ກອງປະຊຸມສະຫຼຸບຖອດຖອນບົດຮຽນ ການຈັດຕັ້ງປະຕິບັດ ຄຳສັ່ງ 11/ນຍ ໄລຍະທີ II (2024-2026) ແລະ ວາງທິດທາງແຜນການ ໄລຍະທີ III (2026-2028)
ໃນວັນທີ 19 ສິງຫາ 2026, ຢູ່ທີ່ຫ້ອງປະຊຸມກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ກະຊວງປ້ອງກັນຄວາມສະຫງົບ ໄດ້ຈັດກອງປະຊຸມສະຫຼຸບຖອດຖອນບົດຮຽນ ການຈັດຕັ້ງປະຕິບັດ ຄຳສັ່ງເລກທີ 11/ນຍ ໄລຍະທີ II (2024-2026) ແລະ ວາງທິດທາງແຜນການ ໄລຍະທີ III (2026-2028) ໂດຍການເປັນປະທານຂອງ ທ່ານ ພົນຈັດຕະວາ ແກ່ນຈັນ ພົມມະຈັກ ຫົວໜ້າກົມຄຸ້ມຄອງສໍາມະໂນຄົວ ແລະ ກໍ່ສ້າງຮາກຖານ (ກົມ 509), ມີຄະນະພັກ-ຄະນະກົມ, ຫ້ອງການ, ບັນດາພະແນກ ແລະ ບັນດາອະນຸກຳມະການຕ່າງໆ ເຂົ້າຮ່ວມຢ່າງພ້ອມພຽງ.
ໃນກອງປະຊຸມ ທ່ານ ພົນຈັດຕະວາ ແກ່ນຈັນ ພົມມະຈັກ ໄດ້ເນັ້ນໃຫ້ເຫັນເຖິງຄວາມສໍາຄັນຂອງການຮີບໂຮມ, ຂຶ້ນບັນຊີ, ເກັບກູ້ອາວຸດປືນ ແລະ ວັດຖຸລະເບີດ ເພື່ອແກ້ໄຂປະກົດການຫຍໍ້ທໍ້ໃນສັງຄົມ, ຮັບປະກັນຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍຂອງຊາດ. ນອກຈາກນີ້, ກອງປະຊຸມຍັງໄດ້ຜ່ານຂໍ້ຕົກລົງວ່າດ້ວຍການແຕ່ງຕັ້ງຄະນະຮັບຜິດຊອບ ແລະ ອະນຸກຳມະການຕ່າງໆ ເພື່ອຮັບປະກັນໃຫ້ການດຳເນີນງານໃນໄລຍະຕໍ່ໄປມີຄວາມເປັນເອກະພາບ, ເຂັ້ມງວດ ແລະ ມີປະສິດທິພາບສູງ, ການນຳໃຊ້ອາວຸດປືນ ແລະ ວັດຖຸລະເບີດຢ່າງສະຊາຍ ເປັນອາດຊະຍາກຳທີ່ຮຸນແຮງ, ສົ່ງຜົນກະທົບໂດຍຕົງຕໍ່ຊີວິດ, ຊັບສິນຂອງພົນລະເມືອງ ແລະ ຄວາມອຸ່ນອຽງປອດໄພໃນສັງຄົມ. ການຮີບໂຮມ, ຂຶ້ນບັນຊີ, ເກັບກູ້ອາວຸດປືນ ແລະ ວັດຖຸລະເບີດ ຈຶ່ງເປັນວຽກງານສະກັດກັ້ນປະກົດການຫຍໍ້ທໍ້ທີ່ຈຳເປັນ ເພື່ອຮັກສາສະຖຽນລະພາບທາງດ້ານການເມືອງ ແລະ ຄວາມສະຫງົບຂອງຊາດ.
ພ້ອມນີ້ຜູ້ເຂົ້າຮ່ວມກອງປະຊຸມໄດ້ພ້ອມກັນຄົ້ນຄວ້າ, ປະກອບຄຳກວດກາ ແລະ ຖອດຖອນບົດຮຽນຈາກໄລຍະຜ່ານມາ ເພື່ອເປັນບ່ອນອີງໃນການສ້າງແຜນການເຄື່ອນໄຫວ ໄລຍະທີ III (2026-2028) ໃຫ້ສອດຄ່ອງກັບສະພາບຄວາມເປັນຈິງ ແລະ ສືບຕໍ່ຈັດຕັ້ງປະຕິບັດບັນດາມາດຕະການເກັບກູ້ອາວຸດປືນ-ວັດຖຸລະເບີດໃນທົ່ວປະເທດຢ່າງມີຜົນສໍາເລັດ.
ຈາກນັ້ນປະທານຍັງໄດ້ເນັ້ນໜັກການຈັດຕັ້ງປະຕິບັດມາດຕະການເຂັ້ມງວດ ເປັນຕົ້ນແມ່ນ:ໂຈະ ແລະ ຢຸດເຊົາການປະກອບ, ອອກອະນຸຍາດບັດປືນໃຫ້ບຸກຄົນ, ນິຕິບຸກຄົນ ແລະ ເອກະຊົນ ທີ່ບໍ່ຖືກຕ້ອງຕາມກົດໝາຍຢ່າງເດັດຂາດ, ໂຈະການອອກບັດປືນສຳລັບກິລາ ຂອງສະຫະພັນກິລາ ແລະ ສະໜາມຝຶກຊ້ອມຍິງປືນ, ຫ້າມນຳປືນກິລາອອກນອກສະໜາມໂດຍເດັດຂາດ, ເພີ່ມທະວີການຕິດຕາມ, ກວດກາ ສາງເກັບຮັກສາອາວຸດຂອງກຳລັງປ້ອງກັນຄວາມສະຫງົບ ແລະ ດຳເນີນຄະດີຢ່າງເຂັ້ມງວດຕໍ່ຜູ້ທີ່ະລັກລອບ, ເຊື່ອງອຳ ຫຼື ບໍ່ໃຫ້ການຮ່ວມມືໃນການສົ່ງມອບອາວຸດ.