ພິທີມອບ-ຮັບ ອາວຸດປືນເສິກ
- ທ້າວ ສົມບູນ ຄານ ອາຊີບນັກທຸລະກິດ, ປັດຈຸບັນຢູ່ບ້ານ ໂພນໄຊ, ເມືອງ ໄຊເສດຖາ, ນະຄອນຫຼວງວຽງຈັນ ໄດ້ມອບ:ປືນສັ້ນ ຊະນິດ VZ, ໝາຍເລກ 8616484 ຈໍານວນ 1 ກະບອກ, ບັ້ງປືນ 1 ບັ້ງ ແລະ ລູກປືນຈຳນວນ 5 ລູກ.
- ທ້າວ ອາໂນສັກ ອາຄະວົງສາ (ເສຍຊີວິດ)ອະດີດນາຍບ້ານໜອງປີງ ຕາງໜ້າມອບໂດຍ ທ້າວ ບັນທົມ ອາຄະວົງສາ (ຜູ້ເປັນອ້າຍ), ອາຊີບນັກທຸລະກິດ, ປັດຈຸບັນຢູ່ບ້ານ ຂຸນຕາທ່າ, ເມືອງ ສີໂຄດຕະບອງ, ນະຄອນຫຼວງວຽງຈັນ ໄດ້ມອບ: ປືນຍາວ ຊະນິດ AK, ໝາຍເລກ 12107155 ຈໍານວນ 1 ກະບອກ, ບັ້ງປືນ 1 ບັ້ງ ແລະ ລູກປືນຈຳນວນ 40 ລູກ.
ຕາງໜ້າເຊັນບົດບັນທືກ ແລະ ມອບ-ຮັບ ໂດຍ ພົຈວ ແກ່ນຈັນ ພົມມະຈັກ ຫົວໜ້າກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ແລະ ອາວຸດດັ່ງກ່າວຈະນຳໄປຄຸ້ມຄອງ, ເກັບຮັກສາໄວ້ໃຫ້ຖືກຕ້ອງຕາມກົດໝາຍ ແລະ ລະບຽບຫຼັກການ.