ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ຮັບປະກັນ ຄວາມຖືກຕ້ອງ-ວ່ອງໄວ ໂປ່ງໃສ ໃສ່ໃຈ ພັດທະນາບຸກຄະລາກອນ-ການຈັດຕັ້ງ ໃຫ້ເຂັ້ມແຂງ, ມີປະສິດທິພາບ

ສໍາເລັດກອງປະຊຸມສະຫຼຸບການ​ຈັດຕັ້ງປະຕິບັດຄໍາສັ່ງ ວ່າດ້ວຍການເກັບກູ້ອາວຸດປືນ ແລະ ວັດຖຸລະເບີດ ໃນຂອບເຂດທົ່ວປະເທດ

Photoໃນວັນທີ 18 ສິງຫາ 2026 ກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດ ຄໍາສັ່ງ ເລກທີ່ 11/ນຍ ວ່າດ້ວຍການເກັບກູ້ອາວຸດປືນ ແລະ ວັດຖຸລະເບີດ ໃນຂອບເຂດທົ່ວປະເທດ ໄລຍະສອງ 2024-2026 ແລະ ທິດທາງແຜນການ ໄລຍະສາມ 2026-2028 ໄດ້ອັດລົງດ້ວຍຜົນສໍາເລັດ ເປັນປະທານໂດຍ ພົທ ວັນທອງ ກອງມະນີ ຄະນະເລຂາທິການສູນກາງພັກ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ຫົວໜ້າຄະນະຮັບຜິດຊອບຊີ້ນໍາລວມໃນການຂຶ້ນບັນຊີເກັບກູ້ ຄຸ້ມຄອງອາວຸດປືນເສິກ ແລະ ວັດຖຸລະເບີດ, ມີທ່ານ ຮອງລັດຖະມົນຕີບັນດາກະຊວງ, ຫົວໜ້າກົມໃຫຍ່, ກອງບັນຊາການ, ວິທະຍາຄານ, ປກສ ນະຄອນຫຼວງວຽງຈັນ, ປກສ ແຂວງ, ກົມ, ກອງວິຊາສະເພາະ ແລະ ຂະແໜງການທີ່ກ່ຽວຂ້ອງເຂົ້າຮ່ວມ.Photo

ພົທ ວັນທອງ ກອງມະນີ ໄດ້ມີຄໍາເຫັນໂອ້ລົມ ແລະ ກ່າວປິດກອງປະຊຸມຄັ້ງນີ້ ວ່າ: ກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດ​ຄໍາສັ່ງເລກທີ 11/ນຍ ໄລຍໄລຍະທີ 2 ໄດ້ດໍາເນີນມາເປັນເວລາ 1 ວັນເຄີ່ງ ຊຶ່ງໄດ້​ຮັບ​ຟັງການສະຫຼຸບຕີລາຄາ ການ​ຈັດ​ຕັ້ງ​ປະຕິບັດວຽກງານການຂຶ້ນບັນຊີຄຸ້ມຄອງ, ເກັບກູ້ອາວຸດປຶນເສິກ ແລະ ວັດຖຸລະເບີດ ໃນໄລຍະປີ 2024 – 2026 ແລະ ທິດທາງແຜນ ການປີ 2026-2028 ​ ແລະ ເຊື່ອມຊືມເອກະສານສໍາຄັນ ຢ່າງກົງໄປກົງມາ, ມີຄວາມຮັບຜິດຊອບສູງ ແລະ ມີໝາກຜົນຕົວຈິງ. ພ້ອມ​ນັ້ນ, ຍັງໄດ້​ຮັບ​ຟັງ​ການປະກອບ​ຄຳ​ຄິດ​ຄຳ​ເຫັນ​ຂອງບັນດາ​ຄະນະ​ກຳມະການ​ຮັບຜິດຊອບຂຶ້ນບັນຊີຄຸ້ມຄອງ, ເກັບກູ້ອາວຸດປຶນເສີກ ແລະ ວັດຖຸລະເບີດ ຂອງແຕ່ລະ​ຂະແໜງ​​ການ ນັບ​ທັງ​ຢູ່​ສູນກາງ ແລະ ທ້ອງ​ຖິ່ນ ຢ່າງ​ມີ​ເນື້ອ​ໃນເລິກເຊີ່ງ ທີ່ຊີ້​ໃຫ້​ເຫັນ​ສະພາບ​ອາວຸດປຶນເສິກຢູ່ປະເທດເຮົາ, ດ້ານ​ຕັ້ງໜ້າ ​ແລະ ຂໍ້​ຄົງ​ຄ້າງ ​ໃນ​ການ​ຈັດ​ຕັ້ງ​ປະຕິບັດ​ວຽກ​ງານ​ໃນ​ຂົງ​ເຂດ​ຂອງ​ຕົນ​ຮັບຜິດຊອບ, ມີ​ຜົນ​ປະ​ໂຫຍດ​​ໃຫ້​ແກ່​ວຽກ​ງານ​ເກັບກູ້ອາວຸດປຶນເສິກຂອງ​ພວກ​ເຮົາ ໃນປັດຈຸບັນ ແລະ ​ຕໍ່ໜ້າ.Photo

