາມ 2026-2028, ໃນວັນທີ 17 ສິງຫາ  2026 ທີ່ສະໂມສອນກະຊວງ ປກສ ( ສະໜາມມ້າ ), ໂດຍການເປັນປະທານ ຂອງ ພົທ ວັນທອງ ກອງມະນີ ຄະນະເລຂາທິການສູນກາງພັກ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ຫົວໜ້າຄະນະຮັບຜິດຊອບຊີ້ນໍາລວມໃນການຂຶ້ນບັນຊີເກັບກູ້ ຄຸ້ມຄອງອາວຸດປືນເສີກ ແລະ ວັດຖຸລະເບີດ, ມີທ່ານ ຮອງລັດຖະມົນຕີບັນດາກະຊວງ, ຫົວໜ້າກົມໃຫຍ່, ກອງບັນຊາການ, ວິທະຍາຄານ, ປກສ ນະຄອນຫຼວງວຽງຈັນ, ປກສ ແຂວງ, ກົມ, ກອງວິຊາສະເພາະ ແລະ ຂະແໜງການທີ່ກ່ຽວຂ້ອງເຂົ້າຮ່ວມ.
   ພົທ ວັນທອງ ກອງມະນີ ກ່າວເປີດກອງປະຊຸມຄັ້ງນີ້ວ່າ: ບັນຫາອາວຸດປຶນເສິກ ແລະ ວັດຖຸລະເບີດ ເປັນອາຊະຍາກຳທີ່ຮ້າຍແຮງ ທີ່ເກີດຂຶ້ນຢູ່ພາຍໃນ ແລະ ຂ້າມຊາດ, ເປັນອາຊະຍາກໍາທີ່ສົ່ງຜົນກະທົບໂດຍກົງຕໍ່ຊີວິດຜູ້ບໍລິສຸດ, ຊັບສິນ, ເປັນປະກົດການຫຍໍ້ທໍ້ໜຶ່ງທີ່ເກີດຂຶ້ນໃນສັງຄົມ ແລະ ສົ່ງຜົນກະທົບຕໍ່ຄວາມໜັ້ນຄົງ, ຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມ ກໍຄືການພັດທະນາສ້າງສາປະເທດຊາດ; ພ້ອມນັ້ນ ການຄ້າອາວຸດປືນເສິກນີ້ ເປັນທຸລະກິດຜິດກົດໝາຍທີ່ມີຜົນກຳໄລມະຫາສານ ເປັນອັນດັບສາມຂອງໂລກ ຮອງຈາກການຄ້າມະນຸດ. ປັດຈຸບັນ, ບັນດາປະເທດໃນພາກພື້ນ ແລະ ອະນຸພາກພື້ນ ລວມທັງປະເທດຂອງພວກເຮົາຍັງໄດ້ຮັບຜົນກະທົບຢ່າງຮ້າຍແຮງຈາກການຄ້າອາວຸດ ແລະ ການນໍາໃຊ້ອາວຸດຊະຊາຍ; ສະນັ້ນ ເພື່ອຮັບປະກັນໃນການສະກັດກັ້ນ ແລະ ແກ້ໄຂບັນຫາການຄຸ້ມຄອງ ແລະ ນຳໃຊ້ອາວຸດໃຫ້ຖືກຕ້ອງຕາມລະບຽບກົດໝາຍ, ກະຊວງປ້ອງກັນຄວາມສະຫງົບ ຈຶ່ງໄດ້ອອກຄຳສັ່ງ ສະບັບເລກທີ 563/ປກສ, ລົງວັນທີ 3 ເມສາ 2019 ວ່າດ້ວຍການຮີບໂຮມ ຂຶ້ນບັນຊີຄຸ້ມຄອງ, ເກັບກູ້ອາວຸດປືນເສິກ ແລະ ວັດຖຸລະເບີດ. ພ້ອມດຽວກັນນັ້ນ, ທ່ານ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ກໍໄດ້ອອກຄໍາສັ່ງວ່າດ້ວຍການເກັບກູ້ອາວຸດປືນ ແລະ ວັດຖຸລະເບີດ ສະບັບເລກທີ 11/ນຍ, ລົງວັນທີ 7 ສິງຫາ 2024. ນອກນັ້ນ, ກະຊວງປ້ອງກັນຄວາມສະຫົງບ ກໍໄດ້ອອກຄໍາສັ່ງວ່າດ້ວຍການຈັດຕັ້ງຜັນຂະຫຍາຍຄໍາສັ່ງຂອງນາຍົກລັດຖະມົນຕີວ່ດ້ວຍການເກັບກູ້ອາວຸດປືນ ແລະ ວັດຖຸລະເບີດ ສະບັບເລກທີ 16/ປກສ, ລົງວັນທີ 16 ກໍລະກົດ 2026  ແລະ ແຈ້ງການວ່າດ້ວຍການຈັດຕັ້ງປະຕິບັດຄໍາສັ່ງຂອງນາຍົກລັດຖະມົນຕີ ວ່າດ້ວຍການຄຸ້ມຄອງອາວຸດປືນ ແລະ ວັດຖຸລະເບີດ ສະບັບເລກທີ 311/ປກສ, ສະບັບ ເລກທີ 16 ກໍລະກົດ 2026. 
