ພາກສ່ວນຕ່າງໆ ນຳອາວຸດປືນມາມອບໃຫ້ ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ
ການມອບ-ຮັບອາວຸດປືນໃນຄັ້ງນີ້ ແມ່ນປະຕິບັດຕາມ ກົດໝາຍວ່າດ້ວຍການຄຸ້ມຄອງອາວຸດ ແລະ ວັດຖຸລະເບີດ ສະບັບເລກທີ 14/ສພຊ, ລົງວັນທີ 07 ສິງຫາ 2022; ຄຳສັ່ງຂອງນາຍົກລັດຖະມົນຕີ ສະບັບເລກທີ 11/ນຍ, ລົງວັນທີ 07 ສິງຫາ 2024 ວ່າດ້ວຍການເກັບກູ້ອາວຸດປືນ ແລະ ວັດຖຸລະເບີດ; ແລະ ຂໍ້ຕົກລົງຂອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ສະບັບເລກທີ 2189/ປກສ, ລົງວັນທີ 21 ກໍລະກົດ 2026 ວ່າດ້ວຍການແຕ່ງຕັ້ງຄະນະຮັບຜິດຊອບໃນການຂຶ້ນບັນຊີເກັບກູ້ຄຸ້ມຄອງອາວຸດ ແລະ ວັດຖຸລະເບີດ ໃນຂອບເຂດທົ່ວປະເທດ.
ບັນດາພາກສ່ວນ ແລະ ບຸກຄົນ ເອົາອາວຸດປືນເສິກມາມອບໃຫ້ ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ເພື່ອຂຶ້ນບັນຊີຄຸ້ມຄອງຮັກສາໄວ້ຕາມລະບຽບກົດໝາຍ, ປະກອບມີ:
- ທ່ານ ພັນໂທ ທຸມພັນ ເພັນບຸນມີ (ອາຍຸ 68 ປີ, ພະນັກງານບໍານານ ກົມ 509, ຢູ່ບ້ານ ສົມສະຫວ່າງ, ເມືອງ ໄຊເສດຖາ, ນະຄອນຫຼວງວຽງຈັນ) ໄດ້ມາມອບອາວຸດປືນ ຈຳນວນ 02 ກະບອກ (ປືນສັ້ນ 01 ກະບອກ ຊະນິດ T77, ໝາຍເລກ 1610024, ບັ້ງ 01 ບັ້ງ, ລູກປືນ 7 ລູກ; ແລະ ປືນຍາວ 01 ກະບອກ ຊະນິດ 11,9, ໝາຍເລກ Mo03830, ບັ້ງ 01 ບັ້ງ, ລູກປືນ 10 ລູກ).
- ທ່ານ ສັນຕິ ລັດດາວົງ (ອາຍຸ 45 ປີ, ອາຊີບນັກທຸລະກິດ, ຢູ່ບ້ານ ສະພານທອງເທື່ອ, ເມືອງ ສີສັດຕະນາກ, ນະຄອນຫຼວງວຽງຈັນ) ໄດ້ມາມອບປືນສັ້ນ 01 ກະບອກ (ຊະນິດປືນ 9mm, ໝາຍເລກ CZ2075, ບັ້ງປືນ 01 ບັ້ງ).
- ທ່ານ ບົວເງິນ ວິໄລວົງ (ອາຊີບນັກທຸລະກິດ, ຢູ່ບ້ານ ທາດຫຼວງເນື້ອ, ເມືອງ ໄຊເສດຖາ, ນະຄອນຫຼວງວຽງຈັນ) ໄດ້ມາມອບປືນສັ້ນ 01 ກະບອກ (ຊະນິດ SIGSAUER, ໝາຍເລກ 58C232700, ບັ້ງປືນ 01 ບັ້ງ).
ໂອກາດດັ່ງກ່າວ, ທ່ານ ພົນຈັດຕະວາ ແກ່ນຈັນ ພົມມະຈັກ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ແລະ ຂອບໃຈຕໍ່ກັບບັນດາທ່ານ, ນັກທຸລະກິດ ແລະ ພະນັກງານບຳນານ ທີ່ມີສະຕິຕື່ນຕົວ, ເປັນແບບຢ່າງທີ່ດີ ແລະ ໃຫ້ຄວາມຮ່ວມມືຢ່າງຕັ້ງໜ້າໃນການນຳເອົາອາວຸດປືນທີ່ຕົນເອງຄອບຄອງ ມາມອບ-ສົ່ງໃຫ້ເຈົ້າໜ້າທີ່ຢ່າງຖືກຕ້ອງ.
ພ້ອມນີ້, ທ່ານ ຍັງໄດ້ຮຽກຮ້ອງ ແລະ ແຈ້ງເຖິງ ທຸກພາກສ່ວນ, ບຸກຄົນ, ນິຕິບຸກຄົນ, ນັກທຸລະກິດ ຕະຫຼອດຮອດພົນລະເມືອງທຸກຄົນ ທີ່ຍັງມີອາວຸດປືນ, ລະເບີດ ຫຼື ອຸປະກອນອັນຕະລາຍ ໄວ້ໃນຄອບຄອງໂດຍບໍ່ຖືກຕ້ອງຕາມກົດໝາຍ ຈົ່ງພ້ອມກັນຕື່ນຕົວມາມອບ-ສົ່ງ ຫຼື ແຈ້ງຂຶ້ນບັນຊີກັບເຈົ້າໜ້າທີ່ ປກສ ເຂດ, ເມືອງ ຫຼື ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ເພື່ອສ້າງຄວາມເປັນລະບຽບຮຽບຮ້ອຍ, ຮັບປະກັນຄວາມສະຫງົບປອດໄພຂອງສັງຄົມ ແລະ ຫຼີກເວັ້ນການຖືກດຳເນີນຄະດີຕາມລະບຽບກົດໝາຍ.