ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ຮັບປະກັນ ຄວາມຖືກຕ້ອງ-ວ່ອງໄວ ໂປ່ງໃສ ໃສ່ໃຈ ພັດທະນາບຸກຄະລາກອນ-ການຈັດຕັ້ງ ໃຫ້ເຂັ້ມແຂງ, ມີປະສິດທິພາບ

ພິທີມອບ-ຮັບ ອາວຸດປືນເສິກ

ໃນວັນທີ 19 ສິງຫາ 2026, ຢູ່ທີ່ ຫ້ອງປະຊຸມ VIP ຊັ້ນ II ກົມຄຸ້ມຄອງສໍາມະໂນຄົວ ແລະ ກໍ່ສ້າງຮາກຖານ ໄດ້ມີພິທີມອບ-ຮັບ ອາວຸດປືນເສິກ, ໂດຍການເຂົ້າຮ່ວມຂອງ ພົຈວ ແກ່ນຈັນ ພົມມະຈັກ ຫົວໜ້າກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ, ພ້ອມດ້ວຍຄະນະກົມ, ຄະນະພະແນກອາຊີບ ແລະ ພາຫະນະພິເສດ ແລະ ຄະນະຮັບຜິດຊອບເກັບກູ້ອາວຸດ ແລະ ວັດຖຸລະເບີດເຂົ້າຮ່ວມ.

ການມອບ-ຮັບ ໃນຄັ້ງນີ້ ເພື່ອເປັນການຈັດຕັ້ງປະຕິບັດຕາມກົດໝາຍ ວ່າດ້ວຍການຄຸ້ມຄອງອາວຸດ ແລະ ວັດຖຸລະເບີດ ສະບັບເລກທີ 14/ສພຊ, ຄຳສັ່ງຂອງນາຍົກລັດຖະມົນຕີ ສະບັບເລກທີ 11/ນຍ, ແລະ ຂໍ້ຕົກລົງຂອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ສະບັບເລກທີ 2189/ປກສອາວຸດປືນເສິກທີ່ໄດ້ຮັບການມອບ-ຮັບ ໃນຄັ້ງນີ້ ມີ 2 ລາຍການ ຄື: 

  1. ທ້າວ ສົມບູນ ຄານ ອາຊີບນັກທຸລະກິດ, ປັດຈຸບັນຢູ່ບ້ານ ໂພນໄຊ, ເມືອງ ໄຊເສດຖາ, ນະຄອນຫຼວງວຽງຈັນ ໄດ້ມອບ:ປືນສັ້ນ ຊະນິດ VZ, ໝາຍເລກ 8616484 ຈໍານວນ 1 ກະບອກ, ບັ້ງປືນ 1 ບັ້ງ ແລະ ລູກປືນຈຳນວນ 5 ລູກ.
  2. ທ້າວ ອາໂນສັກ ອາຄະວົງສາ (ເສຍຊີວິດ)ອະດີດນາຍບ້ານໜອງປີງ ຕາງໜ້າມອບໂດຍ ທ້າວ ບັນທົມ ອາຄະວົງສາ (ຜູ້ເປັນອ້າຍ), ອາຊີບນັກທຸລະກິດ, ປັດຈຸບັນຢູ່ບ້ານ ຂຸນຕາທ່າ, ເມືອງ ສີໂຄດຕະບອງ, ນະຄອນຫຼວງວຽງຈັນ ໄດ້ມອບ: ປືນຍາວ ຊະນິດ AK, ໝາຍເລກ 12107155 ຈໍານວນ 1 ກະບອກ, ບັ້ງປືນ 1 ບັ້ງ ແລະ ລູກປືນຈຳນວນ 40 ລູກ.

ຕາງໜ້າເຊັນບົດບັນທືກ ແລະ ມອບ-ຮັບ ໂດຍ ພົຈວ ແກ່ນຈັນ ພົມມະຈັກ ຫົວໜ້າກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ແລະ ອາວຸດດັ່ງກ່າວຈະນຳໄປຄຸ້ມຄອງ, ເກັບຮັກສາໄວ້ໃຫ້ຖືກຕ້ອງຕາມກົດໝາຍ ແລະ ລະບຽບຫຼັກການ.