           ໃນໄລຍະຜ່ານມາບັນດາກະຊວງ, ຂະແໜງການ, ອົງການປົກຄອງທັງສູນກາງ ແລະ ທ້ອງຖິ່ນ, ກອງບັນຊາການປກສ ແຂວງ-ນະຄອນຫຼວງ ໃນຂອບເຂດທົ່ວປະເທດ ທີ່ຮັບຜິດຊອບເກັບກູ້ອາວຸດປຶນເສິກ ແລະ ວັດຖຸລະເບີດ ກໍໄດ້ສຸມໃສ່ການໂຄສະນາປູກຈິດສໍານຶກ ໃຫ້ທົ່ວສັງຄົມໄປພ້ອມກັບການປັບປຸງບັນດານິຕິກຳ,ເກັບກູ້ ຢູ່ສູນກາງ ແລະ ທ້ອງຖິ່ນ ໄດ້ຫຼາຍສົມຄວນ, ສາມາດນໍາເອົາອາວຸດດັ່ງກ່າວເຂົ້າມາເກັບຮັກສາໄວສາງຂອງກະຊວງປ້ອງກັນຄວາມສະຫງົບ ແຕ່ບັນຫາການນໍາໃຊ້ອາວຸດຊະຊາຍ, ກໍ່ອາຊະຍາກໍາ ດັ່ງກ່າວກໍຍັງເກີດຂຶ້ນຫຼາຍຢູ່ໃນປະເທດຂອງພວກເຮົາ.
        ໃນກອງປະຊຸມຈະໄດ້ຮັບຟັງການສະຫຼຸບຕີລາຄາການຈັດຕັ້ງປະຕິບັດ ຄໍາສັ່ງ ເລກທີ່ 11/ນຍ ວ່າດ້ວຍການເກັບກູ້ອາວຸດປືນ ແລະ ວັດຖຸລະເບີດ ໃນຂອບເຂດທົ່ວປະເທດ ໄລຍະສອງ 2024-2026 ແລະ ວາງທິດທາງແຜນການ ໄລຍະສາມ 2026-2028, ການຜ່ານຄໍາສັ່ງການຈັດຕັ້ງປະຕິບັດການເກັບກູ້ອາວຸດປືນ ແລະ ທາດລະເບີດ ສະບັບເລກທີ 31/ຄ.ປກຊ-ປກສ, ຄໍາສັ່ງວ່າດ້ວຍການຈັດຕັ້ງຜັນຂະຫຍາຍຄໍາສັ່ງຂອງນາຍົກລັດຖະມົນຕີວ່າດ້ວຍການເກັບກູ້ອາວຸດປືນ ແລະ ວັດຖຸລະເບີດ ສະບັບເລກທີ 16/ປກສ, ແຈ້ງການຈັດຕັ້ງປະຕິບັດຄໍາສັ່ງນາຍົກລັດຖະມົນຕີວ່າດ້ວຍການຄຸ້ມ ຄອງອາວຸດປືນ ແລະ ວັດຖະລະເບີດ ສະບັບເລກທີ 311/ປກສ, ຜ່ານຂໍ້ຕົກລົງວ່າດ້ວຍການແຕ່ງຕັ້ງຄະນະຮັບຜິດຊອບໃນການຂຶ້ນ ບັນຊີເກັບກູ້, ຄຸ້ມຄອງອາວຸດປືນເສີກ ແລະ ວັດຖຸລະເບີດ, ຂໍ້ຕົກລົງວ່າດ້ວຍການແບ່ງຈຸລົງເຄື່ອນໄຫວຂຶ້ນບັນຊີ, ເກັບກູ້ຄຸ້ມ ຄອງອາວຸດ ແລະ ວັດຖຸລະເບີດ, ແຜນການຂຶ້ນບັນຊີ, ເກັບກູ້ ອາວຸດປືນເສິກ ແລະ ວັດຖຸລະເບີດ ໃນຂອບເຂດທົ່ວປະເທດ.
      ກອງປະຊຸມຈະໄດ້ ແມ່ນຈະດໍາເນີນໄປ 2 ວັນຈຶ່ງສໍາເລັດ.