ກົມຄຸ້ມຄອງສໍາມະໂນຄົວ ແລະ ກໍ່ສ້າງຮາກຖານ ຮັບອາວຸດປືນເສີກ ຈາກ ປກສ ແຂວງອັດຕະປື ແລະ ປກສ ແຂວງຈໍາປາສັກ.
ອາວຸດປືນທີ່ມອບໃນຄັ້ງນີ້ ປະກອບມີ 101 ກະບອກ ໃນນັ້ນ, ມີປືນສັ້ນ 76 ກະບອກ, ປືນຍາວ 25 ກະບອກ ມອບຈາກກອງບັນຊາການ ປກສ ແຂວງຈໍາປາສັກ 92 ກະບອກ, ປືນສັ້ນ 75 ກະບອກ, ປືນຍາວ 17 ກະບອກ; ກອງບັນຊາການ ປກສ ແຂວງອັດຕະປື 11 ກະບອກ, ປືນສັ້ນ 3 ກະບອກ, ປືນຍາວ 8 ກະບອກ; ພ້ອມນີ້ ກໍຍັງໄດ້ມີພະນັກງານບຳນານ 1 ທ່ານ ໄດ້ມາມອບປືນສັ້ນ 1 ກະບອກ ແລະ ຈາກຄອບຄົວນັກທຸລະກິດ 1 ກະບອກ ລວມທັງ ຈໍານວນ 103 ກະບອກ; ທັງໝົດນີ້, ແມ່ນບັນດາອາວຸດທີ່ເຈົ້າໜ້າທີ່ເກັບກໍາໄດ້ຈາກການລົງໂຄສະນາຂົນຂວາຍ, ການກວດກາລາດຕະເວນຕາມຂອບເຂດຄວາມຮັບຜິດຊອບ ພ້ອມທັງໄດ້ຮັບການມອບຄືນດ້ວຍຄວາມສະໝັກໃຈຈາກພະນັກງານ-ອາວຸໂສບຳນານ, ພໍ່ແມ່ປະຊາຊົນຜູ້ມີນ້ຳໃຈຮັກຊາດ ທີ່ເຫັນໄດ້ເຖິງຜົນຮ້າຍ ແລະ ໄພອັນຕະລາຍຂອງການມີອາວຸດວັດຖຸລະເບີດໄວ້ໃນຄອບຄອງ ໂດຍບໍ່ຖືກຕ້ອງຕາມກົດໝາຍ.
ໃນພິທີ ຍັງໄດ້ມີການເຊັນບົດບັນທຶກມອບ-ຮັບອາວຸດປືນເສິກ ແລະ ຍັງໄດ້ມອບໃບຊົມເຊີຍໃຫ້ແຕ່ລະພາກສ່ວນ ຕາງໜ້າລົງນາມເຊັນມອບໂດຍມີ ພັທ ຄໍາສະໝຸດ ຜິວຜ່ອງ ຫົວໜ້າຫ້ອງຄຸ້ມຄອງສໍາມະໂນຄົວ ແລະ ກໍ່ສ້າງຮາກຖານ ກອງບັນຊາການ ປກສ ແຂວງຈໍາປາສັກ, ພັທ ພັນມະນີ ກຸນລະບຸດ ຫົວໜ້າຫ້ອງຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ກອງບັນຊາການ ປກສ ແຂວງອັດຕະປື, ພັທ ໄພວັນ ວົງສາ ພະນັກງານບຳນານ ກົມ 509 ແລະ ທ່ານ ວັນໄຊ ວັນນະວົງ ຄອບຄົວນັກທຸລະກິດ ບ້ານຫົວຂົວ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ, ລົງນາມເຊັນຮັບໂດຍ ພັອ ສົມສະນິດ ຈັນທະວົງ ຮອງຫົວໜ້າກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ໂດຍມີພະນັກງານນຳພາ-ຫຼັກແຫຼ່ງແຕ່ລະພາກສ່ວນເຂົ້າຮ່ວມເປັນສັກຂີພະນານ.
ການມອບ-ຮັບ ໃນຄັ້ງນີ້ ແມ່ນຈັດຕັ້ງປະຕິບັດຢ່າງເຂັ້ມງວດຕາມ: ຄຳສັ່ງ ເລກທີ 11/ນຍ: ວ່າດ້ວຍການເກັບກູ້ອາວຸດປືນ ແລະ ວັດຖຸລະເບີດ ໃນຂອບເຂດທົ່ວປະເທດ; ຄຳສັ່ງ ເລກທີ 31/ຄປກຊ-ປກສ: ວ່າດ້ວຍການສຸມໃສ່ເກັບກູ້ ແລະ ຄຸ້ມຄອງອາວຸດປືນປະເພດຕ່າງໆ; ຄຳສັ່ງ ເລກທີ 16/ປກສ: ວ່າດ້ວຍການຈັດຕັ້ງປະຕິບັດວຽກງານກວດກາ ແລະ ເກັບກູ້ອາວຸດ.