ຄະນະກໍາມະການຂຶ້ນບັນຊີຄຸ້ມຄອງ, ເກັບກູ້ອາວຸດປຶນເສິກ ແລະ ວັດຖຸລະເບີດ ແຕ່ລະ​ຂັ້ນ ນັບ​ທັງ​ສູນ​ກາງ ຮອດທ້ອງ​ຖິ່ນ ໄດ້​ໃຫ້​ຄວາມ​ສຳຄັນ​ຕໍ່​ບັນຫາ​ດັ່ງກ່າວ, ໄດ້ມີ​ຄວາມ​ພະຍາຍາມສູງ​ໃນ​ການຈັດ​ຕັ້ງ​ປະຕິບັດຄໍາສັ່ງເລກທີ 11/ນຍ ແລະ ຄໍາສັ່ງອື່ນໆ ຕາມ​ຂົງ​ເຂດ​ວຽກ​ງານ​ຕົນ​ຮັບຜິດຊອບ ​​ໄດ້​ເປັນຢ່າງ​ດີເປັນ​ຕົ້ນ​ແມ່ນ ໄດ້​ມີ​ການ​ປັບປຸງ​ ແລະ ແຕ່ຕັ້ງຄະນະຮັບຜິດຊອບໂດຍກົງໃນ​ແຕ່ລະ​ຂັ້ນ​, ພ້ອມ​ທັງ​ສ້າງ​ຄວາມ​ເຂັ້ມ​ແຂງ​​ໃຫ້​ແກ່​ຜູ້​ຈັດ​ຕັ້ງ​ປະຕິບັດ​ຕົວ​ຈິງ, ໃຫ້​ມີ​ຄວາມ​ເຂັ້ມ​ແຂງ ​ເພື່ອ​​ເຮັດ​ວຽກ​ງານ​ການຂຶ້ນບັນຊີຄຸ້ມຄອງ, ເກັບກູ້ອາວຸດປຶນເສິກ ແລະ ວັດຖຸລະເບີດ ​ຢູ່​ໃນ​ຂົງ​ເຂດ​ຂອງ​ຕົນ​ຮັບຜິດຊອບ ​ໄດ້​ມີ​ຄວາມ​ຮັບປະກັນ ​ແລະ ມີ​ປະສິດທິ​ຜົນ; ​ໄດ້​ສຸມ​ໃສ່​​ເຊື່ອມຊືມເອກະສານ ແລະ ໂຄສະນາຊວນເຊື່ອ ດ້ວຍຫຼາຍຮູບ, ຫຼາຍສີ, ຫຼາຍວິທີການຜ່ານທາງວິທະຍຸ, ໂທລະພາບ, ສື່ສັງຄົມອອນລາຍ ແລະ ນຳໃຊ້ພະນັກງານລົງ​ໂຄສະນາ ​ເຮັດໃຫ້ພົນລະເມືອງເຮົາ ໃນບັນດາຊັ້ນຄົນ ໂດຍສະເພາະຜູ້ທີ່ຄອບຄອງອາວຸດ ນັບທັງຢູ່ສູນກາງ ແລະ ທ້ອງຖິ່ນຢູ່ຫ່າງໄກສອກຫຼີກໄດ້ຮັບຮູ້-ເຂົ້າໃຈ, ມີສະຕິລະວັງຕົວຕໍ່ການນໍາໃຊ້ອາວຸດປຶນເສີກ ແລະ ໃຫ້ຄວາມຮ່ວມມືໃນການສົ່ງມອບອາວຸດປຶນເສີກ ແລະ ວັດຖຸລະເບີດ; ​​ໄດ້​ນຳ​ໃຊ້​ມາດ​ຕະການທາງດ້ານກົດໝາຍຕໍ່ຜູ້ກະທຳຜິດອາຍາ ແລະ ມີອາວຸດປຶນເສີກໄວໃນຄອບຄອງ ໂດຍສະເພາະ ໄດ້ຈັບກຸ່ມຜູ້ກະທຳຜິດ, ຜູ້ຄ້າອາວຸດ ແລະ ຫົວໂປ່ໂຕການໄດ້ຈຳນວນໜຶ່ງ ມາດຳເນີນຄະດີຕາມກົດໝາຍ, ໄດ້​ເອົາ​ໃຈ​ໃສ່ ຂຶ້ນບັນຊີຄຸ້ມຄອງ, ​ເກັບກູ້ອາວຸດປຶນເສິກ ແລະ ວັດຖຸລະເບີດໃນຂອບທົ່ວປະເທດ ພ້ອມ​ທັງ​ ຈັດກໍາລັງລົງຕິດຕາມ, ຊຸກຍູ້ຢູ່ສູນກາງ ແລະ ທ້ອງຖິ່ນຢ່າງຕໍ່ເນື່ອງ.

