ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ຮັບປະກັນ ຄວາມຖືກຕ້ອງ-ວ່ອງໄວ ໂປ່ງໃສ ໃສ່ໃຈ ພັດທະນາບຸກຄະລາກອນ-ການຈັດຕັ້ງ ໃຫ້ເຂັ້ມແຂງ, ມີປະສິດທິພາບ

ກອງກໍ່ສ້າງຮາກຖານ 914 ລົງເຊື່ອມຊືມເອກະສານ ຢູ່ບ້ານ ປຸງຊາຍ ເມືອງ ລອງ ແຂວງຫຼວງນ້ຳທາ

ໃນຕອນແລງວັນທີ 19 ສິງຫາ 2026 ຢູ່ທີ່ສະໂມສອນອຳນາດການປົກຄອງບ້ານ ປຸງຊາຍ, ເມືອງ ລອງ, ແຂວງ ຫຼວງນ້ຳທາ, ກອງກໍ່ສ້າງຮາກຖານ 914 ປະຈຳເຂດຊຽງກົກ ໄດ້Photoສົມທົບກັບ ອຳນາດການປົກຄອງບ້ານ, ກຳລັງ ປກສ, ປກຊ, ປກສ ກຸ່ມບ້ານ ແລະ ຕາແສງເຂດຊຽງກົກ ຈັດກອງປະຊຸມລົງເຜີຍແຜ່ ແລະ ເຊື່ອມຊືມບັນດານິຕິກຳ, ເອກະສານສຳຄັນຕ່າງໆ ໃຫ້ແກ່ ພໍ່ແມ່ປະຊາຊົນພາຍໃນບ້ານ ໂດຍການເປັນປະທານຂອງ ທ່ານ ພັທ ຫັດສະດີ ສິລິວົງ, ຫົວໝ້າກອງກໍ່ສ້າງຮາກຖານ 914 ປະຈຳເຂດຊຽງກົກ ເມືອງ ລອງ ແຂວງ ຫຼວງນ້ຳທາ.Photo

ການລົງເຜີຍແຜ່ເອກະສານໃນຄັ້ງນີ້ ແມ່ນມີຄວາມສຳຄັນຢ່າງຍິ່ງ ເພື່ອໃຫ້ອຳນາດການປົກຄອງບ້ານ, ກຳລັງ ປກສ-ປກຊ ຕະຫຼອດຮອດພໍ່ແມ່ປະຊາຊົນ ເຂົ້າໃຈ ແລະ ກຳແໜ້ນແນວທາງນະໂຍບາຍຂອງພັກລັດ, ກົດໝາຍ ແລະ ລະບຽບການຂອງບ້ານເມືອງ. ຈົ່ງພ້ອມກັນເປັນເຈົ້າການໃນການສະກັດກັ້ນປະກົດການຍໍ້ທໍ້, ໂດຍສະເພາະແມ່ນການຕ້ານຢາເສບຕິດ, ການຕ້ານການຄ້າມະນຸດ, ການປົກປັກຮັກສາຊັບພະຍາກອນທຳມະຊາດ ແລະ ການໃຫ້ຄວາມຮ່ວມມືໃນການມອບ-ສົ່ງອາວຸດປືນລ່າເນື້ອ ເພື່ອຮັກສາຄວາມສະຫງົບສຸກ ແລະ ຄວາມເປັນລະບຽບຮຽບຮ້ອຍພາຍໃນບ້ານ ປຸງຊາຍ. ພ້ອມດຽວກັນນັ້ນ, ກໍຂໍໃຫ້ພໍ່ແມ່ປະຊາຊົນຕື່ນຕົວໄປພົວພັນເຮັດບັດປະຈຳຕົວແບບດິຈິຕ໋ອນ ໃຫ້ຄົບຖ້ວນ ເພື່ອປົກປ້ອງສິດ ແລະ ຜົນປະໂຫຍດຂອງຕົນເອງໃນໄລຍະໃໝ່ ເອກະສານທີ່ໄດ້ນຳມາເຜີຍແຜ່ ແລະ ເຊື່ອມຊືມ ໃນຄັ້ງນີ້ປະກອບມີ: ຄຳສັ່ງຂອງນາຍົກລັດຖະມົນຕີ ເລກທີ 11/ນຍ: ວ່າດ້ວຍການເກັບກູ້ອາວຸດປືນ ແລະ ວັດຖຸລະເບີດ; ຄຳສັ່ງຂອງເຈົ້າເມືອງເມືອງລອງ ເລກທີ 11/ຈມ: ວ່າດ້ວຍການເກັບກູ້ອາວຸດ; ເອກະສານວາລະແຫ່ງຊາດ: ກ່ຽວກັບການແກ້ໄຂບັນຫາຢາເສບຕິດ ແລະ ບັນຫາເສດຖະກິດ-ຟື້ນຟູຄວາມທຸກຍາກ; ເອກະສານກ່ຽວກັບການສ້າງຄອບຄົວ ແລະ ບ້ານປ້ອງກັນຄວາມສະຫງົບດີ, ເອກະສານຕ້ານການຄ້າມະນຸດ; ເອກະສານກ່ຽວກັບການເກັບກຳສະຖິຕິພົນລະເມືອງ.Photo

ນອກຈາກນີ້, ທີມງານກອງກໍ່ສ້າງຮາກຖານ 914 ຍັງໄດ້ຜ່ານວຽກງານຮອບດ້ານຂອງກອງ ພ້ອມທັງໄດ້ປຸກລະດົມ, ແນະນຳ ແລະ ເຊີນຊວນພໍ່ແມ່ປະຊາຊົນພາຍໃນບ້ານ ປຸງຊາຍ ໃຫ້ໄປເຮັດບັດປະຈຳຕົວແບບດິຈິຕ໋ອນ ໃຫ້ຄົບຖ້ວນ ເພື່ອຮັບປະກັນຄວາມເປັນລະບຽບຮຽບຮ້ອຍ ແລະ ການຄຸ້ມຄອງພົນລະເມືອງທີ່ທັນສະໄໝ ສະດວກໃນການຄຸ້ມຄອງ ແລະ ນຳໃຊ້ບໍລິການເຮັດທຸລະກຳຕ່າງໆ.