ພ້ອມນີ້ ທ່ານລັດຖະມົນຕີກະຊວງ ປກສ ຍັງໄດ້ຮຽກຮ້ອງໃຫ້ ຄະນະ​ກຳມະການທີ່ຢູ່​ທຸກຂະ​ແໜງ​ການ ຕ້ອງຖື​ເອົາຄໍາສັ່ງເລກທີ 11/ນຍ ແລະ ຄໍາສັ່ງອື່ນໆ ຕາມ​ຂົງ​ເຂດ​ວຽກ​ງານ​ຕົນ​ຮັບຜິດຊອບຫັນມາເປັນແຜນງານ, ກິດຈະກໍາຂອງຕົນແລ້ວຈັດຕັ້ງປະຕິບັດໃຫ້ມີປະສິດທິຜົນ, ກາຍເປັນຂະບວນການລວມທົ່ວສັງຄົມ ຄືກັນກັບວາລະແຫ່ງຊາດຂອງພວກເຮົາ ເນື່ອງຈາກການແກ້ໄຂບັນຫາອາວຸດປຶນເສິກ ແລະ ວັດຖຸລະເບີດ ແມ່ນເພື່ອຮັບປະກັນຄວາມໜັ້ນຄົງ, ຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍ ແລະ ທັງເປັນການປົກປ້ອງ ພາລະກິດການປະຕິວັດຂອງປະເທດເຮົາ, ສຸມ​ໃສ່​ແກ້​ໄຂ​ປະກົດ​ການ​ຫຍໍ້​ທໍ້​, ບັນຫາ​ອາ​ຊະ​ຍາ​ກຳ​ຕ່າງໆ​ທີ່ຕິດພັນກັບການນໍາໃຊ້ອາວຸດປຶນເສີກ ​ຢ່າງ​​ເຂັ້ມ​ງວດ, ​ເດັດຂາດ ​ແລະ ​ໂປ່​ງ​ໃສ; ໃຫ້ບັນດາກົມວິຊາສະເພາະ, ປກສ ແຂວງ-ນະຄອນຫຼວງ ຈົ່ງຮັບຮູ້ໄດ້ທັນເວລາເຖິງການປ່ຽນແປງ ແລະ ວິວັດທະນາການໃໝ່ ໃນຮູບແບບ, ວິທີການເຄື່ອນ ໄຫວຂອງອາຊະຍາກອນ ຕາມຈຸດພິເສດຂອງແຕ່ລະພາກ, ພື້ນທີ່, ເປົ້າໝາຍ ເພື່ອສ້າງແຜນການ, ໂຄງການແກ້ໄຂເຄືອຂ່າຍ, ກຸ່ມແກ້ງ, ເປົ້າໝາຍປະດິດ, ຊື້-ຂາຍ, ຂົນສົ່ງ, ຄອບຄອງ ແລະ ນຳໃຊ້ອາວຸດປືນເສີກ ແລະ ວັດຖຸລະເບີດຢ່າງຜິດກົດໝາຍ. ປະສານສົມທົບກັບກຳລັງຕ່າງໆ ທັງພາຍໃນ ແລະ ນອກຂະແໜງການ ຈັດຕັ້ງຈຸດການກວດກາ, ກວດກາລາດຕະເວນ, ຄວບຄຸມໃຫ້ທັນເວລາໃນການຄົ້ນພົບ, ຈັບກຸມ ແລະ ປະຕິບັດຢ່າງເດັດຂາດຕໍ່ການກະທຳຜິດໃນການປະດິດ, ຊື້-ຂາຍ, ຂົນສົ່ງ ແລະ ຄອບຄອງອາວຸດປືນເສີກ ແລະ ວັດຖຸລະເບີດຢ່າງຜິດກົດໝາຍ, ໂດຍສະເພາະແມ່ນການເຄື່ອນໄຫວຊື້-ຂາຍ, ຂົນສົ່ງອາວຸດປືນເສີກ ແລະ ວັດຖຸລະເບີດຢ່າງຜິດກົດໝາຍ ຕາມເສັ້ນຊາຍແດນ; ຕ້ອງ​ຖື​ເອົາ​ວຽກ​ງານ​ປ້ອງ​ກັນ​ເປັນ​ກົກ, ເຮັດໃຫ້ວຽກງານດັ່ງກ່າວ ກາຍເປັນຄວາມຮັບຜິດຊອບຂອງທົ່ວສັງຄົມ, ທຸກຊັ້ນຄົນ, ທຸກເພດ, ທຸກໄວ, ທຸກອົງການຈັດຕັ້ງຢ່າງຕັ້ງໜ້າໂດຍການໂຄສະນາແນວທາງນະໂຍບາຍຂອງພັກ, ກົດໝາຍ, ລະບຽບການຂອງລັດ, ເຊີດຊູຈິດໃຈຮັກຊາດ, ສະຕິເປັນເຈົ້າຕົນເອງ, ໃຫ້ການຮ່ວມມື ແລະ ສະໜັບສະໜູນການຂຶ້ນບັນຊີຄຸ້ມຄອງ, ເກັບກູ້ອາວຸດປຶນເສີກ ແລະ ວັດຖຸລະເບີດ ໃຫ້ໄດ້ຮັບຜົນດີກ່ອນເກົ່າ.PhotoPhoto